ນະຄອນຫຼວງມະນີລາ, ຟີລິບປິນ (21 ກັນຍາ 2022) — ທະນາຄານາພັດທະນາອາຊີ (ADB) ໄດ້ປັບຫຼຸດການຄາດຄະເນການເຕີບໂຕທາງດ້ານເສດຖະກິດຂອງອາຊີແລະປາຊີຟິກກໍາລັງພັດທະນາລົງອີກຄັ້ງ ທ່າມກາງສິ່ງທ້າທາຍທີ່ນັບມື້ນັບເພີ່ມຂຶ້ນ ຊຶ່ງລວມທັງ ການເພີ່ມທະວີການຫັດກຸມທາງດ້ານເງິນຕາໂດຍທະນາຄານກາງ, ອັນເປັນຜົນກະທົບຈາກການຮຸກຮານອູແກຼນຂອງລັດເຊຍແກ່ຍາວ ແລະ ສະພາບການຫັນກັບມາປິດເມືອງອີກ ເນື່ອງຈາກການແຜ່ລະບາດພະຍາດໂຄວິດ-19 ໃນສາທາລະນະລັດປະຊາຊົນຈີນ (ສປຈີນ).
ອີງຕາມການປັບປຸງຂອງການຄາດຄະເນການພັດທະນາຂອງອາຊີ 2022 ທີ່ເຜີຍແຜ່ໃນມື້ນີ້, ເສດຖະກິດຂອງພາກພື້ນຄາດວ່າຈະເຕີບໂຕທີ່ 4,3% ໃນປີນີ້, ເມື່ອທຽບກັບການຄາດຄະເນຂອງ ADB ໃນເດືອນເມສາ ທີ່ຜ່ານມາຂອງ ການເຕີບໂຕທີ່ 5,2%. ການຄາດຄະເນອັດຕາການເຕີບໂຕຂອງປີໜ້າຈະຫຼຸດລົງມາທີ່ 4,9% ຈາກທີ່ໄດ້ຄາດໄວ້ທີ່ 5,3% ໃນຂະນະທີ່ອັດຕາເງິນເຟີ້ຂອງພາກພື້ນ ຄາດວ່າຈະເພີ່ມຂຶ້ນສູງ. ນອກຈາກປະເທດ ສປຈີນ ແລ້ວ, ສ່ວນທີ່ເຫຼືອບັນດາປະເທດກໍາລັງພັດທະນາໃນອາຊີ ຄາດວ່າຈະເຕີບໂຕທີ່ 5,3% ໃນປີ 2022 ແລະ 2023.
ການໃຊ້ຈ່າຍແລະການລົງຂອງຜູ້ບໍລິໂພກພາຍໃນປະເທດ ແມ່ນພວມຊຸກຍູ້ການເຕີບໂຕ ເນື່ອງຈາກເສດຖະກິດຂອງບັນດາປະເທດຕ່າງໆໃນພາກພື້ນ ຍັງພວມສືບຕໍ່ຜ່ອນຜັນມາດຕະການຂໍ້ຈຳກັດຕໍ່ການແຜ່ລະບາດຂອງພະຍາດ, ສ່ວນໜຶ່ງຍອ້ນການສົ່ງເສີມການສັກຢາປ້ອງກັນ ແລະ ອັດຕາການຕາຍຈາກພະຍາດໂຄວິດ-19 ຫຼຸດລົງ. ເຖິງຢ່າງໃດກໍ່ຕາມ, ການຮຸກຮານຕໍ່ເນື່ອງໃນປະເທດອູແກຼນໄດ້ເພີ່ມທະວີຄວາມບໍ່ແນ່ນອນໃນທົ່ວໂລກ. ການຫັດກຸມທາງດ້ານເງິນຕາທີ່ເຄັ່ງຂຶ້ນໂດຍທະນາຄານກາງສະຫະລັດ ແລະ ທະນາຄານກາງຢູໂຣບ ພວມບັ່ນທອນຄວາມຕ້ອງການໃນທົ່ວໂລກ ແລະ ພວມສ້າງຄວາມກັງວົນໃຈໃນຕະຫຼາດການເງິນ. ໃນຂະນະດຽວກັນ, ການລະບາດຂອງພະຍາດໂຄວິດ-19 ແລະ ການປິດເມືອງຮອບໃໝ່ ໄດ້ເຮັດໃຫ້ການເຕີບໂຕຂອງ ສປຈີນ, ຊຶ່ງເປັນປະເທດທີ່ີມີເສດຖະກິດຂະໜາດໃຫຍ່ທີ່ສຸດຂອງພາກພື້ນ, ຊ້າລົງ.
ທ່ານ ອັລເບີດ ພາກຄ໌, ຫົວໜ້ານັກເສດຖະສາດຂອງ ADB ໄດ້ໃຫ້ຮູ້ວ່າ “ປະເທດກຳລັງພັດທະນາໃນອາຊີ ສືບຕໍ່ຟື້ນໂຕ ແຕ່ວ່າ ຄວາມສ່ຽງກໍ່ຍັງມີສູງຢູ່” ທ່ານໃຫ້ຮູ້ຕື່ມອີກວ່າ “ອັດຕາການເຕີບໂຕຂອງເສດຖະກິດໂລກທີ່ຫຼຸດລົງຫຼາຍ ຈະເຮັດໃຫ້ຄວາມຕ້ອງການໃນການສົ່ງອອກຂອງພາກພື້ນບົກຜ່ອງຢ່າງໜັກໜ່ວງ. ການຫັດກຸມທາງດ້ານເງິນຕາທີ່ເຄັ່ງຂຶ້ນກ່ວາທີ່ຄາດໄວ້ໃນບັນດາປະເທດເສດຖະກິດທີ່ກ້າວໜ້າ ອາດຈະພາໃຫ້ເກີດຄວາມບໍ່ໝັ້ນຄົງທາງດ້ານການເງິນ ແລະ ການຂະຫຍາຍຕົວໃນປະເທດ ສປຈີນ ປະເຊີນກັບສິ່ງທ້າທາຍຈາກການປິດເມືອງຮອບໃໝ່ ແລະ ຂະແໜງອະສັງຫາລິມະຊັບທີ່ອ່ອນແອ. ລັດຖະບານໃນປະເທດອາຊີກຳລັງພັດທະນາ ຕ້ອງມີຄວາມລະມັດລະວັງຕໍ່ຄວາມສ່ຽງເຫຼົ່ານີ້ ແລະ ດຳເນີນບັນດາບາດກ້າວທີ່ຈຳເປັນ ເພື່ອຄວບຄຸມອັດຕາເງິນເຟິ້ ໂດຍທີ່ບໍ່ເຮັດໃຫ້ການເຕີບໂຕຊ້າລົງ.”
ບັນດາປະເທດເສດຖະກິດກ້າວໜ້າທີ່ສຳຄັນຂອງໂລກ ຄາດວ່າຈະເຕີບໂຕທີ່ 1,9% ໃນປີ 2022 ແລະ 1,0% ໃນປີ 2023, ຊ້າກ່ວາທີ່ໄດ້ຄາດຄະເນໄວ້ໃນຕົ້ນປີນີ້. ອັດຕາເງິນເຟິ້ສູງຂຶ້ນ ໄດ້ກະຕຸ້ນໃຫ້ປະເທດສະຫະລັດ ແລະ ເຂດເອີຣົບ ປະຕິບັດນະໂຍບາຍເງິນຕາທີ່ເຄັ່ງຄັດ, ຄວາມຕ້ອງການໃນບັນດາປະເທດເສດຖະກິດເຫຼົ່ານີ້ຫຼຸດລົງ, ເຊິ່ງຍັງຄົງສືບຕໍ່ໄດ້ຮັບຜົນກະທົບຈາກຂັດຂວາງຕ່ອງໂສ້ຂອງການສະໜອງ ແລະ ຄວາມບໍ່ແນ່ນອນຈາກການຮຸກຮານໃນປະເທດອູແກຼນ.
ADB ໄດ້ເພີ່ມການຄາດຄະເນຕໍ່ອັດຕາເງິນເຟີ້ໃນອາຊີກຳລັງພັດທະນາໃນປີນີ້ທີ່ 4,5% ຈາກການຄາດຄະເນກ່ອນໜ້າທີ່ 3,7%. ການຄາດຄະເນສຳລັບປີໜ້າແມ່ນອັດຕາ 4,0%, ເພີ່ມຂຶ້ນຈາກອັດຕາ 3,1%. ໃນຂະນະທີ່ອັດຕາເງິນເຟີ້ໃນພາກພື້ນນີ້ຍັງຕໍ່າກ່ວາພາກພື້ນອື່ນ, ການຂັດຂວາງການສະໜອງ ຍັງສືບຕໍ່ຍູ້ລາຄາອາຫານແລະລາຄານໍ້າມັນເຊື້ອໄຟໃຫ້ສູງຂຶ້ນ.
ການຄາດຄະເນອັດຕາການເຕີບໂຕຂອງປະເທດ ສປຈີນ ສໍາລັບປີນີ້ໄດ້ປັບຫຼຸດລົງມາທີ່ 3,3% ຈາກການຄາດຄະເນໄວ້ຢູ່ທີ່ 5,0% ໃນເດືອນເມສາ. ນີ້ຈະເປັນປີທໍາອິດໃນຫຼາຍກວ່າ 3 ທົດສະວັດ ໃນສ່ວນທີ່ເຫຼືອແມ່ນປະເທດໃນອາຊີກຳລັງພັດທະນາຈະເຕີບໂຕໄວກ່ວາປະເທດ ສປຈີນ. ການຄາດຄະເນອັດຕາການເຕີບໂຕຂອງອິນເດຍໄດ້ປັບຫຼຸດລົງມາທີ່ 7,0% ຈາກ 7,5%, ຍ້ອນອັດຕາເງິນເຟີ້ສູງກວ່າທີ່ໄດ້ຄາດຄະເນໄວ້ ປະກອບກັບຄວາມເຄັ່ງຕຶງທາງດ້ານເງິນຕາ.
ຄວາມຕ້ອງການພາຍໃນປະເທດທີ່ແຂງແຮງຂອງອິນໂດເນເຊຍ ແລະ ຟີລິບປິນ ແມ່ນໄດ້ປະກອບສ່ວນເຂົ້າໃນການປັບປຸງອັດຕາການຄາດຄະເນການຂະຫຍາຍຕົວທີ່ 5,1% ໃນປີນີ້ ສໍາລບັອາຊີຕາເວັນອອກສຽງໃຕ້, ເຖິງແມ່ນວ່າ ສະພາບການທີ່ມອງເຫັນເຖິງຄວາມຕອ້ງການໃນທົ່ວໂລກຈະຫຼຸດລົງຕື່ມອີກ ຈະໄດ້ນໍາໄປສູ່ການປັບຫຼຸດລົງການຄາດຄະເນສໍາລັບປີໜ້າ. ການຄາດຄະເນສໍາລັບປີ 2022 ຍັງໄດ້ມີການປັບໃຫ້ສູງຂຶ້ນ ສໍາລັບບັນດາປະເທດໃນແຖບອາຊີກາງ, ເຊິ່ງຄາດວ່າຈະເຕີບໂຕທີ່ອັດຕາ 3,9% ໃນປີນີ້, ແລະ ສໍາລັບເສດຖະກິດຂອງປາຊີຟິກ ຄາດວ່າຈະເຕີບໂຕທີ່ 4,7% ເນື່ອງຈາກການທ່ອງທ່ຽວຍັງສືບຕໍ່ຟື້ນໂຕກັບມາຈາກການລະບາດພະຍາດ.
ບົດລາຍງານການຄາດຄະເນການພັດທະນາຂອງອາຊີ ສະບັບປັບປຸງ 2022 ປະກອບດ້ວຍຫົວຂໍ້ສຶກສາທີ່ມີຊື່ວ່າ ການເປັນທຸລະກິດໃນຍຸກດີຈິຕັອນ. ບົດສຶກສາດັ່ງກ່າວໄດ້ເບິ່ງເຖິງ ຜູ້ປະກອບການດີຈິຕັອນ ສາມາດກ້າວໄປສູ່ການເຕີບໃຫຍ່ຂະຫຍາຍໂຕແລະມີນະວັດຕະກຳທີ່ຍິ່ງໃຫຍ່ແນວໃດ ແລະ ລັດຖະບານຂອງປະເທດຕ່າງໆໃນພາກພື້ນສາມາດສ້າງສະພາບແວດລ້ອມໃຫ້ຜູ້ປະກອບການດີຈິດຕັອນໃຫ້ຈະເລີນເຕີບໂຕໄດ້ແນວໃດ.
ADB ມີຄວາມມຸ່ງໝັ້ນເພື່ອໃຫ້ພາກພື້ນອາຊີແລະປາຊີຟິກ ຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບກັບການປ່ຽນແປງ, ແລະ ຍືນຍົງ ໄປພ້ອມກັບ ສຸມຄວາມພະຍາຍາມຂອງຕົນ ເພື່ອຫຼຸດຜ່ອນຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີປະເທດສະມາຊິກທັງໝົດ 68 ປະເທດ ຊຶ່ງໃນນັ້ນມີ 48 ປະເທດມາຈາກພາກພື້ນດັ່ງກ່າວ.