ນະຄອນຫຼວງມະນີລາ, ຟີລິບປິນ (21 ກັນຍາ 2022) — ອີງ​ຕາມ​ດັດສະນີ​ໃໝ່​ທີ່​ພັດທະນາຂຶ້ນໂດຍທະນາຄານ​ພັດທະນາ​ອາຊີ (ADB), ສີ່​ສ່ວນ​ຫ້າ​ຂອງ​ເສດຖະກິດປະເທດໃນ​ອາຊີ​ທີ່​ກຳລັງ​ພັດທະນາ​ຢູ່​ລຸ່ມ​ສຸດຂອງການຈັດ​ລໍາ​ດັບ​ໂລກ ດ້ານ​ສະພາບ​ແວດ​ລ້ອມ​ດິຈິ​ຕັອນແລະ​ລະບົບ​ການ​ສະໜັບສະໜູນ​ຜູ້​ປະກອບ​ການ.

ປະເທດສິງກະໂປ ມີສະພາບແວດລ້ອມດີຈິຕັອນແລະລະບົບສະໜັບສະໜູນຜູ້ປະກອບການທີ່ດີທີ່ສຸດໃນໂລກ, ອີງຕາມດັດສະນີໂລກ ກ່ຽວກັບລະບົບຜູ້ປະກອບການດິຈິຕັອນ ທີ່ໄດ້ຖືກເຜີຍແຜ່ມື້ນີ້ ຊຶ່ງເປັນສ່ວນໜຶ່ງຂອງບົດລາຍງານການຄາດຄະເນການພັດທະຂອງນາອາຊີ 2022 ສະບັບປັບປຸງ. ປະເທດສະ​ຫະ​ລັດຖືກຈັດ​ເປັນ​ລໍາດັບສອງ​, ໃນ​ຂະ​ນະ​ທີ່​ປະເທດສະ​ວີ​ເດັນຖືກຈັດ​ເປັນ​ລໍາ​ດັບ​ສາມ​ໃນ​ບັນ​ດາ 113 ເສດ​ຖະ​ກິດ​ໃນ​ບັນ​ຊີ​ລາຍຊື່ປະເທດ​. ​ແຕ່ວ່າ 17 ​ໃນ​ຈຳນວນ 21 ​ເສດຖະກິດຂອງປະເທດ​ທີ່​ກຳລັງ​ພັດທະນາ​ໃນ​ອາຊີ​ທີ່​ຮວມຢູ່ໃນ​ນັ້ນ ​ໄດ້​ຖືກ​ຈັດ​ລໍາ​ດັບ​ໃນ​ລະດັບຕໍ່າ ​ເຊິ່ງ​​ເປັນການເນັ້ນ​ເຖິງ​ຄວາມຈໍາເປັນ ສຳລັບຫຼາຍໆປະເທດໃນ ບັນດາປະເທດເຫຼົ່ານັ້ນ ຈະຕ້ອງມີການ​ບຳລຸງ​ແລະສ້າງ​ຜູ້ການ​ປະກອບ​ການ​ດ້ານ​ດິຈິຕັອນ.

ໂລກແຫ່ງດີຈິຕັອນໃຫ້ໂອກາດແກ່ການເຕີບໂຕທີ່ຍິ່ງໃຫຍ່ ສໍາລັບພາກທຸລະກິດໃນຂົງເຂດອາຊີແລະປາຊີຟິກ. ມັນ​ເປັນ​ໂຕຂັບ​ເຄື່ອນ​ນະ​ວັດ​ຕະ​ກໍາ​, ຊຶ່ງ​ເປັນ​ກະແຈ​ອັນສຳຄັນ ສໍາ​ລັບ​​ເສດ​ຖະ​ກິດຂອງປະເທດທີ່ກໍາລັງພະ​ຍາ​ຍາມ​ ເພື່ອ​ບັນ​ລຸ​ສະ​ຖາ​ນະ​ພາບປະເທດທີ່ມີ​ລາຍ​ໄດ້​ສູງ​. ມັນຍັງສາມາດເຮັດໃຫ້ເສດຖະກິດຂອງປະເທດ ມີຄວາມຜ່ອນຜັນຫຼາຍຂຶ້ນ, ດັ່ງທີ່ເຫັນໄດ້ໃນເວລາທີ່ເຕັກໂນໂລຊີດິຈິຕັອນໄດ້ຊ່ວຍໃຫ້ທຸລະກິດຈໍານວນຫຼາຍລອດວິກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແລະມັນສາມາດຊຸກຍູ້ການເຕີບໂຕໂດຍລວມ ດ້ວຍການຫຼຸດຜ່ອນຄ່າໃຊ້ຈ່າຍໃນການເລີ່ມຕົ້ນເຮັດທຸລະກິດ.

ທ່ານ ອາລເບີດ ພາກຄ໌, ຫົວໜ້ານັກເສດຖະສາດຂອງ ADB ໄດ້ໃຫ້ຮູ້ວ່າ “ຜູ້ປະກອບການທຸລະກິດທາງດ້ານດິຈິຕັອນ ໄດ້ຊ່ວຍໃຫ້ເສດຖະກິດຂອງປະເທດຢູ່ລອດໄດ້ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ແລະມັນສາມາດກາຍເປັນເຄື່ອງຈັກຂັບເຄື່ອນ ການເຕີບໂຕແລະນະວັດຕະກໍາອັນສຳຄັນ ໃນສະພາບການພາຍຫຼັງການລະບາດພະຍາດ,” ທ່ານໄດ້ໃຫ້ຮູ້ຕື່ມອີກວ່າ “ເພື່ອເຮັດ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນໄດ້, ມັນ​ຈຳ​ເປັນ​ຕ້ອງ​ມີ​ສະ​ພາບ​ແວດ​ລ້ອມ​ສະ​ໜັບ​ສະໜູນ​ໃຫ້ສາມາດດໍາເນີນການໄດ້ ດ້ວຍ​ນະ​ໂຍ​ບາຍ​ແລະ​ແຮງ​ຈູງ​ໃຈທີ່​ເໝາະ​ສົມ. ໃນ​ຂະ​ນະ​ທີ່ ​ສະ​ພາບ​ແວດ​ລ້ອມ​ສໍາ​ລັບ​ຜູ້​ປະ​ກອບ​ການ​ດ້ານດິ​ຈິ​ຕັອນຂອງ​ອາ​ຊີ ​ໄດ້​ມີ​ຄວາມກ້າວ​ໜ້າ​ຢ່າງ​ຫຼວງ​ຫຼາຍ​ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ, ແຕ່ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ສໍາ​ລັບ​ການ​ປັບ​ປຸງ.”

ດັດສະນີ ວັດແທກຄຸນນະພາບຂອງສະພາບແວດລ້ອມສໍາລັບຜູ້ປະກອບການດ້ານດິຈິຕັອນ ໂດຍເບິ່ງລະດັບຂອງຄວາມເປັນດິຈິຕັອນໃນ 8 ດ້ານຄື: ວັດທະນະທໍາ, ສະຖາບັນ, ເງື່ອນໄຂສະພາບຂອງຕະຫຼາດ, ພື້ນຖານໂຄງລ່າງ, ທຶນມະນຸດ, ຄວາມຮູ້, ການເງິນ, ແລະ ເຄືອຂ່າຍ.

ນອກຈາກການລົງທຶນໃນພື້ນຖານໂຄງລ່າງດິຈິຕັອນເຊັ່ນວ່າ ເຄືອຂ່າຍບຣອດແບນ, ລັດຖະບານຕ້ອງສົ່ງເສີມຄວາມໝັ້ນຄົງທາງດ້ານການເມືອງ, ລະບົບກົດໝາຍທີ່ເຊື່ອຖືໄດ້, ຕະຫຼາດເປີດກ້ວາງແລະມີການແຂ່ງຂັນ, ແລະສິດຄອບຄອງຊັບສິນທີ່ເຂັ້ມແຂງ. ການວິເຄາະຂອງ ADB ສະແດງໃຫ້ເຫັນວ່າ ລະບຽບກົດໝາຍທີ່ເຂັ້ມແຂງ ມີຜົນກະທົບທາງບວກຕໍ່ການປະດິດສ້າງຂອງວິສາຫະກິດ, ໃນຂະນະທີ່ ການສໍ້ລາດບັງຫຼວງມີໜ້ອຍລົງໃນສັງຄົມ ແມ່ນສຳພັນກັບການເພີ່ມຂຶ້ນຂອງຈຳນວນຜູ້ປະກອບການໃໝ່ໃນຕະຫຼາດ.

ສຳລັບຂົງເຂດອາຊີ ແລະ ປາຊີຟິກ ໂດຍລວມແລ້ວ, ວັດທະນະທຳທີ່ສະໜັບສະໜູນຍັງບໍ່ທັນພຽງພໍ ແມ່ນເປັນຈຸດອ່ອນອັນໜຶ່ງໃນບັນດາຈຸດອ່ອນທີ່ສຸດ ເມື່ອເວົ້າເຖິງການບຳລຸງແລະສ້າງຜູ້ປະກອບການດ້ານດິຈິຕັອນ. ຕົວຢ່າງໜຶ່ງແມ່ນ ການຂາດຄວາມຮັບຮູ້ຂອງມວນຊົນໃນທົ່ວສັງຄົມຕໍ່ກັບບົດບາດສໍາຄັນ ທີ່ຜູ້ປະກອບການມີບົດບາດໃນຄວາມກ້າວຫນ້າທາງດ້ານເສດຖະກິດ. ຫົນທາງໜຶ່ງທີ່ຈະປ່ຽນແປງສິ່ງນີ້ໄດ້ແມ່ນ ການຍົກສູງລະດັບຄວາມຮັບຮູ້ຂອງມວນຊົນ ກ່ຽວກັບການເປັນຜູ້ປະກອບການຜ່ານການສຶກສາ.

ADB ມີຄວາມມຸ່ງໝັ້ນເພື່ອໃຫ້ພາກພື້ນອາຊີແລະປາຊີຟິກ ຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບກັບການປ່ຽນແປງ, ແລະ ຍືນຍົງ ໄປພ້ອມກັບ ສຸມຄວາມພະຍາຍາມຂອງຕົນ ເພື່ອຫຼຸດຜ່ອນຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີປະເທດສະມາຊິກທັງໝົດ 68 ປະເທດ ຊຶ່ງໃນນັ້ນມີ 48 ປະເທດມາຈາກພາກພື້ນດັ່ງກ່າວ.   

Global Index of Digital Entrepreneurship Systems Scores

  Rank out of 113 global economies Score (0-100)
Singapore 1 81.3
United States 2 79.7
Sweden 3 79.6
Denmark 4 78.8
Switzerland 5 76.9
Netherlands 6 75.6
Finland 7 73.3
Norway 8 69.9
Luxembourg 9 69.6
United Kingdom 10 69.0
Republic of Korea 22 54.1
Malaysia 27 43.1
People's Republic of China 39 35.3
Georgia 50 28.3
Kazakhstan 52 27.4
Armenia 58 26.0
Thailand 59 25.9
Azerbaijan 60 25.5
Viet Nam 63 23.1
Indonesia 71 20.4
India 75 19.6
Philippines 79 18.5
Sri Lanka 82 17.5
Mongolia 84 17.2
Kyrgyz Republic 88 15.2
Tajikistan 95 12.8
Bangladesh 96 12.5
Pakistan 97 12.3
Cambodia 101 12.0
Nepal 104 11.5

Media Contact