ນະຄອນຫຼວງມະນີລາ, ຟີລິບປິນ (6 ເມສາ 2022) —  ອີງ​ຕາມ​ບົດ​ລາຍ​ງານ​ສະບັບໃໝ່​ຂອງ​ທະນາຄານ​ພັດທະນາ​ອາຊີ (ADB), ການວາງລາຄາຕໍ່​ກັບມົນລະພິດ. ເຮັດໃຫ້ການ​ຂຶ້ນ​ທະ​ບຽນ​ຂອງທຸລະກິດຂະຫນາດນ້ອຍງ່າຍຂຶ້ນ. ການ​ເກັບ​ອາ​ກອນ​ສິນ​ຄ້າແລະການ​ບໍ​ລິ​ການຜ່ານ​ດີ​ຈີ​ຕັອນ​ຢ່າງ​ມີ​ປະສິດທິ​ພາບຂື້ນ. ສິ່ງເຫຼົ່ານີ້ແມ່ນ​ບາງວິ​ທີ​ການ​ຂອງ​ເສດຖະກິດໃນປະເທດທີ່ກຳລັງພັດທະນາ​ໃນ​ພາກພື້ນອາຊີແລະປາຊີ​ຟິກສາມາດ​ເພີ່ມ​ລາຍ​ຮັບອາ​ກອນ​ທີ່​ຈຳ​ເປັນ ເພື່ອ​ຊ່ວຍ​ຮັບ​ປະ​ກັນ​ການ​ຂ​ະ​ຫຍາຍຕົວ​ແບບ​ຍືນ​ຍົງ.

ອີງ​ຕາມບົດລາຍງານ ​ການ​ຄາດ​ຄະ​ເນ​ການພັດທະນາຂອງ​​ອາ​ຊີ (ADO) 2022, ພາກ​ພື້ນແມ່ນປະ​ເຊີນ​ກັບ​ການ​ຂາດ​ແຄນງົບ​ປະ​ມານທີ່​ຈະ​ສະ​ຫນອງ​ໃຫ້ແກ່​ການ​ພັດ​ທະ​ນາ​ບັນ​ດາຂະ​ແໜງ​ການ​​ບຸ​ລິ​ມະ​ສິດ​ເຊັ່ນ: ສາທາລະນະສຸກ, ການ​ສຶກ​ສາ, ພື້ນ​ຖານ​ໂຄງ​ລ່າງ, ການ​ຕໍ່​ສູ້​ຕ້ານ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ແລະ ການ​ຟື້ນ​ຟູ​ຈາກ​ການ​ລະ​ບາດ​ພະ​ຍາດ​ອັກເສບປອດຈາກເຊື້ອຈຸນລະໂລກສາຍພັນໃໝ່ (ໂຄວິດ-19). ການ​ປະ​ຕິ​ຮູບ​ນະ​ໂຍ​ບາຍ​ທີ່​ມີ​ຢູ່, ນຳ​ໃຊ້​ຢ່າງມີຍຸດ​ທະ​ສາດ ສາ​ມາດ​ເຮັດ​ໃຫ້​​ເສດ​ຖະ​ກິດ​ໃນບັນ​ດາ​ປະ​ເທດທີ່​ກຳ​ລັງ​ພັດ​ທະ​ນາ​ສາ​ມາດ​ເພີ່ມໃຫ້​ແກ່​ການ​ເກັບ​ອາ​ກອນ​ໂດຍ​ສະ​ເລ່ຍ​ໄດ້ເຖິງ 4% ຂອງ​ລວມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (ຈີດີພີ).

ປະຊາກອນຜູ້ສູງອາຍຸໃນປະເທດທີ່ກໍາລັງພັດທະນາໃນຂົງເຂດອາຊີຈະຮຽກຮ້ອງລາຍ​ຈ່າຍ​ງົບ​ປະ​ມານ​ເງິນບໍານານ ແລະ ການດູແລສຸຂະພາບທີ່ສູງຂຶ້ນ, ໃນຂະນະທີ່ ຄວາມຮັ່ງມີທີ່ເພີ່ມຂຶ້ນຈະເພີ່ມຄວາມຄາດຫວັງຫລາຍ​ຂຶ້ນ ແລະ ການ​ສະໜອງດ້ານສາທາລະນຸປະໂພກແລະການບໍລິການທີ່ດີກວ່າ​ເກົ່າ. ການລົງທຶນຢ່າງຫຼວງຫຼາຍເຂົ້າໃນພະລັງງານສະອາດແມ່ນມີ​ຄວາມຈໍາເປັນ ເພື່ອຮັບມືກັບໄພຂົ່ມຂູ່ຂອງການປ່ຽນແປງດິນຟ້າອາກາດ. ເພື່ອຕອບສະໜອງຄວາມຕ້ອງການເຫຼົ່ານີ້ແລະອັນອື່ນໆ ຫລາຍປະເທດຈະຕ້ອງໄດ້ລະ​ດົມ​ເອົາຊັບພະຍາກອນທາງດ້ານການເງິນຈາກພາກລັດແລະພາກເອກະຊົນຢ່າງເຕັມທີ່. ວິທີແກ້ໄຂທີ່ລັດຖະບານເພື່ອພິຈາລະນາ ລວມມີ ການເກັບພາສີມູນຄ່າເພີ່ມທີ່ມີປະສິດທິພາບຫຼາຍຂຶ້ນ, ການປະຕິຮູບການຊຸກຍູ້ດ້ານພາສີ, ການນໍາເອົາຫົວໜ່ວຍທຸລະກິດໄປສູ່ເສດຖະກິດໃນລະບົບໃຫ້ໄດ້ຫຼາຍເພີ່ມຂື້ນ, ແລະການເພີ່ມການເກັບອາກອນລາຍໄດ້ສ່ວນບຸກຄົນແລະພາສີຊັບສິນໃຫ້ໄດ້ສູງສຸດ.

ທ່ານ ອາລເບີດທ໌ ປາກຄ໌, ຫົວໜ້ານັກເສດຖະສາດຂອງ ADB ໄດ້ໃຫ້ຮູ້ວ່າ “ເສດຖະກິດໃນພາກພື້ນອາຊີແລະປາຊີຟິກ ຈະປະເຊີນກັບການເພີ່ມຂຶ້ນຂອງຄວາມຕ້ອງການ ໃນ​ການ​ໃຊ້​ຈ່າຍ​ງົບ​ປະ​ມານຂອງລັດທີ່ມີປະສິດທິພາບໃນຫລາຍ​ຂະ​ແໜງ​ການ​ເຊັ່ນ: ສາທາ, ສຶກສາ ແລະ ສິ່ງແວດລ້ອມ” ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ “ການ​ປະ​ຕິ​ຮູບ​ນະ​ໂຍ​ບາຍ​ທີ່ຍົກ​ລະ​ດັບ​ການ​ເກັບອາ​ກອນ​ແລະ​ເພີ່ມ​ລາຍ​ຮັບ​ສາ​ມາດ​ຊ່ວຍ​ໃຫ້​ພາກ​ພື້ນ​ບັນ​ລຸ​ການ​ເຕີບ​ໂຕທາງດ້ານ​ເສດ​ຖະ​ກິດ​ທີ່​ຍືນ​ຍົງແລະທົ່ວເຖິງ. ການ​ປະຕິ​ຮູບ​ດັ່ງກ່າວນີ້​ ຕ້ອງ​ໄດ້​​ມີ​ການ​ດຳ​ເນີນ​ໄປ​ຕາມ​ແຕ່ລະ​ກໍລະນີ ​ແລະ ​ໃນ​ວິທີ​ທີ່​ບໍ່​ກີດຂວາງ​ການ​ເຕີບ​ໂຕ ຫຼື ສ້າງ​ພາລະ​ທີ່ບໍ່​ສົມ​ຄວນ​ໃຫ້​ແກ່​ຜູ້​ເສຍ​ອາ​ກອນ.”

ເຖິງແມ່ນວ່າກ່ອນມີການແຜ່ລະບາດພະຍາດ, ຄະນະກໍາມະທິການເສດຖະກິດແລະສັງຄົມຂອງ​ອົງ​ການສະຫະປະຊາຊາດສໍາລັບອາຊີແລະປາຊີຟິກ ໄດ້ໃຫ້​ການ​ປະ​ເມີນວ່າ ພາກພື້ນຍັງຈຳ​ເປັນຕ້ອງໄດ້ເພີ່ມລາຍຈ່າຍປະຈໍາປີປະມານຈຳນວນ 1,5 ພັນຕື້ໂດລາສະຫະລັດ ຫຼື ປະມານ 5% ຂອງ ຈີດີພີ  ເພື່ອບັນລຸເປົ້າຫມາຍການພັດທະນາແບບຍືນຍົງໃນປີ 2030. ອີງ​ຕາມ​ການ​ປະ​ເມີນ​​ຂອງ ADB ໂດຍການດໍາເນີນການ​ປະຕິ​ຮູບ, ​ເສດຖະກິດ​ຂອງປະເທດທີ່ກຳລັງພັດທະນາໃນພາກພື້ນອາຊີ​ສາມາດ​ເພີ່ມ​ການ​ເກັບອາ​ກອນໄດ້​ໂດຍສະເລ່ຍປະມານ 16% ຂອງ ຈີດີພີ ກ່ອນ​ມີການ​ແຜ່​ລະບາດ​​ພະຍາດ​ ຊຶ່ງໂດຍສະເລ່ຍຕົກຢູ່ 3 ຫາ 4 ຈຸດ​ສ່ວນ​ຮ້ອຍ.

ຍົກຕົວຢ່າງ ການເຮັດໃຫ້ການຈົດທະບຽນທຸລະກິດງ່າຍຂຶ້ນແລະຫຼຸດຜ່ອນຄ່າໃຊ້ຈ່າຍໃນການເຮັດທຸລະກໍາ ຈະສາມາດ ດຶງ​ເອົາທຸລະກິດຂະຫນາດນ້ອຍເຂົ້າໄປສູ່ເສດຖະກິດໃນລະບົບຫຼາຍຂຶ້ນ ພ້ອມທັງເພີ່ມທະວີການເກັບອາ​ກອນ. ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ທຸລະກິດຈຸນລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງກວມເອົາ 98% ຂອງວິສາຫະກິດທັງໝົດ ແລະ 41% ຂອງ ຈີດີພີ ໃນປີ 2020. ລັດຖະບານຍັງສາມາດ​ຍົກ​ລະ​ດັບການເກັບອາ​ກອນຈາກການຄ້າການບໍລິການດ້ານດິຈິຕັອນທີ່ກຳລັງຂະຫຍາຍຕົວໃນພາກພື້ນອາຊີແລະປາຊີຟິກ, ເຊິ່ງຂະຫຍາຍຕົວເພີ່ມຂຶ້ນຫຼາຍກວ່າສາມເທົ່າ ນັບຕັ້ງແຕ່ປີ 2005 ຂຶ້ນເປັນ 1,4 ພັນຕື້ໂດລາໃນປີ 2020.

ອີງຕາມ ບົດລາຍງານ ADO 2022, ການເກັບອາ​ກອນອື່ນໆກໍ່ສາມາດເພີ່ມລາຍຮັບ ໄປພ້ອມກັບການສົ່ງເສີມດ້ານການປົກປັກຮັກສາສິ່ງແວດລ້ອມ ແລະ ດ້ານສາທາລະນະສຸກໂດຍກົງ. ຕົວຢ່າງ ເຄື່ອງມືການກໍານົດລາຄາອາຍກາກບອນ ແລະ ອາ​ກອນນໍ້າມັນເຊື້ອໄຟໄດ້ຖືກພິສູດໃຫ້​ເຫັນເຖິງການຫຼຸດຜ່ອນມົນລະພິດ. ​ການ​ເກັບອາ​ກອນຈາກທາດເຫຼົ້າ, ຢາສູບ ແລະ ອາຫານແລະເຄື່ອງດື່ມທີ່ບໍ່ດີຕໍ່ສຸຂະພາບ ສາມາດສ້າງລາຍຮັບເພີ່ມເຕີມໄດ້ເຖິງ 0,6% ຂອງ ຈີດີພີ ໃນຂະນະທີ່ນໍາໄປສູ່ຜົນການ​ທີ່ມີສຸຂະພາບທີ່ດີຂຶ້ນກວ່າ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍທາງການແພດ.

ການໂຄສະນາຂໍ້ມູນຂ່າວສານແກ່ສາທາລະນະເພື່ອດຶງດູດຄວາມເຂົ້າໃຈທາງດ້ານພຶດຕິກໍາ ແລະ ການນໍາໃຊ້ເຕັກໂນໂລຊີດີຈິຕັອນທີ່ດີກ່ວາເກົ່າ ຍັງສາມາດຊ່ວຍເພີ່ມທະວີການເກັບອາ​ກອນ. ບົດ​ລາຍ​ງານ​ໃຫ້​ຂໍ້​ສັງ​ເກດ​ວ່າ, ການຍົກ​ລະ​ດັບ​ຄຸນ​ນະ​ພາບຂອງການ​ໃຊ້​ຈ່າຍງົບ​ປະ​ມານ​ຂອງລັດແມ່ນ​ກຸນແຈ​ສຳ​ຄັນ​ໃນ​ການ​ກຳ​ນົດ​ຄວາມ​ເຕັມ​ໃຈໃນ​ການ​ເສຍ​ອາ​ກອນຂອງປະຊາຊົນ.

ADB ມີຄວາມມຸ່ງ​ໝັ້ນ​ທີ່​ຈະ​ບັນລຸ​ໃຫ້ພາກພື້ນ​ອາຊີ​ແລະ​ປາຊີ​ຟິກ ຈະ​ເລີ​ນຮຸ່ງ​ເຮືອງ, ທົ່ວເຖິງ, ພ້ອມຮັບການປ່ຽນແປງ, ​ແລະ​ຍືນ​ຍົງ ໄປພ້ອມກັບການຮັກສາ​ຄວາມ​ພະຍາຍາມຂອງຕົນ​ເພື່ອ​ລົບ​ລ້າງ​ຄວາມທຸກ​ຍາກ. ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1966​, ADB ມີ 68 ປະເທດສະມາຊິກ ໃນນັ້ນມີ 49 ປະເທດມາຈາກ​ພາກ​ພື້ນດັ່ງກ່າວ.

Media Contact