ມະນີລາ, ຟີລິບປິນ (22 ກັນຍາ 2021) — ທະນາຄານພັດທະນາອາຊີ (ADB) ຫຼຸດອັດຕາຄາດຄະເນຂອງຕົນ ຕໍ່ການເຕີບໂຕທາງດ້ານເສດຖະກິດປີ 2021 ສຳລັບປະເທດທີ່ກຳລັງພັດທະນາໃນອາຊີໂດຍລວມ ທ່າມກາງຄວາມກັງວົນທີ່ມີຢ່າງຕໍ່ເນື່ອງກ່ຽວກັບ ການລະບາດພະຍາດອັກເສບປອດຈາກເຊື້ອຈຸນລະໂລກສາຍພັນໃໝ່ (ໂຄວິດ -19).
ອີງຕາມບົດລາຍງານເສດຖະກິດອັນສຳຄັນຂອງ ADB ທີ່ມີຊື່ຫົວຂໍ້ວ່າ: ການຄາດຄະເນການພັດທະນາຂອງອາຊີປະຈຳປີ 2021, ອັດຕາການເຕີບໂຕຄາດວ່າຈະຢູ່ທີ່ 7,1% ໃນປີນີ້, ເຊິ່ງທຽບກັບອັດຕາ 7,3% ທີ່ໄດ້ຄາດຄະເນໄວ້ໃນເດືອນເມສາທີ່ຜ່ານມາ. ອັດຕາການເຕີບໂຕສຳລັບປີ 2022 ຄາດວ່າຈະຢູ່ທີ່ 5,4% ຊຶ່ງເພີ່ມຂຶ້ນຈາກ 5,3%. ພະຍາດໂຄວິດ-19 ສາຍພັນໃໝ່, ສະພາບການລະບາດໃນແຕ່ລະປະເທດ, ການກັບຄືນມາສູ່ຂໍ້ຈໍາກັດແລະການປິດເມືອງໃນລະດັບຕ່າງກັນ, ແລະ ການສັກວັກຊີນທີ່ຫລ້າຊ້າແລະບໍ່ທັນກັນ ພວມເຮັດໃຫ້ຄວາມຄາດຫວັງຂອງພາກພື້ນຫຼຸດລົງ.
ທ່ານ ໂຈເຊບ ສເວັກລີຈ ເຈອາຣ, ຜູ້ວ່າການແທນຫົວໜ້ານັກເສດຖະສາດຂອງ ADB ໄດ້ໃຫ້ຮູ້ວ່າ "ປະເທດທີ່ກໍາລັງພັດທະນາໃນອາຊີ ຍັງມີຄວາມສ່ຽງຕໍ່ການລະບາດຂອງພະຍາດໂຄວິດ-19, ເນື່ອງຈາກວ່າ ພະຍາດສາຍພັນໃໝ່ ໄດ້ເຮັດໃຫ້ການລະບາດໄວ, ເຊິ່ງນຳໄປສູ່ການຈຳກັດການເຄື່ອນຍ້າຍໃນບາງພື້ນຖານເສດຖະກິດຄືນໃໝ່ອີກ. ມາດຕະການທາງນະໂຍບາຍ ບໍ່ຄວນເນັ້ນໃສ່ແຕ່ ການຄວບຄຸມ ແລະ ການສັກວັກຊີນ, ແຕ່ຕ້ອງສືບຕໍ່ສະໜັບສະໜູນບັນດາ ບໍລິສັດ ແລະ ຄົວເຮືອນ ແລະ ເນັ້ນໃຫ້ບັນດາຂະແໜງການເສດຖະກິດຕ່າງໆໄດ້ຮັບຮູ້ຕື່ມອີກ ເພື່ອປັບໂຕເຂົ້າກັບ “ການດຳລົງຊີວິດຄືເກົ່າແບບໃໝ່” ເມື່ອເຫັນວ່າ ການແຜ່ລະບາດພະຍາດພວມເລີ່ມກ້າວເຂົ້າໄລຍະການຟື້ນໂຕ”.
ນັບຕັ້ງແຕ່ໄດ້ມີການລະບາດຂອງພະຍາດ ໂຄວິດ-19 ສາຍພັນເດລຕ້າ ໃນເດືອນເມສາ, ກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນບັນດາປະເທດທີ່ກໍາລັງພັດທະນາໃນອາຊີ ໄດ້ເພີ່ມສູງຂຶ້ນ. ໃນເດືອນ ພຶດສະພາ, ຈໍານວນຜູ້ຕິດເຊື້ອກໍລະນີໃໝ່ໃນແຕ່ລະວັນມີສູງເຖິງ 430.000. ມີຫຼາຍກ່ວາ 163.000 ກໍລະນີໃໝ່ປະຈໍາວັນໄດ້ຖືກບັນທຶກໄວ້ໃນມື້ວັນທີ 31 ສິງຫາ. ໃນຂະນະດຽວກັນ, ຄວາມຄືບໜ້າຂອງການສັກຢາກັນພະຍາດ ຢູ່ໃນປະເທດທີ່ກໍາລັງພັດທະນາໃນອາຊີ ຍັງບໍ່ທັນກັນ ແລະ ຍັງຊັກຊ້າກວ່າປະເທດທີ່ມີຄວາມກ້າວໜ້າທາງດ້ານເສດຖະກິດ. ມາຮອດວັນທີ 31 ສິງຫາ 2021, ຈໍານວນ 28,7% ຂອງປະຊາກອນໃນພາກພື້ນນີ້ ໄດ້ຮັບການສັກວັກຊີນປ້ອງກັນຄົບຖ້ວນ ສົມທຽບກັບອັດຕາ 51,8% ໃນສະຫະລັດອາເມລິກາ ແລະ 58,0% ຢູ່ໃນປະເທດສະຫະພາບເອີຣົບ.
ຫົນທາງການຟື້ນຟູພາຍໃນພາກພື້ນຍັງຄົງບໍ່ມີຄວາມຊັດເຈນ. ການຂະຫຍາຍຕົວຂອງປະເທດໃນພາກພື້ນອາຊີຕາເວັນອອກໂດຍລວມ ສຳລັບປີນີ້ຄາດວ່າຈະຢູ່ທີ່ອັດຕາ 7,6% ຊຶ່ງເພີ່ມຂຶ້ນຈາກ 7,4% ທີ່ໄດ້ຄາດຄະເນໄວ້ໃນ ເດືອນ ເມສາ, ເນື່ອງຈາກຄວາມຕ້ອງການຂອງໂລກທີ່ມີເພີ່ມຂຶ້ນ ເຮັດໃຫ້ການສົ່ງອອກເຊື້ອໄຟຈາກພາກພື້ນດັ່ງກ່າວເພີ່ມຂຶ້ນ. ອັດຕາການເຕີບໂຕຂອງປະເທດໃນພາກພື້ນອາຊີຕາເວັນອອກສຳລັບປີ 2022 ແມ່ນບໍ່ປ່ຽນແປງ ຍັງຢູ່ທີ່ 5,1%. ການຄາດຄະເນການເຕີບໂຕສໍາລັບ ສາທາລະນະລັດປະຊາຊົນຈີນ, ຊຶ່ງເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ທີ່ສຸກໃນພາກພື້ນ, ຍັງຄົງຢູ່ທີ່ອັດຕາ 8,1% ໃນປີ 2021 ແລະ 5,5% ໃນປີ 2022.
ອັດຕາຄາດຄະເນການເຕີບໂຕທາງດ້ານເສດຖະກິດ ຂອງບັນດາປະເທດໃນພາກພື້ນອາຊີກາງ ສຳລັບປີນີ້ ແມ່ນ 4,1% ຊຶ່ງເພີ່ມຂຶ້ນຈາກ 3,4% ທີ່ໄດ້ຄາດຄະເນໄວ້ໃນ ເດືອນ ເມສາ, ທ່າມກາງຄວາມຄາດຫວັງທີ່ມີເພີ່ມຂຶ້ນ ສຳລັບປະເທດ ອາເມເນຍ, ອາເຊີໄບຈັນ, ຈໍເຈຍ, ກາຊັກສຖານ ແລະ ອຸສເບກິສຖານ. ອັດຕາການຄາດຄະເນສຳລັບປີ 2022 ຂອງອະນຸພາກພື້ນດັ່ງກ່າວ ໄດ້ປັບຂຶ້ນມາທີ່ 4,2% ຈາກ 4,0%.
ADB ຄາດວ່າ ອັດຕາການເຕີບໂຕທາງດ້ານເສດຖະກິດຂອງພາກພື້ນອາຊີໃຕ້ ແມ່ນຢູ່ທີ່ 8,8% ສຳລັບປີນີ້, ເມື່ອທຽບກັບອັດຕາ 9,5% ທີ່ໄດ້ຄາດຄະເນໄວ້ໃນ ເດືອນ ເມສາ ສຳລັບອະນຸພາກພື້ນດັ່ງກ່າວ. ແຕ່ເຖິງຢ່າງໃດກໍ່ຕາມ, ອັດຕາຄາດຄະເນສຳລັບປີ 2022 ໄດ້ປັບເພີ່ມຂຶ້ນມາທີ່ 7,0% ຈາກ 6,6%. ອັດຕາຄາດຄະເນສໍາລັບ ອິນເດຍ ໃນປີ 2021, ຊຶ່ງເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ທີ່ສຸດໃນອະນຸພາກພື້ນນີ້, ແມ່ນ 10,0% ຊຶ່ງຫລຸດລົງຈາກ 11,0%, ໃນຂະນະທີ່ ອັດຕາຄາດຄະເນສໍາລັບປີໜ້າໄດ້ປັບຂຶ້ນມາທີ່ 7,5% ຈາກ 7,0%.
ການຄາດຄະເນສຳລັບພາກພື້ນອາຊີຕາເວັນອອກສຽງໃຕ້ແລະປາຊີຟິກ ກໍ່ໄດ້ຮັບການປັບປຸງຄືນໃໝ່ເຊັ່ນກັນ. ເນື່ອງຈາກວ່າ, ເສດຖະກິດຂອງບັນດາປະເທດໃນອະນຸພາກພື້ນນີ້ຍັງ ຕໍ່ສູ້ກັບພະຍາດສາຍພັນໃໝ່, ປິດເມືອງ ພ້ອມດ້ວຍຂໍ້ຈຳກັດຕ່າງໆ, ແລະ ການສັກວັກຊີນຊັກຊ້າ. ອັດຕາຄາດຄະເນການຂະຫຍາຍຕົວຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ສຳລັບປີ 2021 ແລະ 2022 ໄດ້ປັບລົງມາທີ່ 3,1% ແລະ 5,0% ຕາມລຳດັບ ຈາກ ອັດຕາ 4,4% ແລະ 5,1% ທີ່ໄດ້ຄາດຄະເນໄວ້ໃນ ເດືອນເມສາ. ເສດຖະກິດຂອງປະເທດໃນແຖບປາຊີຟິກໂດຍລວມ ຄາດວ່າຈະຫຼຸດລົງທີ່ອັດຕາ 0,6% ໃນປີນີ້, ທຽບກັບການເຕີບໂຕທີ່ອັດຕາ 1,4% ທີ່ໄດ້ຄາດຄະເນໄວ້ໃນ ເດືອນ ເມສາ, ກ່ອນທີ່ຈະເພີ່ມຂຶ້ນທີ່ອັດຕາ 4,8% ໃນປີ 2022
ອັດຕາເງິນເຟີ້ຂອງປະເທດທີ່ກໍາລັງພັດທະນາໃນອາຊີໂດຍລວມ ຄາດວ່າຈະຍັງຢູ່ທີ່ 2,2% ສຳລັບປີນີ້ ແລະ 2,7% ສຳລັບປີ 2022. ທ່າອ່ຽງຂອງລາຄາສິນຄ້າແລະອາຫານລະຫວ່າງປະເທດ ທີ່ສູງຂຶ້ນໃນແຕ່ລະວັນ ສາມາດເຮັດໃຫ້ເງິນເຟີ້ເພີ່ມຂຶ້ນ ໃນເສດຖະກິດຂອງບັນດາປະເທດໃນພາກພື້ນນີ້.
ADB ມີຄວາມມຸ່ງໝັ້ນທີ່ຈະບັນລຸໃຫ້ພາກພື້ນອາຊີປາຊີຟິກມີຄວາມຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບການປ່ຽນແປງ, ແລະ ຍືນຍົງ, ໄປພ້ອມກັບການຮັກສາຄວາມພະຍາຍາມຂອງຕົນໃນການລຶບລ້າງຄວາມທຸກຍາກ. ADB ຖືກສ້າງຕັ້ງຂຶ້ນໃນປີ 1966, ໂດຍມີ 68 ປະເທດສະມາຊິກເປັນເຈົ້າຂອງ ຊຶ່ງໃນນັ້ນມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.