ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (1 ມີນາ 2023) — ທະນາຄານພັດທະນາອາຊີ (ADB) ແລະ ບໍລິສັດ Monsoon Wind Power Company Limited ໄດ້ລົງນາມໃນໂຄງການສະໜອງທຶນໃນວົງເງິນມູນຄ່າ 692,55 ລ້ານໂດລາສະຫະລັດ (ໂດລາ) ເພື່ອສ້າງໂຮງຜະລິດໄຟຟ້າພະລັງງານລົມທີ່ມີກຳລັງແຮງ 600 ເມກາວັດ ໃນແຂວງເຊກອງ ແລະ ແຂວງອັດຕະປື ຢູ່ທາງພາກໃຕ້ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ເພື່ອສົ່່ງອອກແລະຂາຍໃຫ້ກັບປະເທດເພື່ອນບ້ານ ຫວຽດນາມ. ໂຄງການໄຟຟ້າພະລັງງານລົມ, ຊຶ່ງປະກອບດ້ວຍ 133 ກັງຫັນລົມ, ຈະເປັນໂຮງຜະລິດໄຟຟ້າພະລັງງານລົມ ທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ແລະ ເປັນໂຮງຜະລິດໄຟຟ້າພະລັງງານລົມແຫ່ງທໍາອິດຢູ່ໃນ ສປປ ລາວ.
ໃນ ຖາ ນະເປັນຜູ້ກຽມການແລະຜູ້ທີ່ໄດ້ຮັບ ການ ມອບ ໝາຍ ແຕ່ ພຽງຜູ້ ດຽວ, ADB ໄດ້ ຈັດ ຕັ້ງ ຈັດ ໂຄງ ສ້າງ ແລະ ສັງ ລວມ ການສະໜອງທຶນໃນວົງເງິນ ທັງ ໝົດ ຊຶ່ງເປັນເປັນການເຄື່ອນໄຫວດ້ານການເງິນໂຄງການພະລັງງານທົດແທນ ທີ່ ໃຫຍ່ ທີ່ ສຸດ ໃນ ບັນ ດາ ປະ ເທດ ອາ ຊຽນມາຮອດປະຈຸບັນ. ວົງເງິນດັ່ງກ່າວປະກອບມີ ເງິນກູ້ປະເພດ A 100 ລ້ານໂດລາຈາກແຫຼ່ງທຶນປົກກະຕິຂອງ ADB, ເງິນກູ້ລວມປະເພດ B 150 ລ້ານໂດລາ, ທຶນທີ່ໄດ້ຮັບການຈັດສັນໄວ້ 50 ລ້ານໂດລາ, ເງິນກູ້ຄູ່ຂະໜານ 382,55 ລ້ານໂດລາ, ແລະ ເງິນຊ່ວຍເຫຼືອລ້າ 10 ລ້ານໂດລາ. ການໃຊ້ ວິທີທາງການ ເງິນ ເພື່ອລະດົມທຶນ ປະສົມທີ່ໄດ້ຮັບການຈັດສັນໄວ້ອັນໃໝ່ນີ້ ແມ່ນ ມີ ຄວາມ ສຳຄັນ ໃນການ ເອົາ ຊະນະ ອຸປະສັກ ດ້ານ ການ ທະນາຄານ ຂອງ ໂຄງການ ເພື່ອຍາດແຍ່ງທຶນ ທາງການ ຄ້າ.
ທ່ານ ຊູຊານ ແກັບບູຣີ, ຫົວໜ້າກົມການປະຕິບັດງານພາກເອກະຊົນຂອງ ADB ໄດ້ໃຫ້ຮູ້ວ່າ “ບັນດາເສດຖະກິດຂອງປະເທດທີ່ກຳລັງພັດທະນາຢູ່ ພາກພື້ນອາ ຊີ ແລະ ປາ ຊີ ຟິກ ປະ ເຊີນ ກັບ ການຂາດເຂີນການ ລົງ ທຶນ ດ້ານ ດິນ ຟ້າ ອາ ກາດ ຊຶ່ງຈຳ ເປັນ ເພື່ອຊຸກຍູ້ ແນວທາງ ໄປ ສູ່ ການ ເຕີບ ໂຕຕາມທິດສີ ຂຽວໃຫ້ປະກົດຜົນເປັນຈິງ. ການ ຮ່ວມ ກັນ ພັດທະນາ ແລະ ຮ່ວມກັນ ສະໜອງ ທຶນ ການ ຄ້າ ໃຫ້ ແກ່ ໂຄງການ ນີ້ ໄດ້ ຮັດ ແຄບ ຊ່ອງ ຫວ່າງ ດ້ວຍ ການ ລະດົມ ທຶນ ເອກະ ຊົນ ເພື່ອ ພັດທະນາ ແຫຼ່ງພະລັງງານ ລົມ ທີ່ ເປັນ ການ ຜະລິດ ພະລັງງານ ໄຟຟ້າ ທີ່ສະອາດ ເຊິ່ງສາມາດ ຊຸກຍູ້ ຄວາມ ກ້າວໜ້າ ດ້ານ ເສດຖະກິດ ແລະ ສັງຄົມ ໃນ ພາກ ພື້ນ,” ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ “ການສະໜອງທຶນຈາກ ADB ແລະ ບັນດາຄູ່ຮ່ວມມືຂອງ ADB ຈະຊ່ວຍປົດລ໋ອກຊັບພະຍາກອນພະລັງງານລົມທີ່ຍັງບໍ່ທັນໄດ້ນໍາເອົາມາໃຊ້ຂອງ ສປປ ລາວ, ອັນເປັນການສະໜອງພື້ນຖານໃຫ້ແກ່ການຫັນປ່ຽນໄປສູ່ພະລັງງານສະອາດ ແລະ ການເຕີບໂຕຕາມທິດສີຂຽວ ເຊິ່ງຈະສ້າງຜົນປະໂຫຍດອັນຍືນຍົງໃຫ້ແກ່ເສດຖະກິດ.”
ການສະໜອງໄຟຟ້າຂ້າມຊາຍແດນ ເປັນເສົາຄ້ຳອັນໜຶ່ງ ຂອງການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ. ການຂຸດຄົ້ນຊັບພະຍາກອນພະລັງງານລົມທີ່ຍັງບໍ່ໄດ້ໃຊ້ໃນປະເທດ ສາມາດສະໜອງຄວາມຫຼາກຫຼາຍຂອງພະລັງງານ ເນື່ອງຈາກລະດູການຂອງຊັບພະຍາກອນລົມ ແມ່ນລະດູການຕ່າງຮອບວຽນກັບ ລະດູຝົນ ຊຶ່ງສະໜັບສະໜູນແກ່ການຜະລິດພະລັງງານໄຟຟ້ານໍ້າຕົກຂອງປະເທດ. ໂຄງການດັ່ງກ່າວຈະຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຢ່າງຫນ້ອຍ 748.867 ໂຕນຕໍ່ປີ ຂອງຄາບອນໄດອອກໄຊທຽບເທົ່າ.
ເງິນກູ້ປະເພດ B ປະກອບມີ 100 ລ້ານໂດລາ ຈາກ Siam Commercial Bank ແລະ 50 ລ້ານໂດລາ ຈາກບໍລິສັດ Sumitomo Mitsui Banking Corporation, ໃນຂະນະທີ່ທຶນສໍາທີ່ໄດ້ຈັດສັນໄວ້ທີ່ບໍລິຫານໂດຍ ADB ປະກອບມີ 20 ລ້ານໂດລາ ຈາກກອງທຶນພື້ນຖານໂຄງລ່າງເອກະຊົນຊັ້ນນໍາຂອງອາຊີ (Leading Asia Private Infrastructure Fund - LEAP) ແລະ 30 ລ້ານໂດລາ ຈາກກອງທຶນສະພາບອາກາດການາດາສໍາລັບພາກເອກະຊົນໃນອາຊີ (Canadian Climate Fund for the Private Sector in Asia - CFPS, CFPS II). ເງິນກູ້ຄູ່ຂະໜານລວມມີ 120 ລ້ານໂດລາຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA), 100 ລ້ານໂດລາຈາກທະນາຄານກະສິກອນ, 72,55 ລ້ານໂດລາຈາກທະນາຄານເພື່ອການລົງທຶນພື້ນຖານໂຄງລ່າງອາຊີ, 60 ລ້ານໂດລາຈາກທະນາຄານເພື່ອການສົ່ງອອກ-ນຳເຂົ້າຂອງໄທ, ແລະ 30 ລ້ານໂດລາຈາກ Hong Kong Mortgage Cooperation Limited. ທຶນຊ່ວຍເຫຼືອລ້າມູນຄ່າ 10 ລ້ານໂດລາຈາກກອງທຶນພັດທະນາອາຊີຂອງ ADB ພາຍໃຕ້ປ່ອງພາກເອກະຊົນ (ADB-PSW) ຈະຊ່ວຍຫຼຸດຜ່ອນຄວາມສ່ຽງໂຄງການທີ່ສໍາຄັນ, ລວມທັງຄວາມສ່ຽງທີ່ອາດຈະເກີດຂຶ້ນ, ເຊິ່ງເປັນບັນຫາດ້ານການທະນາຄານທີ່ສໍາຄັນສໍາລັບຜູ້ໃຫ້ກູ້.
ທ່ານ ເປັກ ຄໍາຄະນິດ, ປະທານກຳມະການບໍລິຫານຂອງ Impact Electrons Siam Company Limited ຊຶ່ງເປັນຜູ້ພັດທະນາຂອງໂຄງການໄດ້ໃຫ້ຮູ້ວ່າ "ຮ່ວມກັບ ADB, ພວກເຮົາຖືເອົາບາດກ້າວອັນສຳຄັນນີ້ ໃນການຕໍ່ສູ້ທົ່ວໂລກຕ້ານການປ່ຽນແປງຂອງດິນຟ້າອາກາດ ຄຽງຄູ່ກັບພາລະກິດຂອງບໍລິສັດຂອງພວກເຮົາເອງ ເພື່ອຍົກສູງຊີວິດການເປັນຢູ່ ແລະ ຄວາມຜາສຸກຂອງຊຸມຊົນທ້ອງຖິ່ນທີ່ພວກເຮົາເຮັດວຽກຢູ່ເຂດພາຍໃນນັ້ນ", ທ່ານໄດ້ໃຫ້ຮູ້ຕື່ມອີກວ່າ "ພວກຂ້າພະເຈົ້າຂອບໃຈມາຍັງ ADB ສໍາລັບການນໍາພາຂອງຕົນທີ່ເປັນຕົວກາງການຈັດກຽມ ຂອງສັນຍາຂອງການສະຫນອງທຶນດັ່ງກ່າວນີ້ ທີ່ໄດ້ນໍາເອົາຫຼາຍພາກສ່ວນມາຮ່ວມກັນ ທັງຈາກຂົງເຂດການຄ້າ ກໍ່ຄື ຂົງເຂດການພັດທະນາ."
LEAP ແມ່ນກອງທຶນທີ່ຄຸ້ມຄອງໂດຍ ADB ຊຶ່ງມີວົງເງິນທຶນມູນຄ່າ 1,5 ຕື້ໂດລາ ທີ່ໄດ້ໃຫ້ຄຳໝັ້ນສັນຍາໂດຍອົງການ JICA. ສ້າງຕັ້ງຂື້ນໃນປີ 2016, LEAP ສຸມໃສ່ການສະໜອງບັນດາໂຄງການພື້ນຖານໂຄງລ່າງຂອງພາກເອກະຊົນທີ່ມີຄຸນນະພາບສູງ ແລະຍືນຍົງ ທີ່ຫຼຸດຜ່ອນການປ່ອຍອາຍຄາບອນ, ປັບປຸງປະສິດທິພາບດ້ານພະລັງງານ, ແລະສະໜອງການບໍລິການດ້ານການຮັກສາສຸຂະພາບ ການສຶກສາ ແລະ ການສື່ສານ ທີ່ສາມາດເຂົ້າເຖິງໄດ້ ໃຫ້ແກ່ບັນດາປະເທດສະມາຊິກທີ່ກໍາລັງພັດທະນາຂອງ ADB.
CFPS ແລະ CFPSII ແມ່ນກອງທຶນທີ່ໄດ້ຮັບການຈັດສັນໄວ້ ຄຸ້ມຄອງໂດຍ ADB, ສ້າງຕັ້ງຂຶ້ນດ້ວຍການປະກອບສ່ວນຂອງ 231,5 ລ້ານໂດລາ ຈາກ Global Affairs Canada. ກອງທຶນດັ່ງກ່າວໄດ້ຖືກອອກແບບມາ ເພື່ອສະໜັບສະໜູນການມີສ່ວນຮ່ວມຂອງພາກເອກະຊົນຫຼາຍຂຶ້ນ ໃນການຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ ແລະ ການປັບຕົວຢູ່ໃນບັນດາປະເທດທີ່ມີລາຍໄດ້ປານກາງ ແລະ ຕ່ຳ ແລະ ປະເທດທີ່ມີລາຍໄດ້ປານກາງເທິງເກາະນ້ອຍທີ່ພວມພັດທະນາໃນແຖບອາຊີແລະປາຊີຟິກ. ທຶນດັ່ງກ່າວ ຍັງຊອກຫາວິທີສົ່ງເສີມຄວາມສະເໝີພາບບົດບາດລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ເດັກຍິງ.
ADB-PSW ແມ່ນສິ່ງອຳນວຍຄວາມສະດວກທີ່ໄດ້ຮັບການອະນຸມັດໂດຍຜູ້ສະໜອງທຶນແກ່ກອງທຶນພັດທະນາອາຊີ ໃນປີ 2020 ທີ່ສະໜັບສະໜູນການພັດທະນາຂອງພາກເອກະຊົນ ໃນຕະຫຼາດແດນໄກ ໂດຍການສະຫນອງທຶນຊ່ວຍເຫຼືອລ້າ ເພື່ອສະໜອງທຶນໃຫ້ແກ່ຜະລິດຕະພັນທາງດ້ານການເງິນ ທີ່ແກ້ໄຂແລະຫຼຸດຜ່ອນຂໍ້ຈໍາກັດທາງດ້ານການເງິນທົ່ວໄປ ທີ່ຂັດຂວາງການເຮັດທຸລະກໍາຂອງພາກເອກະຊົນຈໍານວນຫຼາຍ.
ADB ມຸ່ງ ໝັ້ນ ທີ່ ຈະ ບັນລຸ ໃຫ້ ພາກພື້ນອາຊີ ແລະ ປາຊີ ຟິກຈະ ເລີ ນຮຸ່ງ ເຮືອງ, ທົ່ວເຖິງ, ພ້ອມຮັບການປ່ຽນແປງ, ແລະ ຍືນ ຍົງ, ພ້ອມ ທັງ ຮັກສາ ຄວາມ ພະຍາຍາມຂອງຕົນ ເພື່ອ ລົບ ລ້າງ ຄວາມທຸກ ຍາກ . ສ້າງ ຕັ້ງ ຂຶ້ນ ໃນ ປີ 1966 , ADB ມີ 68 ປະເທດ ສະ ມາ ຊິກ ຊຶ່ງໃນນັ້ນມີ 49 ປະເທດມາຈາກ ພາກ ພື້ນ ດັ່ງກ່າວ.