ນ​ະ​ຄອ​ນ​ຫລວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (14 ທັນວາ 2022) — ທະນາຄານພັດທະນາອາຊີ (ADB) ຍັງຄົງຮັກສາການຄາດຄະເນການເຕີບໂຕທາງດ້ານເສດຖະກິດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ), ໃນຂະນະທີ່ການຄາດຄະເນ ອັດ​ຕາ​ເງິນ​ເຟີ້ ທີ່​ສູງ​ຂຶ້ນ, ອີງຕາມບົດລາຍງານເພີ້ມ​ເຕີ້ມຂອງ ການຄາດຄະເນການພັດທະນາໃນ​ອາ​ຊີ (ADO) 2022 ທີ່ອອກມາໃນມື້ນີ້.

ADB ກ່າວ​ໃນ​ບົດ​ລາຍ​ງານ​ວ່າ ​ອັດຕາ​ເງິນ​ເຟີ້​ ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ເສດຖະກິດ​ທົ່ວ​ເອ​ເຊຍ ​ແລະ ປາຊີ​ຟິກ ຈາກ​ລາຄາ​ພະລັງງານ ​ແລະ ສະບຽງ​ອາຫານ​ທີ່​ສູງ, ຕົ້ນຕໍ​ແມ່ນ​ມາ​ຈາກ​ຜົນ​ກະ​ທົບຂອງ​ການ​ຮຸກ​ຮານ​ຂອງຣັດ​ເຊຍ​ຕໍ່​ຢູ​ເຄຣນ. ໃນຂະນະທີ່ລາຄານ້ໍາມັນ, ອາຍແກັສ, ແລະ ອາຫານໃນທົ່ວໂລກ ໄດ້ຫຼຸດລົງຈາກຈຸດສູງສຸດຂອງພວກເຂົາໃນຕົ້ນປີ, ແຕ່ລາຄາຍັງຄົງສູງກວ່າກ່ອນ ທີ່ມີການຣຸກ​ຮານ. ບົດ​ລາຍ​ງານ​ ​ຄາດ​ຄະ​ເນ​ວ່າ ອັດຕາ​ເງິນ​ເຟີ້​ໃນ ສປປ ລາວ ຈະ​ຢູ່​ໃນ​ລະດັບ​ສະ​ເລ່ຍ 23% ​ໃນ​ປີ 2022 ກ່ອນ​ທີ່ຈະ​ຫຼຸດ​ລົງ​ເປັນ 10% ​ໃນ​ປີ 2023.

"ຄວາມກົດດັນຂອງອັດຕາເງິນເຟີ້ ຄາດວ່າຈະສືບຕໍ່ໃນໄລຍະສັ້ນ, ຈາກນະໂຍບາຍເຄັ່ງຄັດຂອງທະນາຄານກາງ ໃນທົ່ວໂລກ ໃນ​ສະ​ພາບ​ການອ່ອນ​ຄ່າຂອງສະກຸນເງິນທ້ອງຖິ່ນ," ຜູ້ຕ່າງ​ໜ້າ ADB ປະຈໍາ ສປປ ລາວ ທ່ານ Sonomi Tanaka ກ່າວ. "ມັນມີ​ຄວາມ​ສໍາຄັນ ທີ່ໃຫ້​ມີຄວາມພະຍາຍາມປະສານງານ ໃນການແກ້ໄຂຜົນກະທົບ​ຈາ​ກ​ການ​ອ່ອນ​ຄາຂອງເງິນຕາ ຕໍ່ອັດຕາເງິນເຟີ້ ພາຍໃນປະເທດ - ໂດຍສະເພາະ ແມ່ນຕໍ່​ລາ​ຄາອາຫານ ແລະ ນໍ້າມັນເຊື້ອໄຟ - ເນື່ອງຈາກການເຫນັງຕີງຂອງລາຄາສິນຄ້າເຫຼົ່ານີ້ ສ້າງຜົນກະທົບຕໍ່ຜູ້ທຸກຍາກ ແລະ ຜູ້ມີຄວາມສ່ຽງ​ທີ່ບໍ່​ສະ​ເໝີ​ພາບ​ກັນ."

ກໍລະນີສຶກສາໃໝ່ຂອງ ADB ທີ່ນຳອອກເຜີຍແຜ່ໃນມື້ນີ້, ການພັດທະນາຕະຫຼາດພັນທະບັດລັດຖະບານ ສະກຸນເງິນທ້ອງຖິ່ນ ໃນຕະຫຼາດທີ່ເກີດໃໝ່ ໃນພາວະໂລກລະບາດໂຄວິດ-19, ໄດ້ຍົກໃຫ້ເຫັນເຖິງວິທີການພັດທະນາຕະຫຼາດ ພັນທະບັດລັດຖະບານ ສະ​ກຸນເງິນທ້ອງຖິ່ນໃນ ສປປ ລາວ ສາມາດຊ່ວຍເພີ່ມຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ການຟື້ນ​ຟູເສດຖະກິດ ແລະ ສ້າງຄວາມຢືດຢຸ່ນຕໍ່​ການ​ປ່ຽນ​ແປງ​ແຮງ​ໃນ​ອະ​ນາ​ຄົດ​.

"ການລົງເລິກຕະຫຼາດການເງິນພາຍໃນ ໂດຍສະເພາະພັນທະບັດລັດ​ຖະ​ບານ​ສະ​ກຸນເງິນທ້ອງຖິ່ນ, ໃຫ້ຜົນປະໂຫຍດທີ່ຫຼາກຫຼາຍ ລວມທັງການຍົກສູງຄວາມ​ອາດສາມາດຂອງເສດຖະກິດ ທີ່​ຈະຕອບສະຫນອງຕໍ່ການປ່ຽນ​ແປງ​ແຮງ ແລະ ສະຫນອງແຫຼ່ງທຶນທີ່ຫມັ້ນຄົງໃຫ້​ແກ່ລັດຖະບານ ໃນລາຄາທີ່ເຫມາະສົມ ແລະ ​ອາ​ຍຸພັນ​ທະ​ບັດຕາມ​ຄວາມຕ້ອງການ," ​ຄຳ​ກ່າວຂອງ​ທີ່ປຶກສາຂອງ ADB ຈາກກົມ​ຄົ້ນ​ຄ້ວາ​ເສດຖະກິດ ​ແລະ ການ​ຮ່ວມ​ມື​ພາກ​ພື້ນ ສາ​ໂຕ​ລຸ ຢາ​ມາ​ດິ​ຣາ. "ເສດຖະກິດເຫຼົ່ານັ້ນທີ່ມີຄວາມຄືບຫນ້າໃນການລົງເລິກຕະຫຼາດເງິນຕາທ້ອງຖິ່ນຂອງຕົນ ແມ່ນ​ໄດ້​ຮັບ​ການ​ປ້ອງ​ກັນຫລາຍກວ່າ ຈາກ​ການ​ປ່ຽນ​ແປງ​ກະ​ທັນ​ຫັນຂອງ​ເງິນ​ຕາ."

ໝູນ​ໃຊ້ປະສົບການຈາກການລິເລີ່ມຕະຫຼາດພັນທະບັດອາຊີ, ກໍລະນີສຶກສາ ໄດ້ວາງມາດຕະການໄລຍະສັ້ນ ແລະ ກາງ ທີ່ສາມາດຊ່ວຍປັບປຸງປະສິດທິພາບຂອງຕະຫຼາດພັນທະບັດລັດຖະບານ, ລວມທັງການຄຸ້ມຄອງກະແສເງິນສົດຂອງລັດຖະບານ ແລະ ໜີ້ສິນສາທາລະນະຢ່າງມີປະສິດທິພາບ.

ADB ມີຄວາມມຸ່ງໝັ້ນທີ່ຈະບັນລຸເຮັດໃຫ້ພາກພື້ນອາຊີແລະປາຊີຟິກມີຄວາມຈະເລີນຮຸ່ງເຮືອງ ທົ່ວເຖິງ ພ້ອມຮັບກັບການປ່ຽນແປງ ແລະ ຍືນຍົງ ໄປພ້ອມກັບການຮັກສາຄວາມພະຍາຍາມຂອງຕົນໃນການລົບລ້າງຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີສະມາຊິກ 68 ປະເທດ ໃນນັ້ນມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.

Media Contact