ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (9 ທັນວາ 2022)—ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໜຶ່ງໃນປະເທດສະມາຊິກຂອງແຜນງານຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງ (GMS) ມີໂອກາດທີ່ຈະໃຊ້ປະໂຫຍດຈາກສະຖານະພາກພື້ນຂອງຕົນ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດ ແລະ ເພີ່ມທະວີຄວາມພ້ອມຮັບກັບຜົນກະທົບຢ່າງກະທັນຫັນຈາກພາຍນອກ, ອີງຕາມບົດລາຍງານສະບັບໃໝ່ຂອງທະນາຄານພັດທະນາອາຊີ (ADB).
ຜົນປະໂຫຍດຂອງການເຊື່ອມໂຍງທາງດ້ານເສດຖະກິດໃນພາກພື້ນສະແດງໃຫ້ເຫັນເຖິງ ວິທີການທີ່ ສປປ ລາວ ສາມາດໝູນໃຊ້ສະຖານະພາກພື້ນຂອງຕົນ ເພື່ອຊຸກຍູ້ການຄ້າ, ເພີ່ມທະວີການຜະລິດກະສິກຳ, ແລະ ໝູນໃຊ້ກຳລັງຂອງບັນດາຕົວເມືອງຂອງຕົນ ເພື່ອສົ່ງເສີມການເຕີບໂຕຢ່າງທົ່ວເຖິງ ແລະ ສະເໝີພາບ. ບົດລາຍງານໃຫ້ລາຍລະອຽດວ່າ ການປັບປຸງຄວາມສາມາດໃນການແຂ່ງຂັນ, ການເປັນປະຊາຄົມ, ແລະ ການເຊື່ອມໂຍງ ສາມາດຊ່ອຍຊຸກຍູ້ເຮັດໃຫ້ລາຍຮັບ ແລະ ມາດຕະຖານການດຳລົງຊີວິດຂອງປະຊາຊົນຂອງປະເທດ ຄ່ອຍໆຫຍັບເຂົ້າສູ່ລະດັບດຽວກັບປະເທດສະມາຊິກອື່ນໆຂອງແຜນງານຮ່ວມມືທາງດ້ານເສດຖະກິດ GMS. ໃນບົດລາຍງານຍັງແລກປ່ຽນຄຳຄິດເຫັນກ່ຽວກັບ ຄວາມສາມາດບົ່ມຊ້ອນຂອງ ສປປ ລາວ ໃນການຍົກລະດັບສະຖານະຂອງຕົນໃນຕ່ອງໂສ້ມູນຄ່າ, ຫັນເປັນອຸດສາຫະກຳຂອງຕົນໃຫ້ມີຄວາມຫຼາກຫຼາຍ, ແລະ ນຳໃຊ້ຜົນປະໂຫຍດຢ່າງເຕັມທີ່ຈາກການຮ່ວມມືໃນພາກພື້ນ ເພື່ອບັນລຸເປົ້າໝາຍການພັດທະນາຂອງຕົນ.
ທ່ານ ນາງ ໂຊໂນມິ ທະນາກະ, ຫົວໜ້າສຳນັກງານ ADB ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ “ສປປ ລາວ ມີທີ່ຕັ້ງຢູ່ຈຸດໃຈກາງທາງຍຸດທະສາດຂອງ GMS. ນີ້ເປັນໂອກາດທີ່ຈະໝູນໃຊ້ປະໂຫຍດຈາກການຮ່ວມມືໃນພາກພື້ນ ເພື່ອເພີ່ມຄວາມກ້າວໜ້າຂອງການພັດທະນາໃຫ້ໄດ້ຫຼາຍຍິ່ງຂຶ້ນ. ADB ເປັນໜຶ່ງໃນຄູ່ຮ່ວມມືທີ່ສຳຄັນທີ່ໃຫ້ການສະໜັບສະໜູນແກ່ການປະສານງານທາງດ້ານນະໂຍບາຍການພັດທະນາໃນອະນຸພາກພື້ນ, ຊຶ່ງໃນນັ້ນລວມມີ ການກຳນົດແຜນງານຈຸດສຸມເປົ້າໝາຍໃນທາງປະຕິບັດ, ເພື່ອແນໃສ່ສົ່ງເສີມການຮ່ວມມືໃນພາກພື້ນ”.
ສະຖານະພາກພື້ນຂອງ ສປປ ລາວ ໃຫ້ໂອກາດ. ບົດລາຍງານຜົນການສຶກສາຂອງ ADB ລະບຸວ່າ ສູນລວມການຄ້າໃນປະຈຸບັນຂອງ ສປປ ລາວ ຊີ້ໃຫ້ເຫັນວ່າ ອາດມີທ່າແຮງຍັງບໍ່ທັນໄດ້ຂຸດຄົ້ນ ສໍາລັບການຂະຫຍາຍໄປສູ່ຜະລິດຕະພັນທີ່ມີຄວາມຫຼາກຫຼາຍຍິ່ງຂຶ້ນ ເຊິ່ງມີການຊື້ຂາຍກັບບັນດາຄູ່ຄ້າໃນພາກພື້ນ ແລະ ໃນທົ່ວໂລກ. ຫົນທາງໜຶ່ງທີ່ມີທ່າແຮງໃນການສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດໃນຕໍ່ໜ້າແມ່ນຜ່ານການພັດທະນາຄວາມສາມາດດ້ານການຜະລິດ ແລະ ຄວາມສາມາດດ້ານການສົ່ງອອກ ໂດຍຜ່ານການຮ່ວມມືໃນພາກພື້ນທີ່ມີຫຼາຍຍິ່ງຂຶ້ນ.
ການຄ້າຂ້າມຊາຍແດນ, ການເຊື່ອມຈອດ, ແລະ ຕົວເມືອງ ແມ່ນປັດໄຈສຳຄັນ ເພື່ອຊຸກຍູ້ການຫັນປ່ຽນດ້ານໂຄງສ້າງ ແລະ ຍົກສູງມາດຕະຖານຊີວິດການເປັນຢູ່. ສຳລັບ ສປປ ລາວ, ການເຊື່ອມຈອດ ລະຫວ່າງ ການຂະຫຍາຍຕົວເມືອງ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດແມ່ນຍັງອ່ອນນ້ອຍ. ເຖິງວ່າ, ການຫັນເປັນຕົວເມືອງໄດ້ດຳເນີນໄປຢ່າງວ່ອງໄວ, ແຕ່ຕົວເມືອງຂອງປະເທດຍັງມີຂະໜາດນ້ອຍ, ຊຶ່ງຕົວເມືອງສ່ວນໃຫຍ່ມີຜູ້ຢູ່ອາໄສບໍ່ຮອດ 300.000 ຄົນ. ທາງເສັ້ນໃໝ່ໄດ້ເພີ່ມທະວີການເຊື່ອມຈອດ ລະຫວ່າງ ຕົວເມືອງ ກັບຕົວເມືອງ ແລະ ກັບແລວທາງເສດຖະກິດ ຊຶ່ງຊຸກຍູ້ທ່າແຮງໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດ.
ນະໂຍບາຍໃໝ່ຕ້ອງວາງເພື່ອປົດລັອກທ່າແຮງນີ້ ແລະພ້ອມທັງ ສະໜອງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການລົງທຶນໃໝ່. ພາກເອກະຊົນຈະຕ້ອງລົງທຶນໃສ່ຄວາມສາມາດອັນໃໝ່ເພື່ອຜະລິດສິນຄ້າ ແລະ ການບໍລິການທີ່ຊັບຊ້ອນກວ່າ, ໃນຂະນະທີ່ບັນດາຕົວເມືອງ ຈະຕ້ອງກາຍເປັນສູນກາງໃຫ້ແກ່ການແບ່ງປັນຊັບພະຍາກອນ ແລະ ຊຸກຍູ້ການປະດິດສ້າງໃໝ່. ບາດກ້າວເດີນໄປຂ້າງໜ້າ, ການສົນທະນາປຶກສາຫາລື ລະຫວ່າງ ພາກລັດ ກັບ ພາກເອກະຊົນທີ່ເຂັ້ມແຂງ ສາມາດນໍາມາໃຊ້ລະບຸບັນຫາແລະທາງອອກຮ່ວມກັນ ເພື່ອເປັນການປັບປຸງປະສິດທິພາບການໄຫຼວຽນຂອງສິນຄ້າ ແລະ ຄົນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອແນໃສ່ເຮັດໃຫ້ວິໄສທັດຂອງປະເທດ ເພື່ອກາຍເປັນສູນກາງໂລຈິດສຕິກໜຶ່ງໃນພາກພື້ນໃຫ້ປະກົດຜົນເປັນຈິງ.
ADB ມີຄວາມມຸ່ງໝັ້ນເພື່ອໃຫ້ພາກພື້ນອາຊີແລະປາຊີຟິກ ຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບກັບການປ່ຽນແປງ, ແລະ ຍືນຍົງ ໄປພ້ອມກັບ ສຸມຄວາມພະຍາຍາມຂອງຕົນ ເພື່ອຫຼຸດຜ່ອນຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີປະເທດສະມາຊິກທັງໝົດ 68 ປະເທດ ຊຶ່ງໃນນັ້ນມີ 48 ປະເທດມາຈາກພາກພື້ນດັ່ງກ່າວ.