ມະນີລາ, ຟີລິບປິນ (3 ເມສາ 2020) — ອີງຕາມການຄາດຄະເນການພັດທະນາອາຊີປະຈໍາປີ 2020 ຊຶ່ງເປັນບົດລາຍງານເສດຖະກິດປະຈຳປີທີ່ສຳຄັນ ຂອງທະນາຄານພັດທະນາອາຊີ (ADB), ການຈະເລີນເຕີບໂຕດ້ານເສດຖະກິດຂອງພາກພື້ນໂດຍລວມຂອງບັນດາປະເທດ ທີ່ກໍາລັງພັດທະນາຈະຫຼຸດລົງ ຢ່າງແຮງໃນປີ 2020 ເນື່ອງຈາກຜົນກະທົບຈາກການລະບາດພະຍາດອັກເສບປອດຈາກເຊື້ອຈຸນລະໂລກສາຍພັນໃໝ່ (COVID-19) ກ່ອນທີ່ຈະຟື້ນໂຕຄືນໃນປີ 2021.
ບົດລາຍງານໄດ້ຄາດຄະເນວ່າ ການຂະຫຍາຍໂຕຂອງພາກພື້ນຈະຢູ່ທີ່ 2,2% ໃນປີ 2020 ຊຶ່ງຫຼຸດລົງຈາກ 3,3% ເມື່ອທຽບກັບ 5,5% ທີ່ໄດ້ມີການຄາດຄະເນໄວ້ໃນເດືອນກັນຍາປີ 2019. ການຂະຫຍາຍໂຕ ຈະຢູ່ທີ່ລະດັບ 6,2% ໃນປີ 2021 ຖ້າວ່າການແຜ່ລະບາດຫາກສິ້ນສຸດລົງ ແລະ ກິດຈະກໍາຕ່າງໆກັບຄືນສູ່ສະພາບປົກກະຕິ. ໂດຍບໍ່ລວມເອົາປະເທດທີ່ມີເສດຖະກິດອຸດສະຫະກຳໃໝ່ເຊັ່ນ: ຮົງກົງ, ຈີນ; ສາທາລະນະລັດເກົາຫລີ; ສິງກະໂປ; ແລະ ໄຕ້ຫວັນ, ຈີນ ບັນດາປະເທດທີ່ກຳລັງພັດທະນາແມ່ນຄາດວ່າຈະຂະຫຍາຍໂຕໃນລະດັບ 2,4% ໃນປີນີ້ ເມື່ອທຽບໃສ່ 5,7% ໃນປີ 2019 ກ່ອນທີ່ຈະຟື້ນຕົວກັບມາຢູ່ທີ່ອັັດຕາ 6,7% ໃນປີໜ້າ.
ທ່ານ ຢະສຸຍຸກິ ສະວາດະ, ຫົວໜ້ານັກເສດຖະສາດຂອງ ADB ໄດ້ໃຫ້ຮູ້ວ່າ “ຍ້ອນການວິວັດຂອງພະຍາດລະບາດໃນທົ່ວໂລກນີ້, ເຮັດໃຫ້ການຄາດຄະເນເສດຖະກິດຂອງໂລກ ແລະ ພາກພື້ນ ແມ່ນມີຄວາມບໍ່ແນ່ນອນສູງ. ການຂະຫຍາຍໂຕອາດຈະຫຼຸດລົງຕື່ມ ແລະ ການຟື້ນໂຕອາດຈະຊ້າກ່ວາອັດຕາທີ່ພວກເຮົາໄດ້ຄາດໄວ້ໃນປະຈຸບັນ. ດ້ວຍເຫດນີ້, ຄວາມພະຍາຍາມຮ່ວມມືກັນທີ່ເຂັ້ມແຂງແມ່ນຈຳເປັນ ເພື່ອຄວບຄຸມການລະບາດພະ ຍາດ COVID-19 ແລະ ຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດຈາກການລະບາດຂອງພະຍາດນີ້, ໂດຍສະເພາະຕໍ່ກຸ່ມຄົນທີ່ອ່ອນແອທີ່ສຸດ”.
ໃນສາທາລະນະລັດປະຊາຊົນຈີນ ການຫລຸດລົງຢ່າງກະທັນຫັນໃນຂະແໜງອຸດສະຫະກຳ, ການບໍລິການ, ການຄ້າຂາຍຍ່ອຍ ແລະ ການລົງທຶນໃນໄຕມາດທຳອິດ ເນື່ອງຈາກການລະບາດຂອງ COVID-19 ຈະຖ່ວງດຶງການຂະຫຍາຍໂຕໃຫ້ຫຼຸດລົງມາຢູ່ທີ່ອັດຕາ 2,3% ໃນປີນີ້. ການຂະຫຍາຍໂຕຈະຟື້ນໂຕສູງຂຶ້ນກ່ວາອັດຕາປົກກະຕິ ທີ່ອັດຕາ 7,3% ໃນປີ 2021 ກ່ອນທີ່ຈະພິກກັບຄືນມາຢູ່ທີ່ອັດຕາຂະຫຍາຍໂຕປົກກະຕິ. ໃນປະເທດອິນເດຍ, ບັນດາມາດຕະການເພື່ອຄວບຄຸມການແຜ່ລະລາດຂອງເຊື້ອຈຸນລະໂລກ ປະກອບກັບສະພາບແວດລ້ອມທີ່ອ່ອນແອລົງໃນປີນີ້ ຈະໄດ້ຮັບການຮອງຮັບປະໂຫຍດການຫຼຸດພາສີໃນປະຈຸບັນ ແລະ ການປະຕິຮູບຂະແໜງການເງິນ. ການຂະຫຍາຍໂຕຂອງອິນເດຍແມ່ນຄາດວ່າຈະຫລຸກລົງຢູ່ໃນລະດັບ 4,0% ໃນສົກງົບປະມານປີ 2020 ກ່ອນທີ່ຈະເພີ້ມຂຶ້ນຢູ່ໃນລະດັບ 6,2% ໃນປີງົບປະມານ 2021.
ເນື່ອງຈາກຈຸດອ່ອນສ່ວນໃຫຍ່ໃນທົ່ວອາຊີແມ່ນສະພາບແວດລ້ອມພາຍນອກທີ່ຊຸດໂຊມ, ໂດຍການຂະ ຫຍາຍໂຕຢຸດສະງັກ ຫລື ມີການເຮັດສັນຍາກັບກຸ່ມເສດຖະກິດອຸດສາຫະກຳທີ່ສຳຄັນຂອງ ສະຫະລັດອາເມລິກາ, ເຂດເອີຣົບ ແລະ ຍີ່ປຸ່ນ. ຜູ້ສົ່ງອອກສິນຄ້າ ແລະ ນ້ຳມັນຈຳນວນໜຶ່ງ, ເຊັ່ນວ່າປະເທດອາຊີກາງ ຈະປະເຊີນ ກັບການຕົກລົງຂອງລາຄາສິນຄ້າ. ລາຄານ້ຳມັນຄາດວ່າຈະມີລາຄາສະເລ່ຍຢູ່ທີ່ 35 ໂດລາຕໍ່ບາເຣນໃນປີນີ້, ເຊິ່ງ ຫຼຸດລົງຈາກ 64 ໂດລາໃນປີ 2019.
ບັນດາປະເທດອະນຸພາກພື້ນອາຊີ ທີ່ກຳລັງພັດທະນາທັງໝົດ ຈະປະເຊີນກັບການເຕີບໂຕທີ່ອ່ອນແອລົງໃນປີນີ້ ເນື່ອງຈາກຄວາມຕ້ອງການຂອງໂລກອ່ອນແອລົງ ແລະ ເສດຖະກິດໃນບາງປະເທດກໍ່ອ່ອນແອລົງ ອັນເນື່ອງມາຈາກການລະບາດກະທັນຫັນພາຍໃນປະເທດ ແລະ ນະໂຍບາຍການຄວບຄຸມ. ບັນດາອະນຸພາກພື້ນ ຊຶ່ງມີການເປີດກ້ວາງທາງເສດຖະກິດເຊັ່ນ: ພາກພື້ນອາຊີຕາເວັນອອກ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ ຫຼື ພາກພື້ນທີ່ມີພື້ນຖານເສດຖະກິດເພິ່ງພາອາໄສການທ່ອງທ່ຽວເຊັ່ນ: ພາກພື້ນປາຊີຟິກຈະໄດ້ຮັບຜົນກະທົບຢ່າງໜັກ. ກິດຈະກຳທາງເສດຖະກິດໃນພາກພື້ນປາຊີຟິກແມ່ນຄາດວ່າຈະຫົດໂຕລົງມາຢູ່ທີ່ອັດຕາ 0,3% ໃນປີ 2020 ກ່ອນທີ່ຈະຟື້ນໂຕຄືນມາທີ່ອັດຕາ 2,7% ໃນປີ 2021.
ພາກພິເສດຂອງບົດລາຍງານສະບັບປັບປຸງກ່ຽວກັບຜົນກະທົບດ້ານເສດຖະກິດຂອງການລະບາດຂອງ COVID-19 ຕໍ່ກັບເສດຖະກິດຂອງບັນດາປະເທດທີ່ກໍາລັງພັດທະນາ ແລະ ຕໍ່ກັບຂະແໜງການພາຍໃນຂອງບັນດາປະເທດເຫຼົ່ານີ້. ມູນຄ່າເສຍຫາຍຂອງໂລກຕໍ່ກັບການລະບາດແມ່ນຈະຢູ່ໃນລະຫວ່າງ 2,0 ຫາ 4,1 ພັນຕື້ໂດລາສະຫະລັດ ຫຼື ທຽບເທົ່າກັບການສູນເສຍໃນລະຫວ່າງ 2,3% ຫາ 4,8% ຂອງມູນຄ່າ ຍອດລວມຜະລິດຕະພັນຂອງໂລກ. ເຊິ່ງມີການປັບປຸງການຄົ້ນຄວ້າກ່ອນໜ້ານີ້ຂອງ ADB ທີ່ເຜີຍແຜ່ໃນວັນທີ 6 ມີນາ ສະທ້ອນໃຫ້ເຫັນເຖິງ ລັກສະນະຂອງໂລກລະບາດ, ການນຳໃຊ້ນະໂຍບາຍການກັກກັນຢ່າງກວ້າງຂວາງ ແລະ ຂໍ້ຫ້າມໃນການເດີນ ທາງທົ່ວໂລກແລະຂໍ້ມູນກ່ຽວກັບວິທີການລະບາດ ແລະ ຂໍ້ມູນກ່ຽວກັບວ່າການລະບາດໄດ້ກະທົບກິດຈະກຳທາງເສດ ຖະກິດໃນ ສປຈີນ ແນວໃດ.
ຄວນສັງເກດວ່າ ການຄາດຄະເນດັ່ງກ່າວບໍ່ໄດ້ຄໍານຶງເຖິງປັດໃຈຕ່າງໆເຊັ່ນ: ຜົນກະທົບຕໍ່ການສະໜອງ, ການໂອນເງິນກັບ, ຄ່າໃຊ່ຈ່າຍໃນການເບິ່ງແຍງສຸຂະພາບອັນຮີບດ່ວນ ແລະ ຄວາມຫຍຸ້ງຍາກທາງການເງິນທີ່ອາດເກີດຂຶ້ນ ພ້ອມກັບຜົນກະທົບໄລຍະຍາວຕໍ່ກັບການສຶກສາ ແລະ ເສດຖະກິດ.
ADB ມີຄວາມມຸ່ງໝັ້ນຈະບັນລຸໃຫ້ພາກພື້ນອາຊີແລະປາຊີຟິກຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບການປ່ຽນແປງ ແລະ ຍືນຍົງ ໄປພ້ອມກັບການຮັກສາຄວາມພະຍາຍາມເພື່ອລົບລ້າງຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີ 68 ປະເທດສະມາຊິດເປນເຈົ້າຂອງ ໃນນັ້ນມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.