ນະຄອນຫລວງມະນີລາ, ຟີລິບປີນ (15 ກັນຍາ 2020) — ອີງຕາມບົດລາຍງານການຄາດຄະເນການພັດທະນາຂອງອາຊີ ເຊິ່ງນໍາອອກມາເຜີຍແຜ່ໂດຍ ທະນາຄານພັດທະນາອາຊີ ຫລື ADB, ເສດຖະກິດຂອງບັນດາປະເທດທີ່ກໍາລັງພັດທະນາທົ່ວພາກພື້ນອາຊີ ຈະຕິດລົບໃນປີນີ້ ເຊິ່ງເປັນຄັ້ງທຳອິດໃນຮອບເກືອບຫົກທົດສະວັດ ແຕ່ການຟຶ້ນໂຕຈະກັບມາໃນປີໜ້າ, ເນື່ອງຈາກ ພາກພື້ນເລີ່ມຈະມີສິ່ງເກີດໃໝ່ຈາກຄວາມເສຍຫາຍທາງເສດຖະກິດທີ່ເກີດຈາກການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ຫລື COVID-19.
ບົດລາຍງານການຄາດຄະເນການພັດທະນາຂອງອາຊີປະຈຳປີ 2020 ສະບັບປັບປຸງ ໄດ້ຄາດຄະເນການເຕີບໂຕຂອງຍອດຜະລິດຕະພັນລວມພາຍໃນ ຫລື GDP ຂອງບັນດາປະເທດທີ່ກຳລັງພັດທະນາໃນອາຊີ ທີ່ອັດຕາ -0,7% ສໍາລັບປີນີ້ ເຊິ່ງນັບຕັ້ງແຕ່ຊຸມປີ 1960 ເປັນຕົ້ນມາ ນີ້ແມ່ນເປັນຄັ້ງທໍາອິດທີ່ການເຕີບໂຕທາງເສດຖະກິດຂອງປະເທດທີ່ກຳລັງພັດທະນາໃນອາຊີກ້າວໄປໃນທິດທາງລົບ. ການເຕີບໂຕຈະຟື້ນໂຕທີ່ອັດຕາ 6,8% ໃນປີ 2021 ສ່ວນໜຶ່ງແມ່ນຍ້ອນການເຕີບໂຕທີ່ທຽບໃສ່ການຂະຫຍາຍຕົວຕ່ຳໃນປີ 2020. ນີ້ຈະຍັງເຮັດໃຫ້ຜົນໄດ້ຮັບຂອງປີໜ້າຕໍ່າກ່ວາການປະເມີນກ່ອນການແຜ່ລະບາດພະຍາດ COVID-19, ເຊິ່ງຄາດວ່າອັດຕາການເຕີບໂຕຈະຕໍ່າລົງ ແລະ ສືບຄົງໂຕໃນລະດັບນັ້ນ ຫຼາຍກ່ວາທີ່ຈະຟື້ນຄືນສະພາບແບບເດີມທັນທີ. ໃນປີ 2020, ປະມານສາມສ່ວນຂອງເສດຖະກິດຂອງບັນດາປະເທດໃນພາກພື້ນ ແມ່ນຄາດວ່າຈະຂະຫຍາຍຕົວໃນທິດທາງລົບ.
ທ່ານ ຢະຊູຍຸກິ ສະວາດະ, ຫົວໜ້ານັກເສດຖະສາດຂອງ ADB ໄດ້ໃຫ້ຮູ້ວ່າ “ເສດຖະກິດຂອງປະເທດໃນພາກພື້ນອາຊີແລະປາຊີຟິກ ສ່ວນຫລາຍສາມາດຄາດເດົາໄດ້ເຖິງຫົນທາງແຫ່ງຄວາມຫຍຸ້ງຍາກຕະຫຼອດຮອດທ້າຍປີ 2020,” ທ່ານຍັງກ່າວຕື່ມອີກວ່າ “ໄພຂົ່ມຂູ່ຕໍ່ເສດຖະກິດທີ່ເກີດຈາກການແຜ່ລະບາດພະຍາດ COVID-19 ຍັງຄົງມີຜົນ ເນື່ອງຈາກ ການສືບຕໍ່ຂະຫຍາຍຂອງການແຜ່ລະບາດຈາກຮອບທີ່ໜຶ່ງ ຫຼື ແຜ່ລະບາດອີກ ສາມາດເຮັດໃຫ້ມີການນຳໃຊ້ມາດຕະການຄວບຄຸມຕື່ມອີກ. ບາດກ້າວຕໍ່ໄປເພື່ອຮັບມືກັບການລະບາດ ຕ້ອງອາໄສຄວາມຕໍ່ເນື່ອງ ແລະ ການປະສານສົມທົບ ປະກອບກັບ ການຈັດບຸລິມະສິດທາງດ້ານນະໂຍບາຍ ເຊິ່ງເນັ້ນໃສ່ການປົກປ້ອງຊີວິດ ແລະ ການເປັນຢູ່ຂອງປະຊາຊົນທີ່ມີຄວາມສ່ຽງຫຼາຍທີ່ສຸດ ແລະ ທັງຮັບປະກັນຄວາມປອດໄພໃນການກັບເຂົ້າມາເຮັດວຽກ ແລະ ເລີ່ມກິດຈະກຳທາງທຸລະກິດ ຈະຍັງສືບຕໍ່ມີຄວາມສໍາຄັນ ເພື່ອຮັບປະກັນໃຫ້ແກ່ການຟື້ນຟູຂອງພາກພື້ນໃຫ້ມີຄວາມຍືນຍົງ ແລະ ທົ່ວເຖິງ.”
ການແຜ່ລະບາດພະຍາດ COVID-19 ທີ່ແກ່ຍາວ ຍັງເປັນຄວາມສ່ຽງສູງສຸດຕໍ່ການຄາດຄະເນການເຕີບໂຕຂອງພາກພື້ນໃນປີນີ້ ແລະ ປີໜ້າ. ເພື່ອຫຼຸດຜ່ອນຄວາມສ່ຽງດັ່ງກ່າວ, ລັດຖະບານຂອງບັນດາປະເທດໃນພາກພື້ນ ໄດ້ປະຕິບັດຫລາກຫລາຍນະໂຍບາຍເພື່ອຕອບໂຕ້ ລວມທັງນະໂຍບາຍໃຫ້ການສະໜັບສະໜູນ ຕົ້ນຕໍ່ແມ່ນການອຸດໜູນດ້ານລາຍຮັບ ເຊິ່ງມີມູນຄ່າສູງເຖິງ 3,6 ພັນຕື້ໂດລາສະຫະລັດ ຫລື ເທົ່າກັບປະມານ 15% ຂອງ GDP ຂອງພາກພື້ນ.
ຄວາມສ່ຽງດ້ານອື່ນໆທີ່ເກີດຂຶ້ນຈາກຄວາມເຄັ່ງຕຶງທາງພູມສາດການເມືອງ, ລວມທັງ ຜົນເນື່ອງມາຈາກການເພີ່ມທະວີຄວາມຂັດແຍ່ງທາງການຄ້າແລະເຕັກໂນໂລຊີ ລະຫວ່າງ ສະຫະລັດອາເມລິກາ ແລະ ສາທາລະນະລັດປະຊາຊົນຈີນ (ສປ ຈີນ), ພ້ອມທັງຄວາມສ່ຽງທາງດ້ານການເງິນທີ່ອາດຈະທະວີຄວາມຮຸນແຮງຂຶ້ນຍ້ອນການແຜ່ລະບາດທີ່ແກ່ຍາວ.
ເສດຖະກິດຂອງ ສປ ຈີນ ເຊິ່ງແມ່ນໜຶ່ງໃນເສດຖະກິດຂອງປະເທດຈຳນວນໜ້ອຍໃນພາກພື້ນ ທີ່ເຮັດໃຫ້ສະພາບເສດຖະກິດຕົກຕໍ່າ. ຄາດວ່າເສດຖະກິດຂອງ ສປຈີນ ຈະເຕີບໂຕທີ່ອັດຕາ 1,8% ໃນປີນີ້ ແລະ 7,7% ໃນປີ 2021, ດ້ວຍມາດຕະການທາງດ້ານສາທາລະນະສຸກທີ່ປະສົບຜົນສຳເລັດ ໄດ້ສະໜອງແນວທາງໃຫ້ແກ່ການເຕີບໂຕ. ໃນປະເທດອິນເດຍ, ບ່ອນທີ່ມີການປິດເມືອງ ທີ່ເຮັດໃຫ້ການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະ ພາກທຸລະກິດ, GDP ຕິດລົບ 23,9% ໃນໄຕມາດທຳອິດຂອງປີງົບປະມານ ແລະ ຄາດວ່າຈະຫຼຸດລົງທີ່ 9% ໃນສົກປີງົບປະມານ 2020 ກ່ອນທີ່ຈະຟື້ນໂຕທີ່ 8% ໃນສົກປີ 2021.
ບັນດາປະເທດທີ່ກຳລັງພັດທະນາໃນອະນຸພາກພື້ນຂອງອາຊີ ຄາດວ່າອັດຕາການເຕີບໂຕ ຈະຕິດລົບໃນປີນີ້, ຍົກເວັ້ນບັນດາປະເທດໃນແຖບອາຊີຕາເວັນອອກ ເຊິ່ງຄາດວ່າຈະເຕີບໂຕທີ່ອັດຕາ 1,3% ແລະ ຟື້ນໂຕຢ່າງແຂງແຮງເຖິງ 7,0% ໃນປີ 2021. ສໍາລັບປີນີ້, ມີບາງປະເທດທີ່ເສດຖະກິດເອື່ອຍອີງໃສ່ການຄ້າ ແລະ ການທ່ອງທ່ຽວເປັນສຳຄັນ ໂດຍສະເພາະບັນດາປະເທດໃນແຖບອາຊີໃຕ້ ແລະ ປາຊີຟິກ ເຊິ່ງປະເຊີນໜ້າກັບເສດຖະກິດຕິດລົບສອງຫົວໜ່ວຍຕົວເລກ. ການຄາດຄະເນໄດ້ຊີ້ໃຫ້ເຫັນວ່າ ປະເທດທີ່ກຳລັງພັດທະນາໃນພາກພື້ນອາຊີສ່ວນໃຫຍ່ຈະຟື້ນໂຕໃນປີໜ້າ, ຍົກເວັ້ນເສດຖະກິດຂອງປະເທດຈຳນວນໜຶ່ງໃນແຖບປາຊີຟິກ ລວມທັງ ເກາະຄຸກ, ສະຫະພັນລັດ ໄມໂຄຣເນຊີ, ເກາະມາສແຊວ, ປາເລົາ ແລະ ຕົງກາ
ການຄາດຄະເນອັດຕາເງິນເຟີ້ສຳລັບປະເທດທີ່ກຳລັງພັດທະນາໃນອາຊີ ຖືກປັບຕົວລົງມາເປັນ 2,9% ໃນປີນີ້ ຈາກ 3,2% ທີ່ໄດ້ຄາດຄະເນໄວ້ໃນເດືອນເມສາ, ຍ້ອນລາຄານໍ້າມັນຍັງສືບຕໍ່ຫຼຸດລົງ ແລະ ປະລິມານຄວາມຕ້ອງການບໍລິໂພກຍັງມີໜ້ອຍ. ອັດຕາເງິນເຟີ້ສຳລັບປີ 2021 ຄາດວ່າຈະຫລຸດລົງຕື່ມອີກມາຢູ່ທີ່ 2,3%.
ບົດລາຍງານການຄາດຄະເນການພັດທະນາຂອງອາຊີປະຈຳປີ 2020 ສະບັບປັບປຸງ ໃນຫົວຂໍ້ທີ່ວ່າ: ການມີສຸຂະພາບດີໃນເວລາແຫ່ງຄວາມວິຕົກກັງວົນ, ເຊິ່ງເວົ້າເຖິງຄວາມສຳຄັນຂອງການມີສຸຂະພາບທີ່ແຂງແຮງ ຍ້ອນຊຸມຊົນຟື້ນໂຕຈາກພະຍາດລະບາດ COVID-19 ທັງຮ່າງກາຍແລະຈິດ. ໃນບົດລາຍງານອະທິບາຍວ່າ ສຸຂະພາບດີ ສາມາດເປັນໂຕຂັບເຄື່ອນໃຫ້ແກ່ການເຕີບໂຕຂອງເສດຖະກິດທີ່ທົ່ວເຖິງ ຖ້າພາກພື້ນຫາກໝູນໃຊ້ວິຖີດ້ານສຸຂະພາບທີ່ອຸດົມສົມບູນ ແລະ ນະໂຍບາຍທີ່ເໝາະສົມໄດ້ຮັບການສົ່ງເສີມຈາກລັດຖະບານ.
ADB ມຸ່ງໝັ້ນເພື່ອບັນລຸເປົ້າໝາຍເຮັດໃຫ້ພາກພື້ນອາຊີແລະປາຊີຟິກມີຄວາມຮຸ່ງເຮືອງສີວິໄລ, ທົ່ວເຖິງ, ພ້ອມຮັບມືກັບການປ່ຽນແປງ ແລະ ສາມາດຍືນຍົງ ໄປພ້ອມກັບ ການຮັກສາຄວາມພະຍາຍາມຂອງຕົນເພື່ອລົບລ້າງຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີ 68 ປະເທດສະມາຊິກເປັນເຈົ້າຂອງ ຊຶ່ງໃນນັ້ນມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.