ມະນີລາ, ຟີລິບປິນ (22 ກັນຍາ 2021) — ອີງຕາມບົດລາຍງານໃຫມ່ຂອງ ທະນາຄານພັດທະນາອາຊີ (ADB), ລັດຖະ ບານຂອງປະເທດຕ່າງໆໃນພາກພື້ນອາຊີແລະປາຊີຟິກ ຕ້ອງຫັນປ່ຽນໃນຂະແໜງກະສິກໍາ ເພື່ອເຮັດໃຫ້ການກະສິກໍາ ມີຄວາມທັນສະໄໝ, ທົນທານຕໍ່ກັບທຸກສະພາບອາກາດ ແລະ ສົມດຸນ ເພີ່ມສູງຂຶ້ນ ໃນຂະນະທີ່ພາກພື້ນ ຟຶ້ນໂຕຈາກ ການລະບາດພະຍາດອັກເສບປອດຈາກເຊື້່ອຈຸນລະໂລກສາຍພັນໃໝ່ (ໂຄວິດ-19).

ອີງຕາມຫົວຂໍ້ບົດລາຍງານເສດຖະກິດທີ່ມີຊື່ວ່າ ການຄາດຄະເນການພັດທະນາຂອງອາຊີປະຈຳປີ 2021 ສະບັບປັບປຸງ ທີ່ນໍາອອກເຜີຍແຜ່ໃນມື້ນີ້, ດ້ວຍຈໍານວນປະຊາຊົນທີ່ທຸກຍາກພວມດໍາລົງຊີວິດຢູ່ຕາມເຂດຊົນນະບົດມີເຖິງ 76%, ການເພີ່ມຜະລິດຕະພາບທາງດ້ານກະສິກໍາ ແລະ ລາຍຮັບ ເປັນປັດໄຈສໍາຄັນ ໃນການຕໍ່ສູ້ກັບຄວາມທຸກຍາກ. ບົດລາຍງານເສດຖະກິດອັນຕົ້ນຕໍຂອງ ADB ສະບັບຫຼ້າສຸດນີ້ ຮຽກຮ້ອງໃຫ້ ລັດຖະບານບັນດາປະເທດຕ່າງໆ ດໍາເນີນນະໂຍບາຍທີ່ປະສົມປະສານລວມເອົາທັງ ເຕັກໂນໂລຊີ ການລົງທຶນດ້ານພື້ນຖານໂຄງລ່າງ ນະວັດຕະກຳ ແລະພ້ອມທັງ ການປັບປຸງລະບຽບການ ເພື່ອຮັບປະກັນ ຄວາມປອດໄພດ້ານສະບຽງອາຫານ ແລະ ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ.

ອີງຕາມບົດລາຍງານ, ການລະບາດພະຍາດ ໂຄວິດ-19 ໄດ້ເຮັດໃຫ້ຈຳນວນປະຊາຊົນເພີ່ມຂຶ້ນຕື່ມ 75 ລ້ານ ເຖິງ 80 ລ້ານຄົນ ໃນບັນດາປະເທດທີ່ກໍາລັງພັດທະນາໃນອາຊີ ຫວນກັບຄືນສູ່ຄວາມທຸກຍາກ. ຜົນກະທົບຈາກສິ່ງດັ່ງກ່າວ ກໍ່ໃຫ້ເກີດຄວາມບໍ່  ໜັ້ນຄົງດ້ານສະບຽງອາຫານ ເພີ່ມຂຶ້ນ. ອີງຕາມການປະເມີນຂອງກະຊວງກະສິກໍາຂອງສະຫະລັດອາເມລິກາ, ທົ່ວໂລກຈະມີຈຳນວນຄົນອຶດຫິວ ເພີ່ມຂຶ້ນປະມານຫນຶ່ງສ່ວນສາມໃນປີນີ້. ຈຳນວນທີ່ເພີ່ມຂຶ້ນ ແມ່ນນອນຢູ່ໃນຈໍານວນ 291 ລ້ານຄົນໃນທົ່ວໂລກ ທີ່ພວມປະສົບກັບຄວາມທຸກທໍລະມານຈາກ ຄວາມບໍ່ຫມັ້ນຄົງທາງດ້ານສະບຽງອາຫານ, ຊຶ່ງ 72% ຂອງຈຳນວນດັ່ງກ່າວ ແມ່ນຢູ່ໃນອາຊີ, ໂດຍສະເພາະໃນປະເທດ ບັງກຼາເດັສ, ອິນເດຍ, ອິນໂດເນເຊຍ, ແລະ ປາກີສຖານ.

ທ່ານ ໂຈເຊບ ສເວັກລິຈ ເຈອາຣ,  ຜູ້ວ່າການແທນຫົວໜ້ານັກເສດຖະສາດຂອງ ADB  ໄດ້ໃຫ້ຮູ້ວ່າ “ໃນຫຼາຍທົດສະ ວັດທີ່ຜ່ານມາ, ຂະແໜງກະສິກໍາ ໄດ້ສະຫນັບສະໜູນແກ່ການເຕີບໂຕທາງດ້ານເສດຖະກິດຢ່າງວ່ອງໄວ ໃນພາກພື້ນອາຊີ ແລະປາຊີຟິກ, ແຕ່ສິ່ງທ້າທາຍຫຼາຍຢ່າງ ພວມຂັບເຄື່ອນຄວາມຈໍາເປັນ ໃນການປັບປຸງ ແລະ ຫັນປ່ຽນໃນຂະແຫນງການດັ່ງກ່າວ ເຊິ່ງນັບຕັ້ງແຕ່ການລະບາດພະຍາດໂຄວິດ-19 ໄປຫາ ບັນການປ່ຽນແປງດິນຟ້າອາກາດ ແລະ ການຂະຫຍາຍຕົວຂອງຕົວເມືອງ. ນະໂຍບາຍທີ່ສະຫນັບສະຫນູນຕໍ່ການຫັນປ່ຽນນີ້ ແມ່ນມີຄວາມສໍາຄັນຫຼາຍ ເພື່ອເຮັດໃຫ້ປະຊາຊົນມີອາຫານກິນ ແລະ ປົກປ້ອງ ການຟື້ນຟູ ພ້ອມທັງ ການພັດທະນາແບບຍືນຍົງໃນພາກພື້ນ."

ໂດຍອີງຕາມອົງການອາຫານແລະການກະເສດຂອງອົງການສະຫະປະຊາຊາດ, ນອກເຫນືອຈາກການລະບາດພະຍາດ, ການປ່ຽນແປງດິນຟ້າອາກາດ ກໍ່ແມ່ນສິ່ງໜຶ່ງທີ່ທ້າທາຍທີ່ສຸດ ຕໍ່ກັບຂະແໜງກະສິກໍາທີ່ພວມປະເຊີນຢູ່ ໃນອາຊີ. ການເພີ່ມຂຶ້ນ ຂອງສະພາບອາກາດທີ່ຮ້າຍແຮງ ແມ່ນພວມຂົ່ມຂູ່ຕໍ່ກັບການຜະລິດພືດຜັກທັນຍາຫານ ແລະ ຄວາມຍືນຍົງໂດຍລວມ. ນັບຈາກປີ 2008 ຫາ 2018, ອາຊີ ໄດ້ປະສົບກັບຄວາມເສຍຫາຍຈາກໄພພິບັດໃນການປູກພືດຜັກທັນຍາຫານ ແລະ ການລ້ຽງສັດ, ຊຶ່ງຄິດເປັນມູນຄ່າ 207 ພັນລ້ານໂດລາສະຫະລັດ, ຫຼືເທົ່າກັບ 74% ຂອງຈໍານວນມູນຄ່າເສຍຫາຍທັງຫມົດໃນທົ່ວໂລກ. ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວນີ້, ນະໂຍບາຍຂອງລັດຖະບານ ສາມາດສົ່ງເສີມດ້ວຍຫຼາຍທາງອອກເຊັ່ນ: ມີລະບົບເຕືອນໄພເບື້ອງຕົ້ນສຳລັບສະພາບອາກາດທີ່ຮ້າຍແຮງ ພື້ນຖານໂຄງລ່າງກະສິກໍາທີ່ທົນທານຕໍ່ກັບທຸກສະພາບອາກາດ ພ້ອມດ້ວຍ ວິທີການປະຕິບັດໃນການການຜະລິດ  ແລະ ການປະກັນໄພພືດທີ່ມີລາຄາພໍຮັບໄດ້.

ສິ່ງທ້າທາຍອື່ນໆແມ່ນລວມເຖິງ ຜົນກະທົບດ້ານລົບຂອງການຂະຫຍາຍຕົວຂອງຕົວເມືອງຢ່າງວ່ອງໄວ ຕໍ່ກັບຜະລິດຕະພາບທາງດ້ານແຮງງານທີ່ເຮັດວຽກໃນຟາມ; ການປ່ຽນແປງການເລືອກບໍລິໂພກອາຫານເຊັ່ນ: ມີຄວາມຕ້ອງການໃນການບໍລິໂພກຊີ້ນທີ່ເພີ່ມຂຶ້ນ; ພື້ນຖານໂຄງລ່າງທີ່ຫຼ້າສະໄຫມ ໂດຍສະເພາະໃນດ້ານການຄຸ້ມຄອງນໍ້າ ແລະ ຊົນລະປະທານ; ແລະ ມາດຕະການສະຫນັບສະຫນູນຂອງລັດຖະບານທີ່ຕອບສະໜອງບໍ່ໄດ້ຕໍ່ກັບສະພາບຄວາມເປັນຈິງ.

ການພັດທະນາໃນຂົງເຂດຕ່າງໆເຊັ່ນ: ເຕັກໂນໂລຊີດິຈິຕັອນ ແລະ ການລ້ຽງສັດນໍ້າ ຊຶ່ງມີທ່າແຮງທີ່່ຈະຊ່ວຍໃນການຫັນປ່ຽນຂະແໜງກະສິກໍາໃນພາກພື້ນອາຊີແລະປາຊີຟິກ. ໃນປະຈຸບັນນີ້, ຜົນຜະລິດຈາກການລ້ຽງສັດນໍ້າໃນພາກພື້ນອາຊີ ແລະ ປາຊີຟິກ ກວມເຄິ່ງໜຶ່ງຂອງຜົນຜະລິດທາງການປະມົງຂອງໂລກ ແລະ ພວມເຕີບໂຕຢ່າງໄວວາ.  ປະມານ 90% ຂອງການລ້ຽງສັດນໍ້າ ແມ່ນຢູ່ໃນອາຊີ. ໃນຂະນະດຽວກັນ, ເຕັກໂນໂລຊີດິຈິຕັອນ ລວມທັງໂທລະສັບມືຖື ແລະ ຊີ້ນສ່ວນຕ່າງໆ ສາມາດເພີ່ມຄວາມຮູ້ທາງດ້ານເຕັກນິກ ທ່າມກາງຈຳນວນຊາວກະສິກອນຜູ້ຜະລິດເປັນສິນຄ້າຂະໜາດນ້ອຍ 350 ລ້ານຄົນ ໃນພາກພື້ນ, ພວມຊ່ວຍໃຫ້ພວກເຂົາເຈົ້າປັບໂຕເຂົ້າກັບວິທີການປະຕິບັດທີ່ມີນະວັດຕະກຳ ແລະພ້ອມທັງໄດ້ຮັບຂໍ້ມູນຂ່າວສານທາງການຕະຫຼາດໃໝ່ໆ.

ບົດລາຍງານໄດ້ໃຫ້ຮູ້ຕື່ມອີກວ່າ ນະໂຍບາຍຂອງລັດຖະບານ ຄວນກ້າວໄປຈາກການສະໜັບສະໜູນການຜະລິດແບບດັ້ງເດີມ. ນະໂຍບາຍຄວນຈະສຸມໃສ່ ການລົງທຶນທາງດ້ານ ການພັດທະນາ ພ້ອມທັງ ການຄົ້ນຄ້ວາວິໄຈ,  ຊຸກຍູ້ນະວັດຕະກຳ, ແລະ ກ້າວໄປສູ່ການພັດທະນາທີ່ແນໃສ່ຕະຫຼາດ. ພ້ອມດຽວກັນນັ້ນ, ລັດຖະບານຕ້ອງປົກປ້ອງສິດຂອງຊາວກະສິກອນ ລວມທັງ ແມ່ຍິງແລະ ຜູ້ຄົນທີ່ຍ້າຍຖິ່ນຖານ ເພື່ອຮັບປະກັນແນໃສ່ໃຫ້ທຸກຄົນ ໄດ້ຮັບຜົນປະໂຫຍດຈາກການຫັນປ່ຽນໃນຂະແໜງການດັ່ງກ່າວ.

ADB ມີຄວາມມຸ່ງໝັ້ນທີ່ຈະບັນລຸໃຫ້ ພາກພື້ນອາຊີປາຊີຟິກມີຄວາມຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບການປ່ຽນແປງ, ແລະ ຍືນຍົງ, ໄປພ້ອມກັບການຮັກສາຄວາມພະຍາຍາມຂອງຕົນໃນການລຶບລ້າງຄວາມທຸກຍາກ. ADB ຖືກສ້າງຕັ້ງຂຶ້ນໃນປີ 1966, ໂດຍມີ 68 ປະເທດສະມາຊິກເປັນເຈົ້າຂອງ ຊຶ່ງໃນນັ້ນມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.

Media Contact