ມະນີລາ, ຟີລິບປິນ (4 ເມສາ 2023) — ທະນາຄານພັດທະນາອາຊີ (ADB) ຄາດຄະເນເສດຖະກິດຂອງບັນດາປະເທດທີ່ກຳລັງພັດທະນາຢູ່ພາກພື້ນອາຊີແລະປາຊີຟິກໃນປີນີ້ ຈະເຕີບໂຕໄວຂຶ້ນ ຍ້ອນການສືບຕໍ່ຫຼຸດຜ່ອນຂໍ້ຈໍາກັດຂອງການລະບາດຂອງພະຍາດ ທີ່ໄດ້ຊຸກຍູ້ໃຫ້ການບໍລິໂພກ, ການທ່ອງທ່ຽວ ແລະ ການລົງທຶນ. ການເປີດປະເທດຄືນໃໝ່ຂອງສາທາລະນະລັດປະຊາຊົນຈີນ (ສປຈີນ) — ຈາກຍຸດທະສາດໂຄວິດເປັນສູນ — ແມ່ນປັດໃຈຫຼັກທີ່ເຮັດໃຫ້ການເຕີບໂຕຂອງພາກພື້ນມີຄວາມສົດໃສຂຶ້ນ. 

ເສດຖະກິດ ຂອງຫຼາຍປະເທດໃນ ພາກພື້ນອາຊີ ແລະ ປາຊີ ຟິກ ຄາດ ວ່າ ຈະ ເຕີບ ໂຕໃນອັດຕາ 4,8% ໃນ ປີ ນີ້ ແລະ ປີໜ້າ ເຊິ່ງເປັນອັດຕາການ ເຕີບ ໂຕທີ່ເພີ່ມຂຶ້ນຈາກ 4,2% ໃນ ປີ 2022, ອີງ ຕາມບົດລາຍງານ ການ ຄາດ ຄະ ເນ ການ ພັດທະນາ ຂອງອາຊີ ສະບັບ ເດືອນ ເມສາປີ 2023 ທີ່ ໄດ້ເຜີຍ ແຜ່ ໃນ ມື້ ນີ້. ໂດຍບໍ່ລວມເອົາ ສປ ຈີນ, ອາຊີທີ່ກໍາລັງພັດທະນາ ຄາດວ່າຈະເຕີບໂຕໂດຍລວມໃນອັດຕາ 4,6% ໃນປີນີ້ ແລະ 5,1% ໃນປີ 2024. ໃນຂະນະດຽວກັນອັດຕາເງິນເຟີ້ຂອງພາກພື້ນ ຄາດວ່າຈະຄ່ອຍໆກ້າວໄປສູ່ລະດັບກ່ອນການແຜ່ລະບາດຂອງພະຍາດ ເຖິງແມ່ນວ່າ ຈະມີການປ່ຽນແປງຢ່າງຫຼວງຫຼາຍໃນເສດຖະກິດຂອງຫຼາຍໆປະເທດ.

ການບໍລິໂພກແລະການລົງທຶນທີ່ດີຂຶ້ນ ກຳລັງຊຸກຍູ້ໃຫ້ການຟື້ນໂຕຂອງເສດຖະກິດຂອງຫຼາຍໆປະເທດໃນພາກພື້ນ, ເຊິ່ງເປັນການຊົດເຊີຍຜົນກະທົບຂອງການເພີ່ມຂຶ້ນຂອງລາຄາອາຫານແລະລາຄາພະລັງງານ ທີ່ເກີດຈາກການຮຸກຮານຢູເຄນຂອງຣັດເຊຍ ແລະ ຜົນກະທົບອັນອື່ນໆຂອງໂລກ. ການທ່ອງທ່ຽວແລະການໂອນເງິນກັບປະເທດ ແມ່ນມີແນວໂນ້ມເພີ່ມຂຶ້ນຍ້ອນການຜ່ອນຄາຍຂໍ້ຈໍາກັດຕໍ່ການລະບາດຂອງພະຍາດຫລາຍຂຶ້ນ, ເສດຖະກິດໃນຫຼາຍໆ ປະ ເທດ ທີ່ ອີງ ໃສ່ ການ ທ່ອງ ທ່ຽວເປັນຫຼັກ ການ ເຂົ້າມາ ຂອງຈຳນວນ ນັກ ທ່ອງ ທ່ຽວແມ່ນ ເພີ່ມຂຶ້ນຢ່າງ ສະ ໝໍ່າສະເໝີ ສູ່ ລະ ດັບ ກ່ອນ ການ ແຜ່ ລະ ບາດຂອງພະຍາດ .

ເຖິງຢ່າງໃດກໍ່ຕາມ, ຄວາມສ່ຽງຕໍ່ການຄາດຄະເນແມ່ນຍັງມີຢູ່. ການຮຸກຮານຢູເຄນຂອງ ຣັດ ເຊຍ ທີ່ ຍືດ ເຍື້ອຫຼື ຮ້າຍແຮງ ຂຶ້ນ ອາດ ຈະ ເຮັດ ໃຫ້ ລາ ຄາ ສິນ ຄ້າ ແລະອັດຕາເງິນເຟີ້ຂອງໂລກເພີ່ມ ຂຶ້ນຕື່ມອີກ ແລະ ຈະ ພາ ໃຫ້ ມີການຂຶ້ນອັດຕາດອກເບ້ຍ. ສະພາບເງື່ອນໄຂທາງດ້ານການເງິນຂອງໂລກທີ່ເຄັ່ງຕຶງ ບວກກັບການເພີ່ມຂຶ້ນຂອງໜີ້ສິນໃນທົດສະວັດທີ່ຜ່ານມາ ແລະ ໃນໄລຍະການແຜ່ລະບາດຂອງພະຍາດ ໄດ້ເພີ່ມຄວາມສ່ຽງຕໍ່ສະຖຽນລະພາບທາງດ້ານການເງິນຫລາຍຂຶ້ນ, ເຊິ່ງເຫັນໄດ້ຈາກຄວາມວຸ້ນວາຍຂອງຂະແໜງການທະນາຄານທີ່ຜ່ານມາໃນປະເທດສະຫະລັດ ແລະ ເອີຣົບ. ອີງຕາມບົດລາຍງານການຄາດຄະເນການພັດທະນາຂອງອາຊີສະບັບເດືອນ ເມສາ ປີ 2023, ຄວາມສ່ຽງເຫຼົ່ານີ້ຕ້ອງໄດ້ຮັບການຕິດຕາມຢ່າງລະມັດລະວັງ ແລະ ມີການແກ້ໄຂຢ່າງຕັ້ງຫນ້າ.

ທ່ານ ອາລເບີດ ປາກ, ຫົວໜ້ານັກເສດຖະສາດຂອງ ADB, ໄດ້ໃຫ້ຮູ້ວ່າ "ການຄາດການເສດຖະກິດຂອງຫຼາຍໆປະເທດໃນພາກພື້ນອາຊີແລະປາຊີຟິກ ແມ່ນມີຄວາມສົດໃສຂຶ້ນ ແລະ ບັນດາເສດຖະກິດເຫຼົ່ານີ້ ຈະມີການຟື້ນໂຕຢ່າງແຂງແຮງ ຍ້ອນພວກເຮົາກັບຄືນສູ່ສະພາບປົກກະຕິ ຫຼັງການແຜ່ລະບາດຂອງພະຍາດ," ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ “ຄົນ ເລີ່ມ ເດີນ ທາງ ອີກ ຄັ້ງ ເພື່ອການ ພັກຜ່ອນ ແລະ ເຮັດ ວຽກ ແລະ ການ ເຄື່ອນ ໄຫວກິດຈະກຳທາງ ດ້ານ ເສດຖະກິດ ພວມ ກ້າວເດີນຢ່າງໄວ. ເນື່ອງຈາກຍັງມີ ຫຼາຍ ສິ່ງທ້າ ທາຍ ລັດຖະບານ ຂອງປະເທດຕ່າງໆໃນ ພາກ ພື້ນ ຈຳເປັນຕ້ອງ ສຸມໃສ່ບັນດາ ນະ ໂຍບາຍທີ່ ສະໜັບສະໜູນການ ຮ່ວມ ມື ແລະ ການ ເຊື່ອມ ໂຍງຫລາຍຂຶ້ນ ເພື່ອ ຊຸກຍູ້ການ ຄ້າ, ການ ລົງທຶນ, ຜະລິດຕະພາບ ແລະ ຄວາມພ້ອມຮັບກັບການປ່ຽນແປງ.”

ດ້ວຍ ການ ຍົກເລີກຍຸດ ທະ ສາດ ໂຄ ວິດເປັນສູນ ໃນ ເດືອນທັນ ວາຂອງປີ ກາຍນີ້ ຄາດ ວ່າ ເສດ ຖະ ກິດຂອງ ສປຈີນ ຈະ ເຕີບ ໂຕໃນອັດຕາ 5,0% ໃນ ປີ 2024 ແລະ 4,5% ໃນ ປີ 2024 ເມື່ອ ທຽບ ໃສ່ 3,0% ໃນ ປີ 2022. ອິນ ເດຍ ຄາດ ວ່າ ຈະ ເຕີບ ໂຕໃນອັດຕາ 6,4% ໃນປີນີ້ ແລະ 6,7% ໃນປີຫນ້າ ເນື່ອງຈາກສະພາບຄວາມຕ້ອງການພາຍໃນດີຂຶ້ນ.

ການ ຂະຫຍາຍໂຕຂອງທ່ອງ ທ່ຽວ ແລະ ຄວາມ ຕ້ອງການ ພາຍ ໃນ ປະ ເທດ ທີ່ ແຂງ ແຮງ ແມ່ນ ກຳລັງ ພັກດັນໃຫ້ ເສດຖະກິດ ຂອງ ອາຊີ ຕາ ເວັນ ອອກ ສຽງ ໃຕ້ ເຊັ່ນ ອິນ ໂດ ເນ ເຊຍ, ຟີ ລິບ ປິນ ແລະ ຫວຽດນາມ ໂດຍ ອະນຸ ພາກ ພື້ນ ຄາດ ວ່າ ຈະ ເຕີບ ໂຕ 4,7% ໃນ ປີ 2024 ແລະ 5,0% ໃນ ປີ 2024. ການຂະຫຍາຍໂຕ ໂດຍຄາດວ່າອະນຸພາກພື້ນຈະຂະຫຍາຍຕົວ 4,4% ໃນປີນີ້ແລະ 4,6% ໃນປີ 2024. ການສືບຕໍ່ເປີດຄືນໃຫມ່ແລະການຟື້ນໂຕຂອງການທ່ອງທ່ຽວແມ່ນສະໜັບສະໜູນການເຕີບໂຕຂອງປາຊີຟິກ, ການຂະຫຍາຍຕົວຄາດວ່າຈະບັນລຸ 3,3% ໃນປີນີ້ ກ່ອນທີ່ຈະຫຼຸດລົງມາທີ່ 2,8% ໃນປີ 2024.

ອັດຕາເງິນເຟີ້ໃນພາກພື້ນຈະຫຼຸດລົງມາຢູ່ທີ່ 4,2% ໃນປີ 2023 ແລະ 3,3% ໃນປີ 2024 ພາຍຫຼັງທີ່ເພີ່ມຂຶ້ນ 4,4% ໃນປີກາຍນີ້. ການຫຼຸດລົງຂອງຄວາມກົດດັນຕໍ່ລະບົບຕ່ອງໂສ້ອຸປະທານ, ການເຄັ່ງຄັດຂອງນະໂຍບາຍເງິນຕາ ແລະ ລາຄາສິນຄ້າທີ່ຍັງເພີ່ມຂຶ້ນຢູ່ ຍັງຄາດວ່າຈະເປັນປັດໃຈກຳນົດການຄາດຄະເນອັດຕາເງິນເຟີ້ຂອງປະເທດທີ່ກໍາລັງພັດທະນາໃນອາຊີໂດຍລວມ.

ADB ມີຄວາມມຸ່ງໝັ້ນເພື່ອບັນລຸໃຫ້ພາກພື້ນອາຊີແລະປະຊີຟິກ ຈະເລີນຮຸ່ງເຮືອງ ແບບທົ່ວເຖິງ ພ້ອມຮັບກັບການປ່ຽນແປງ ແລະ ຍືນຍົງ, ໄປພ້ອມກັບການຮັກສາຄວາມພະຍາຍາມຂອງຕົນເພື່ອລົບລ້າງຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີປະເທດສະມາຊິກທັງໝົດ 68 ປະເທດ ເຊິ່ງໃນນັ້ນມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.  

GDP growth rate, % per year

Media Contact