ປີ 2017, ທະນາຄານພັດທະນາອາຊີ (ADB) ໄດ້ສະໜອງທຶນຊ່ອຍເຫຼືອລ້າ ມູນຄ່າ 35,6​ ລ້ານໂດລາສະຫະລັດ ໃຫ້ແກ່ ໂຄງການພັດທະນາໂຄງລ່າງຊົນນະບົດເຂດພາກເໜືອ ຂອງປະເທດ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ສປປ ລາວ). ທຶນຊ່ອຍເຫຼືອລ້າດັ່ງກ່າວ ໄດ້ສືບຕໍ່ເພີ່ມທະວີໝາກຜົນຂອງໂຄງການ, ເຊິ່ງໄດ້ອອກແບບເພື່ອປັບປຸງລະບົບຊົນລະປະທານແລະທາງຊົນນະບົດ ທີ່ຈະສົ່ງເສີມຜົນເກັບກ່ຽວຂອງການຜະລິດກະສິກຳ ໃນສີ່ແຂວງທາງພາກເໜືອຂອງປະເທດເຊັ່ນ: ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແລະ ແຂວງຜົ້ງສາລີ. ທຶນຊ່ອຍເຫຼືອລ້າໄດ້ຊ່ອຍ (i) ກໍ່ສ້າງແລະການສ້ອມແປງພື້ນຖານໂຄງລ່າງຊົນນະບົດ ທີ່ຈະເພີ່ມທະວີຜົນຜະລິດ; (ii) ການດັດປັບເອົາບັນດາຄວາມຄິດລິເລີ່ມທີ່ຈະເພີ່ມທະວີຜົນຜະລິດແລະຜົນກະທົບ;​ (iii) ຄວາມອາດສາມາດຂອງໜ່ວຍງານຈັດຕັ້ງປະຕິບັດໂຄງການທັງຂັ້ນແຂວງແລະຂັ້ນເມືອງ ໄດ້ຮັບການປັບປຸງດີຂຶ້ນ ເພື່ອໃຫ້ສາມາດຕອບສະໜອງກັບວິທີການພັດທະນາຂະແໜງການໄດ້; ແລະ (iv) ການຄຸ້ມຄອງບໍລິຫານໂຄງການໃຫ້ມີປະສິດຕິພາບແລະປະສິດຕິຜົນ.

Transcript

ກະສິກຳແມ່ນແຫຼ່ງລາຍໄດ້ຫຼັກໃນແຂວງຫຼວງນ້ຳທາ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ)

ເຖິງແມ່ນວ່າ ພາຍໃນແຂວງຈະມີເຂດເນື້ອທີ່ດິນປູກຝັງທີ່ອຸດົມສົມບູນ ແຕ່ຊາວນາຍັງມີຄວາມຕ້ອງການລະບົບ ຊົນລະປະທານ ແລະ ຄວາມຮູ້ດ້ານວິຊາການ ເພື່ອເພີ່ມສະມັດຕະພາບຜົນຜະລິດກະສິກຳຂອງພວກເຂົາ.

ທະນາຄານພັດທະນາອາຊີ (ADB) ໄດ້ໃຫ້ການສະໜັບສະໜູນ ດ້ານກະສິກຳແກ່ ສປປ ລາວ ຕໍ່ເນື່ອງມາຢ່າງຍາວນານ. ໃນນັ້ນ ລວມທັງ ໂຄງການພັດທະນາໂຄງລ່າງຊົນນະບົດເຂດພາກເໜືອ ຊຶ່ງເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າເພີ່ມເຕີມ ຈໍານວນເຖິງ 36 ລ້ານໂດລາສະຫະລັດ.

ໂຄງການດັ່ງກ່າວ ໄດ້ຊ່ວຍເຫຼືອຊຸກຍູ້ຊາວກະສິກອນ ຢູ່ຕາມເຂດຊົນນະບົດ ແລະ ເຂດຊຸມຊົນຂອງແຂວງຫຼວງນ້ຳທາ ແລະ ອີກສາມແຂວງພາກເໜືອ ໃຫ້ມີຄວາມສາມາດເພີ່ມສະມັດຕະພາບຜົນຜະລິດເຂົ້າ ແລະ ພືດເສດຖະກິດ ເພື່ອສົ່ງອອກແລະເພີ່ມລາຍຮັບ ອີກດ້ວຍ.

ທອງໄຊ ອາດພາສຸກ
ຮອງເຈົ້າເມືອງ ເມືອງນ້ຳທາ
ແຂວງຫຼວງນໍ້າທາ

ພາຍຫຼັງທີ່ໂຄງການຂອງເຮົາເຂົ້າມານີ້ ແມ່ນຖືວ່າກໍ່ສ້າງພື້ນຖານໂຄງລ່າງລະບົບຊົນລະປະທານຄົບຊຸດ ເປັນການປະກອບສ່ວນ ເຂົ້າໃນການສະໜອງນ້ຳໃນການຜະລິດ ທັງລະດູຝົນ ແລະ ລະດູແລ້ງ ຖືວ່າໄດ້ຮັບຜົນຜະລິດເຕັມທີ່. ການຜະລິດຜູກພັນສອງສົ້ນ ສ່ວນໃຫຍ່ແມ່ນເຮັດກັບນັກລົງທຶນຈີນ ຊາວນາຂອງເຮົາເປັນທີ່ດິນ ກັບແຮງງານ ຜູ້ລົງທຶນແມ່ນມີ ທຶນ ເຕັກນິກ ກັບການຕະຫຼາດ.

ຈັນສະໄໝ ເຕີນສາມັກຄີ
ຊາວກະສິກອນ ບ້ານນ້ຳຈ້າງ
ເມືອງນ້ຳທາ, ແຂວງຫຼວງນ້ຳທາ

ແຕ່ກີ້ເຮັດໄຮ່ ເຮັດນາກໍ່ບໍ່ມີນ້ຳ ບໍ່ໄດ້ຮັບຜົນ. ປີແລ້ວນີ້ ເຮົາໄດ້ເຮັດຊົນລະປະທານ ຖືວ່າໄດ້ດີຫຼາຍແລ້ວ ເຂົ້າໄດ້ຫຼາຍກວ່າເກົ່າ. ເຮັດນາແລ້ວ ເຮົາກໍ່ປູກຜັກ ປູກຫອມ ປູກກະທຽມ ປູກຖົ່ວນ້ອຍ.

ຈັນທະຈອນ ໄຊຍະສິນ
ຫົວໜ້າກຸ່ມນຳໃຊ້ນ້ຳ ແລະ ຊາວກະສິກອນ
ບ້ານທົ່ງແປນ, ເມືອງນ້ຳທາ, ແຂວງຫຼວງນ້ຳທາ

ດຽວນີ້ ລາຍຮັບຂອງຄອບຄົວຊາວກະສິກອນເວົ້າລວມແລ້ວ ກໍ່ມີລາຍຮັບເພີ່ມຂຶ້ນ. ແຕ່ກ່ອນເຮັດນາຈະຕ້ອງເອົາຄວາຍໄຖ ແຕ່ປະຈຸບັນມີລົດຮັບໃຊ້ໝົດທຸກຄອບຄົວ ຍັງມີເງິນຮັບໃຊ້ໃນຄອບຄົວ ຮັກສາສຸຂະພາບ ສົ່ງລູກຫຼານໄປຮໍ່າໄປຮຽນ.

ໂຄງການ ຍັງໄດ້ຊ່ວຍເຫຼືອອອກໃບຕາດິນກະສິກຳຈຳນວນ 7.000 ໃບ ໃຫ້ຊາວກະສິກອນໃນ 120 ບ້ານຂອງໂຄງການ ເພື່ອເປັນການຢັ້ງຢືນກໍາມະສິດຄຸ້ມຄອງຕອນດິນຕາມກົດໝາຍ ແລະສາມາດໂອນມອບກໍາມະສິດດັ່ງກ່າວໃຫ້ລູກຫຼານສືບທອດກໍາມະສິດຄຸ້ມຄອງຕໍ່ໄປ.

ໃບຕາດິນ ຍັງສາມາດນຳໃຊ້ມັດຈໍາ ຄ້ຳປະກັນການກູ້ຢືມເງິນເປັນທຶນເພີ່ມ ເພື່ອຂະຫຍາຍການຜະລິດກະສິກຳຂອງພວກເຂົາເຈົ້າ.

ໂຊໂນມິ ທະນາກະ
ຜູ້ຕາງໜ້າທະນາຄານພັດທະນາອາຊີປະຈຳ ສປປ ລາວ.

ໂຄງການນີ້ ແມ່ນສຸມໃສ່ການຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ. ໂຄງການບໍ່ພຽງແຕ່ຊ່ວຍກໍ່ສ້າງໂຄງລ່າງຊົນລະປະທານ ເທົ່ານັ້ນ ແຕ່ຍັງໄດ້ຝຶກອົບຮົມໃຫ້ແກ່ຊາວກະສິກອນທັງຍິງແລະຊາຍ ແລະ ໃນຊຸມຊົນບັນດາເຜົ່າຕ່າງໆ ໃຫ້ຮູ້ຜະລິດພືດກະສິກຳ ເພື່ອເປັນສິນຄ້າ ແລະ ການຕະຫຼາດ. ດ້ວຍການສະໜັບສະໜູນທຶນຈາກໂຄງການ ໃນວຽກງານອອກໃບຖືກຳມະສິດຄຸ້ມຄອງທີ່ດິນ ຂອງແມ່ຍິງເຫັນໄດ້ວ່າເດັ່ນຂຶ້ນ ເຊັ່ນ 60 ສ່ວນຮ້ອຍຂອງໃບຕາດິນ ແມ່ນອອກຊື່ຂອງແມ່ຍິງເປັນຜູ້ຖືກໍາມະສິດຄຸ້ມຄອງ ຫຼື ອອກຊື່ຮ່ວມ ທັງພັນລະຍາຮ່ວມກັບຊື່ສາມີ ເປັນເຈົ້າຂອງກໍາມະສິດໃນໃບຕາດິນ. ສິ່ງດັ່ງກ່າວແມ່ນຜົນສຳເລັດໜຶ່ງທີ່ຍິ່ງໃຫຍ່ຂອງໂຄງການ.

SHARE THIS PAGE