ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (27 ກັນຍາ 2022) — ອີງຕາມບົດລາຍງານຮ່ວມຂອງ ທະນາຄານພັດທະນາອາຊີ (ADB) ແລະ ສະຖາບັນເພື່ອການເຕີບໂຕສີຂຽວໂລກ (Global Green Growth Institute), ຕະຫຼາດພັນທະບັດສີຂຽວໃນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແມ່ນຢູ່ໃນຂັ້ນເລີ່ມຕົ້ນ ແຕ່ວ່າ ທັງນັກລົງທຶນສະຖາບັນ ແລະ ທັງຜູ້ຈັດຈໍາໜ່າຍຫຼັກຊັບ ລ້ວນແລ້ວແຕ່ມີຄວາມສົນໃຈໃນຕະຫຼາດ ໂດຍສະເພາະໃນດ້ານກະສິກຳແບບຍືນຍົງ ແລະ ດ້ານພະລັງງານທົດແທນ.
ບົດລາຍງານທີ່ມີຊື່ວ່າ ການສຳຫຼວດຕະຫຼາດພັນທະບັດສີຂຽວ ສຳລັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (Green Bond Market Survey for the Lao People’s Democratic Republic ) ໄດ້ໃຫ້ຮູ້ວ່າ ເກືອບ 60 ສ່ວນຮ້ອຍຂອງນັກລົງທຶນສະຖາບັນທີ່ຖືກສຳຫຼວດທັງໝົດໄດ້ລະບຸວ່າ ພວກເຂົາມີຄວາມສົນໃຈຫຼາຍທີ່ຈະຫາໂອກາດລົງທຶນໃນພັນທະບັດສີຂຽວ ແຕ່ວ່າ ພວກເຂົາເຈົ້າຂາດຄວາມສາມາດ ແລະ ຂາດຊັບພະຍາກອນ ເພື່ອທີ່ຈະເຮັດສິ່ງນັ້ນ. ເຊັ່ນດຽວກັນກັບ 80 ສ່ວນຮ້ອຍຂອງຜູ້ຈັດຈຳໜ່າຍຫຼັກຊັບບອກວ່າ ພວກເຂົາເຈົ້າມີລູກຄ້າທີ່ສົນໃຈໃນການອອກພັນທະບັດສີຂຽວ ແຕ່ວ່າພວກເຂົາຕ້ອງການການຊ່ອຍເຫຼືອຕື່ມແລະລະບຽບການໃນການເປີດໂຕຜະລິດຕະພັນໃໝ່. ບົດລາຍງານຍັງໄດ້ລະບຸວ່າ ການສະໜັບສະໜູນເພີ່ມຕື່ມຈາກຜູ້ອອກລະບຽບການ ແລະ ບັນດາຄູ່ຮ່ວມພັດທະນາໃນການສ້າງຂີດຄວາມສາມາດ ແມ່ນມີຄວາມຈຳເປັນ ເພື່ອໃຫ້ຕະຫຼາດພັນທະບັດສີຂຽວທີ່ຍືນຍົງ ເຕີບໂຕຢູ່ໃນປະເທດ ສປປ ລາວ ໄປພ້ອມກັບ ການພັດທະນາຕະຫຼາດພັນທະບັດໂດຍລວມ.
ທ່ານ ນາງ ໂຊໂນມິ ທະນາກະ, ຜູ້ຕາງໜ້າ ADB ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ “ໃນຂະນະທີ່ຕະຫຼາດພັນທະບັດຂອງ ສປປ ລາວ ຍັງຢູ່ໃນຂັ້ນເລີ່ມຕົ້ນຂອງການພັດທະນາ, ແຕ່ມັນຈະຊຸກຍູ້ຜູ້ເຂົ້າຮ່ວມໃນຕະຫຼາດທຶນ ໃຫ້ຫັນມາສົນໃຈໃນການເງິນສີຂຽວ” ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ “ADB ຈະສືບຕໍ່ປະສານສົມທົບຢ່າງໄກ້ຊິດກັບບັນດາໜ່ວຍງານອອກລະບຽບການຕ່າງໆຂອງ ສປປ ລາວ ເພື່ອເພີ່ມທະວີການພັດທະນາຕະຫຼາດການເງິນທີ່ຍືນຍົງ, ໂດຍສະເພາະແມ່ນຕະຫຼາດພັນທະບັດສີຂຽວ”.
ອີງຕາມບົດລາຍງານດັ່ງກ່າວ, ນັກລົງທຶນພາຍໃນ ເມື່ອຕັດສິນໃຈລົງທຶນໃນພັນທະບັດສີຂຽວ ແມ່ນຈະໃຫ້ຄວາມສຳຄັນ ຕໍ່ກັບຂໍ້ມູນກ່ຽວກັບບໍລິສັດຂອງຜູ້ອອກພັນທະບັດ. ແລະ ໃນຂະນະທີ່ນັກລົງທຶນກໍາລັງສະແຫວງຫາຜົນຕອບແທນທີ່ສູງຂຶ້ນນັ້ນ, ມັນໄດ້ມີລາຍງານວ່າ ຜູ້ຈັດຈຳໜ່າຍຫຼັກຊັບສ່ວນໃຫຍ່ຖືວ່າ ການດຶງດູດນັກລົງທຶນໜ້າໃໝ່ ແມ່ນເຫດຜົນອັນຕົ້ນຕໍ ສໍາລັບຜູ້ອອກພັນທະບັດ ເພື່ອທີ່ຈະອອກພັນທະບັດສີຂຽວ.
ADB ມຸ່ງໝັ້ນເພື່ອໃຫ້ພາກພື້ນອາຊີແລະປາຊີຟິກ ຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບກັບການປ່ຽນແປງ, ແລະ ຍືນຍົງ ໄປພ້ອມກັບ ການຮັກສາຄວາມພະຍາຍາມຂອງຕົນໃນການຜ່ອນຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີປະເທດສະມາຊິກທັງໝົດ 68 ປະເທດ ຊຶ່ງໃນນັ້ນມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.