ປື້ມຄູ່ມືການເບີກຈ່າຍເງິນກູ້ຢືມ 2022

Business Guide | October 2022

ປື້ມຄູ່ມືເຫຼັ້ມນີ້ ແມ່ນໄດ້ລວບລວມບັນດາ ນະໂຍບາຍການເບີກຈ່າຍ, ຄູ່ມືແນະນໍາ, ຂັ້ນຕອນ, ແລະ ວິທີປະຕິບັດຂອງ ADB.

ຄູ່ມືເຫຼັ້ມນີ້ ໃຊ້ເປັນຄູ່ມືອ້າງອີງທີ່ເປັນປະໂຫຍດ ສຳລັບ ຜູ້ກູ້ຢືມທີ່ເປັນປະເທດສະມາຊິກກຳລັງພັດທະນາ ແລະ ເຈົ້າໜ້າທີ່, ເຈົ້າໜ້າທີ່ຈາກໜ່ວຍງານທີ່ດຳເນີນໂຄງການ ແລະ ໜ່ວຍງານຄຸ້ມຄອງໂຄງການ ພ້ອມທັງ ພະນັກງານຂອງ ADB ໃນການອອກແບບ ແລະ ການດຳເນີນການເບີກຈ່າຍທີ່ມີປະສິດຕິພາບ ເຊິ່ງຈະສະໜັບສະໜູນການຈັດຕັ້ງປະຕິບັດໂຄງການ.

ເສົາຫຼັກສີ່ປະການຂອງການດຳເນີນການເບີກຈ່າຍທີ່ມີປະສິດຕິພາບໄດ້ແກ່:

  • ໂຄງສ້າງການໄຫຼວຽນຂອງເງິນທຶນ
  • ການຈັດການເບີກຈ່າຍ
  • ຄວາມສາມາດຂອງພະນັກງານ ແລະ ລະບົບ, ແລະ
  • ການຄວບຄຸມພາຍໃນ

ການເຂົ້າໃຈທີ່ດີກ່ຽວກັບນະໂບບາຍການເບີກຈ່າຍ, ແນວທາງປະຕິບັດ, ແລະ ວິທີປະຕິບັດຂອງ ADB ແມ່ນຖືເປັນເຄື່ອງມືສຳລັບການສ້າງເສົາຫຼັກເຫຼົ່ານີ້. ຄູ່ມືນີ້ ພະຍາຍາມເຕີມເຕັມຄວາມຕ້ອງການນີ້ ແລະ ເນື່ອງດ້ວຍເຫດນັ້ນ ຈະສະໜັບສະໜູນການຈັດຕັ້ງປະຕິບັດໂຄງການ.

ຄູ່ມືນີ້ ໄດ້ນໍາໄປໃຊ້ກັບໂຄງການລົງທຶນທີ່ເປັນເງິນກູ້ ແລະ ທຶນຊ່ວຍເຫຼືອລ້າ ທີ່ໄດ້ຮັບທຶນສະໜັບສະໜູນຈາກ ADB ແລະ ສະໜອງຫົວຂໍ້ແຍກອອກຕ່າງຫາກສຳລັບ ການເບີກຈ່າຍ ເງິນກູ້ຕາມນະໂຍບາຍ ແລະ ທຶນຊ່ວຍເຫຼືອລ້າ ທີ່ໄດ້ຮັບທຶນສະໜັບສະໜູນຈາກ ADB.

Contents 

  • ປື້ມຄູ່ມື
  • ທະນາຄານພັດທະນາອາຊີ
  • ນະໂຍບາຍການເບີກຈ່າຍ
  • ຄູ່ມືແນະນໍາ ແລະ ວິທີປະຕິບັດການເບີກຈ່າຍ
  • ຄຳແນະນໍາສຳລັບການເບີກຈ່າຍ
  • ຂັ້ນຕອນການເບີກຈ່າຍ ແລະ ການບັນທຶກເປັນເອກະສານແບບງ່າຍດາຍ
  • ຂັ້ນຕອນການຊໍາລະເງິນຄືນ
  • ຂັ້ນຕອນການຂໍທຶນລ່ວງໜ້າ
  • ຂັ້ນຕອນການຈ່າຍເງິນໂດຍກົງ
  • ການເບີກຈ່າຍດ້ວຍໜັງສືຄໍ້າປະກັນ
  • ເງິນກູ້ຕົວກາງທາງການເງິນ, ການໃຫ້ຢືມອີງຕາມນະໂຍບາຍ, ການໃຫ້ຢືມອີງຕາມຜົນໄດ້ຮັບ, ແລະ ທຶນຊ່ວຍເຫຼືອລ້າຂອງກອງທຶນຮັບມືກັບໄພພິບັດໃນອາຊີແລະປາຊີຟິກ
  • ການດຳເນີນງານການຮ່ວມທຶນ
  • ເວັບໄຊທີ່ສະໜອງການບໍລິການຂໍ້ມູນຂ່າວສານດ້ານການເງິນທີ່ເປັນເງິນກູ້ແລະທຶນຊ່ວຍເຫຼືອລ້າ
  • ພອດໂທລ໌ລູກຄ້າ (Client Portal) ສຳລັບການເບີກຈ່າຍ
  • ການດຳເນີນງານທີ່ບໍ່ແມ່ນຂອງລັດຖະບານ
  • ເອກະສານຊ້ອນທ້າຍ