ນະຄອນຫຼວງມະນີລາ, ຟິລິບປິນ (29 ມິຖຸນາ 2022) — ສະພາບແວດລ້ອມໃນການດຳເນີນທຸລະກິດທີ່ດີຂຶ້ນ ໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້ ແມ່ນມີຄວາມສຳຄັນຫຼາຍ ຕໍ່ການຟື້ນຄືນສູ່ສະພາບປົກກະຕິ ຂອງບັນດາວິສາຫະກິດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ-19. ນີ້​ແມ່ນ​ຂໍ້ຄວມທີ່​ສຳຄັນຈາກ ​ກອງ​ປະຊຸມ​ສຳ​ມະ​ນາ​ພາກ​ພື້ນ ກ່ຽວກັບ “ສະພາບ​ແວດ​ລ້ອມໃນ​ການ​ດຳ​ເນີນ​ທຸລະ​ກິດຢູ່​ທ້ອງ​ຖິ່ນ​ທີ່​ດີ​ຂຶ້ນ​ ເພື່ອການ​ຟື້ນ​ຕົວຈາກການ​ແຜ່​ລະບາດ​ຂອງ​ພະຍາດ​ ໃນ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້” ​ທີ່ໄດ້ຈັດຂຶ້ນທາງອອນລາຍໃນ​ວັນ​ທີ 29 ມິຖຸນານີ້, ຊຶ່ງມີບັນດາຜູ້ສ້າງ​ນະ​ໂຍບາຍ​ຈາກ​ທົ່ວ​ພາກ​ພື້ນເຂົ້າຮ່ວມ ແລະ ​ໄດ້​ປຶກສາ​ຫາລືກັນ​ ກ່ຽວ​ກັບ ​ນະ​ໂຍບາຍ​ລະດັບ​ຊາດ ​ແລະ ​ລະດັບທ້ອງຖິ່ນ​ ເພື່ອ​ຂັບເຄື່ອນການ​ຟື້ນ​ຕົວຂອງ​ເສດຖະກິດ ​ແລະ ສັງຄົມ.

ທ່ານ ຣາເມັດສ໌ ສຸບຣາມານຽມ, ຫົວໜ້າກົມອາຊີຕາເວັນອອກສຽງໃຕ້ຂອງທະນາຄານພັດທະນາອາຊີ (ADB) ໄດ້ໃຫ້ຮູ້ວ່າ “ວິສາຫະກິດຂະໜາດນ້ອຍ ເປັນພື້ນຖານຂອງເສດຖະກິດໃນທ້ອງຖິ່ນຂອງບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້” ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ  "ຄວາມເຂົ້າໃຈເຖິງສະພາບແວດລ້ອມໃນການດໍາເນີນທຸລະກິດຢູ່ຂັ້ນທ້ອງຖິ່ນ ວ່າມີຜົນກະທົບແນວໃດ ຕໍ່ຄວາມຢູ່ລອດແລະສາມາດເຕີບໂຕຕໍ່ໄປໄດ້ຂອງບັນດາວິສາຫະກິດ ໃນໄລຍະທີ່ພວມປະເຊີນກັບສິ່ງທ້າທາຍ ແມ່ນກຸນແຈສູ່ການປົດລັອກການແຊກແຊງທາງດ້ານນະໂຍບາຍທີ່ສະໜັບສະໜູນການຟື້ນຕົວ ພາຍຫລັງການແຜ່ລະບາດຂອງພະຍາດ ແລະ ສາມາດຊ່ວຍໃຫ້ມີທ່າກ້າວໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ”.

ການ​ເຕີບ​ໂຕ​ທາງດ້ານ​ເສດ​ຖະ​ກິດ​ພາກ​ພື້ນ ​ແມ່ນ​ສຳ​ຄັນຫຼາຍ ຕໍ່​ກັບການພັດ​ທະ​ນາຢ່າງຕໍ່ເນື່ອງ​ຂອງ​ພາກພື້ນອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ​ເສດຖະກິດ​ທ້ອງ​ຖິ່ນຂອງບັນດາປະເທດຕ່າງໆ​ໃນ​ພາກ​ພື້ນ​ ສ່ວນ​ໃຫຍ່​ແມ່ນ​ຄອບ​ງຳ​ໂດຍ​ ຈຸນລະວິ​ສາ​ຫະກິດ ວິສາຫະກິດ​ຂະໜາດ​ນ້ອຍ ແລະ ຂະ​ຫນາດ​ກາງ ເຊິ່ງ​ກວມ​ເອົາ 97% ຂອງຈໍານວນ​ວິສາຫະກິດ​ທັງ​ຫມົດ​ໃນ​ພາກ​ພື້ນ, ຈ້າງ​ງານ​ປະ​ມານສອງສ່ວນສາມຂອງ​ກໍາ​ລັງ​ແຮງ​ງານ​ທັງ​ໝົດ ແລະ​ ກວມ​ເອົາ​ປະ​ມານ 40% ຂອງ​ຜະ​ລິດ​ຕະ​ພັນ​ລວມ​ພາຍໃນ​ປະ​ເທດ. ມັນຕ່າງຈາກວິສະຫະກິດຂະໜາດໃຫຍ່ທີ່ໂດຍທົ່ວໄປແລ້ວແມ່ນຕັ້ງຢູ່ໃນເຂດໃຈກາງຕົວເມືອງ, 80% ຂອງຈໍານວນ ຈຸນລະວິ​ສາ​ຫະກິດ ວິສາຫະກິດ​ຂະໜາດ​ນ້ອຍ ແລະ ຂະ​ໜາດກາງ ທັງໝົດ ແມ່ນຢາຍຢູ່ຕາມເມືອງຕ່າງໆຂອງແຂວງ ຫຼື ຢູ່ຕາມເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ເຊິ່ງບັນດາວິສາຫະກິດເຫຼົ່ານີ້ ແຈກຈ່າຍສິນຄ້າແລະການບໍລິການທີ່ຈຳເປັນຫຼາກຫຼາຍໃຫ້ແກ່ຊຸມຊົນໃນບັນດາທ້ອງຖິ່ນດັ່ງກ່າວ, ຊຶ່ງເປັນການສະໜອງວຽກເຮັດງານທຳ ໂດຍສະເພາະ ໃຫ້ແກ່ແມ່ຍິງ.

ເຖິງຢ່າງໃດກໍ່ຕາມ, ບັນດາຈຸນລະວິ​ສາ​ຫະກິດ ວິສາຫະກິດ​ຂະໜາດ​ນ້ອຍ ແລະ ຂະ​ຫນາດ​ກາງ ປະເຊີນກັບສິ່ງທ້າທາຍທີ່ເປັນອັນສະເພາະ. ບັນດາວິສາຫະກິດເຫຼົ່ານີ້ ມີລະດັບຕົ້ນທຶນຕ່ຳ ແລະ ມີຊັບພະຍາກອນທີ່ຈຳກັດໃນການປະດິດຄິດສ້າງ. ຫຼາຍວິສາຫະກິດແມ່ນນອນຢູ່ນອກລະບົບ ປະກອບກັບ ມີຄວາມຮູ້ໃນລະດັບຕໍ່າ ກ່ຽວກັບ ການສະໜັບສະໜູນແລະໂຄງການຂອງລັດຖະບານ. ໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້, ຈຸນລະວິ​ສາ​ຫະກິດ ວິສາຫະກິດ​ຂະໜາດ​ນ້ອຍ ແລະ ຂະ​ຫນາດ​ກາງ ໄດ້ປະສົບກັບການສູນເສຍທາງດ້ານລາຍຮັບແລະທຶນຢ່າງຫຼວງຫຼາຍ ອັນເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19. ຈຸນລະວິ​ສາ​ຫະກິດ ວິສາຫະກິດ​ຂະໜາດ​ນ້ອຍ ແລະ ຂະ​ຫນາດ​ກາງ ຍັງປະເຊີນກັບສິ່ງທ້າທາຍອັນໃໝ່ເຊັ່ນ: ຄ່າໃຊ້ຈ່າຍໃນການດຳເນີນທຸລະກິດທີ່ສູງຂຶ້ນ ການເພີ່ມຂຶ້ນຂອງໜີ້ສິນ ແລະ ຄວາມບໍ່ແນ່ນອນດ້ານກົດ ແລະ ລະບຽບການ ຊຶ່ງມັນຮຽກຮ້ອງໃຫ້ມີການປະຕິຮູບທາງດ້ານໂຄງສ້າງ ເພື່ອປັບປຸງສະພາບແວດລ້ອມໃຫ້ເອື້ອອໍານວຍແກ່ການດໍາເນີນທຸລະກິດຢູ່ທ້ອງຖິ່ນ.

ເນື່ອງຈາກທຸລະກິດຂະໜາດນ້ອຍ ແມ່ນຜູ້ປະກອບສ່ວນສໍາຄັນ ຕໍ່ຜົນສໍາເລັດທາງດ້ານເສດຖະກິດ, ແຜນການຟື້ນຟູເສດຖະກິດ ຫຼື ຄວາມພະຍາຍາມທີ່ຈະຫັນໄປສູ່ເສດຖະກິດທີ່ມີຄາບອນຕໍ່າ ຈະຕ້ອງມີການສ້າງແຜນເງື່ອນໄຂທຸລະກິດລະດັບທ້ອງຖິ່ນໃນທຸກປະເທດ ເພື່ອເຂົ້າໃຈບັນດາ ປັດໃຈ ຍຸດທະສາດ ແລະ ພຶດຕິກໍາທີ່ສໍາຄັນ ທີ່ສາມາດສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຈຸນລະວິ​ສາ​ຫະກິດ ວິສາຫະກິດ​ຂະໜາດ​ນ້ອຍ ແລະ ຂະ​ຫນາດ​ກາງ ແລະ ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ທ້ອງຖິ່ນ.

ກອງປະຊຸມສຳມະນາພາກພື້ນຄັ້ງນີ້ ໄດ້ປຶກສາຫາລື ກ່ຽວກັບ ການຕອບສະໜອງທາງດ້ານນະໂຍບາຍຂອງລັດຖະບານອັນພົ້ນເດັ່ນ ລວມທັງ ຄວາມຕ້ອງການເຖິງ ວິທີການພິຈາລະນາໂດຍລວມເອົາປັດໃຈຕ່າງໆປະສົມປະສານເຂົ້າກັນ ເຊິ່ງສາມາດນໍາເອົາຫຼາຍພາກສ່ວນຮັບຜິດຊອບໜ້າທີ່ແຕກຕ່າງກັນ ເພື່ອການສ້າງເສດຖະກິດທ້ອງຖິ່ນໃຫ້ຈະເລີນຮຸ່ງເຮືອງ ດ້ວຍວິສາຫະກິດຂະຫນາດນ້ອຍ ແລະ ຄວາມເປັນຜູ້ປະກອບການທີ່ເຕັມໄປດ້ວຍພະລັງ. ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ການສົ່ງເສີມແນວຮ່ວມໃຫ້ເຂັ້ມແຂງຂື້ນ ຜ່ານການແລກປ່ຽນຂໍ້ມູນຂ່າວສານໃຫ້ໄດ້ຫຼາຍຂຶ້ນ ການປຶກສາຫາລືດ້ານນະໂຍບາຍ ແລະ ການໃຫ້ຄໍາປຶກສາແກ່ທຸລະກິດຂະຫນາດນ້ອຍ ແມ່ນຈໍາເປັນ ເພື່ອສ້າງໃຫ້ ຈຸນລະວິ​ສາ​ຫະກິດ ວິສາຫະກິດ​ຂະໜາດ​ນ້ອຍ ແລະ ຂະ​ຫນາດ​ກາງ ມີຄວາມສາມາດໃນການແຂ່ງຂັນແລະຜະລິດໄດ້ຫຼາຍຂຶ້ນ. ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ຈັດ​ຂຶ້ນ​ໂດຍ ADB ​ໂດຍ​ໄດ້​ຮັບທຶນສະໜັບສະໜູນຈາກ ກອງທຶນຫຼຸດຜ່ອນຄວາມທຸກຍາກແລະການຮ່ວມມືພາກພື້ນຂອງສາທາລະນະລັດປະຊາຊົນຈີນ.

ADB ມຸ່ງໝັ້ນເພື່ອໃຫ້ພາກພື້ນອາຊີແລະປາຊີຟິກ ຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບກັບການປ່ຽນແປງ, ແລະ ຍືນຍົງ ໄປພ້ອມກັບສຸມຄວາມພະຍາຍາມຂອງຕົນເພື່ອຫຼຸດຜ່ອນຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີປະເທດສະມາຊິກທັງໝົດ 68 ປະເທດ ຊຶ່ງໃນນັ້ນມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.  

Media Contact