- ການລັກລອບຕັດໄມ້ແລະການລ່າສັດແບບຜິດກົດໝາຍ, ການຈູດປ່າ, ແລະ ການຫັນເອົາປ່າເປັນພື້ນທີ່ກະສິກຳ ແມ່ນບັນຫາທ້າທາຍທີ່ພວມປະເຊີນ ໃນການບໍາລຸງຮັກສາຄວາມອຸດົມສົມບູນແລະການປົກຄຸມຂອງປ່າໄມ້ຢູ່ໃນເຂດພາກໃຕ້ຂອງ ສປປ ລາວ.
- ການປູກຈິດສໍານຶກຄວາມເປັນເຈົ້າການໃຫ້ແກ່ຊຸມຊົນແລະທີມງານຄຸ້ມຄອງປ່າໄມ້ໃນທ້ອງຖິ່ນ ທີ່ກຽມພ້ອມທາງດ້ານທັກສະ ແລະ ອຸປະກອນພ້ອມເຄື່ອງມືທີ່ທັນສະໄໝ ເພື່ອເກັບກໍາຂໍ້ມູນ ແລະ ວາງແຜນ ແມ່ນສໍາຄັນໃນການປົກປັກຮັກສາແລະຄຸ້ມຄອງປ່າໄມ້ໃຫ້ຍືນຍົງຢູ່ໃນ ສປປ ລາວ.
- ການມີສ່ວນຮ່ວມຂອງຊຸມຊົນ ລວມທັງແມ່ຍິງ ໃນການຈັດຕັ້ງປະຕິບັດກິດຈະກຳໂຄງການ ແມ່ນຄັນເພື່ອໃຫ້ກິດຈະກຳໂຄງການ ແລະ ການດຳລົງຊີວິດໃຫ້ມີຄວາມຍືນຍົງເພື່ອອະນາຄົດຂອງຄົນຮຸ້ນຫລັງ.
ນັບຕັ້ງແຕ່ປີ 2006 ເປັນຕົ້ນມາ, ADB ໄດ້ໃຫ້ການຊ່ວຍເຫຼືອເພື່ອປ້ອງກັນແລະຮັກສາແລວອະນຸລັກຊີວະນາໆພັນໃນ ສປປລາວ ຜ່ານຫຼາຍກິດຈະກຳອະນຸລັກແລະປ້ອງກັນແລະຮັກສາ. ໃນປີ 2011, ADB ອະນຸມັດທຶນຊ່ວຍເຫຼືອລ້າມູນຄ່າ 20 ລ້ານໂດລາສະຫະລັດສຳລັບໂຄງການອະນຸລັກຊີວະນາໆພັນຕາມແລວເຊື່ອມຕໍ່ທີ່ຍືນຍົງ. ໃນປີ 2016, ADB ໄດ້ອະນຸມັດທຶນຊ່ວຍເຫຼືອລ້າເພີ່ມອີກ ຈາກກອງທຶນລົງທຶນດ້ານສະພາບອາກາດ ເພື່ອຊ່ວຍຄຸ້ມຄອງແລວຊີວະນາໆພັນ ແລະ ເພີ່ມຂະຫຍາຍກິດຈະກຳ ເພື່ອຢຸດຕິການຕັດໄມ້ທຳລາຍປ່າ ແລະ ການເຊື່ອມໂຊມຂອງປ່າຢູ່ໃນປະເທດ.
Transcript
ປ່າໄມ້ຢູ່ໃນ ແຂວງອັດຕະປື ແລະ ແຂວງເຊກອງ ເຊິ່ງຢູ່ພາກໃຕ້ຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫຼື ປະເທດ ສປປ ລາວ ແມ່ນໄດ້ກວມເອົາອານາເຂດເຖິງ ຫນຶ່ງສ່ວນຫ້າ ຂອງຂົງເຂດປ່າໄມ້ທັງໝົດຂອງປະເທດ.
ແຕ່ວ່າ ຊີວະນາໆພັນຕາມເຂດແລວເຊື່ອມຕໍ່ເຫຼົ່ານີ້ ແມ່ນຕົກຢູ່ພາຍໃຕ້ໄພຂົ່ມຂູ່ຈາກ ການຕັດໄມ້ ແລະ ການລ່າສັດຢ່າງຜິດກົດໝາຍ.
ຊຸມຊົນພາຍໃນທ້ອງຖິ່ນ ແລະ ຜູ້ປະກອບການພາກເອກະຊົນ ຍັງໄດ້ມີການຫັນປ່ຽນບາງສ່ວນຂອງປ່າ ໄປເປັນດິນກະສິກຳ.
ໄດ້ສົ່ງຜົນເຮັດໃຫ້ເຂດປ່າໄມ້ບໍ່ເຊື່ອມຕໍ່ກັນ ເຊິ່ງຈະບໍ່ສາມາດຮອງຮັບຕໍ່ການເຕີບໃຫຍ່ແລະຂະຫຍາຍຕົວຂອງສັດປ່າໄດ້.
ເຂດໂຄງການອະນຸລັກຊີວະນາໆພັນຂອງເຮົານີ້ ກວມເອົາຫຼາຍລະບົບປ່າໄມ້ ຫຼາຍບ້ານ ລວມທັງເຂດພັດທະນາພື້ນຖານໂຄງລ່າງ. ສະນັ້ນ, ສິ່ງທ້າທາຍສຳລັບການຄຸ້ມຄອງປ່າໄມ້ ກໍ່ຄືການຄຸ້ມຄອງຊີວະນາໆພັນຂອງພວກເຮົານີ້ ໃຫ້ມັນຄົງຄວາມອຸດົມສົມບູນພາຍໃຕ້ເຮົາຈຳນວນພະນັກງານທີ່ຈຳກັດ.
ທະນາຄານພັດທະນາອາຊີ ຫຼື ເອດີບີ ໄດ້ໃຫ້ການຊ່ວຍເຫຼືອປົກປ້ອງເຂດແລວເຊື່ອມຕໍ່ຊີວະນາໆພັນ ຂອງປະເທດ ສປປ ລາວ ຕັ້ງແຕ່ປີ 2006 ຜ່ານການພັດທະນາໃນຫຼາຍຂອບເຂດ ແລະ ບັນດາກິດຈະກຳການອະນຸລັກຕ່າງໆ.
ໃນປີ 2011, ເອດີບີ ໄດ້ອະນຸມັດທຶນຊ່ວຍເຫຼືອລ້າມູນຄ່າ ຊາວລ້ານໂດລາ ສະຫະລັດ ສຳລັບ ໂຄງການອະນຸລັກຊີວະນາໆພັນຕາມແລວເຊື່ອມຕໍ່ ເພື່ອຟື້ນຟູ ປົກປ້ອງ ແລະ ຄຸ້ມຄອງຊີວະນາໆພັນຕາມແລວເຊື່ອມຕໍ່ຢ່າງຍືນຍົງ.
ໃນປີ 2016, ເອີດີບີ ໄດ້ອະນຸມັດທຶນຊ່ວຍເຫຼືອລ້າເພີ່ມຕື່ມ ຈາກ ກອງທຶນການລົງທຶນດ້ານສະພາບພູມອາກາດ ໂດຍຜ່ານໂຄງການລົງທຶນດ້ານປ່າໄມ້ ເພື່ອຊ່ວຍຄຸ້ມຄອງເຂດແລວເຊື່ອມຕໍ່ຊີວະນາໆພັນ ແລະ ຂະຫຍາຍກິດຈະກຳໃຫ້ໃຫຍ່ຂຶ້ນ ເພື່ອຢຸດຢັ້ງການຕັດໄມ້ທຳລາຍປ່າ ແລະ ການເສື່ອມສະພາບຂອງປ່າໄມ້.
ລະບົບການຄຸ້ມຄອງປ່າໄມ້ຊີວະນາໆພັນແບບໃໝ່ຂອງພວກເຮົາ ແມ່ນແນໃສ່ການປ້ອງກັນຫຼາຍກ່ວາການແກ້ໄຂບັນຫາ.
ຊຸມຊົນໄດ້ມີສ່ວນຮ່ວມໃນບັນດາກິດຈະກຳຄຸ້ມຄອງຊີວະນາໆພັນຕ່າງໆເຊັ່ນ: ການລາດຕະເວນ ເຊິ່ງໄດ້ຊ່ວຍຕັດວົງຈອນຂອງການລັກລອບຂົນຍ້າຍເຄື່ອງປ່າຂອງດົງ, ການຕັດໄມ້ແບບຜິດກົດໝາຍ, ການລ່າສັດແບບຜິດກົດໝາຍ, ແລະ ການຈູດໄຟປ່າ ເຫຼົ່ານີ້ເປັນຕົ້ນ.
ທາງໂຄງການໄດ້ສະໜອງອຸປະກອນ ແລະ ເຄື່ອງມືທີ່ທັນສະໄໝທາງດ້ານເຕັກໂນໂລຊີ ແລະ ໄດ້ມີການຈັດຝຶກອົບຮົມກ່ຽວກັບ ການນໍາໃຊ້ອຸປະກອນດັ່ງກ່າວເຊັ່ນວ່າ: ສະມາດໂຟນ ຈີໄອເອັສ ແລະ ຈີພີເອັສ ຊຶ່ງວ່າອຸປະກອນດັ່ງກ່າວ ແມ່ນນໍາໃຊ້ເຂົ້າໃນການລາດຕະເວນ ການເບິ່ງຄວາມໜາແໜ້ນ ແລະ ການປົກຫຸ້ມຂອງປ່າໄມ້ ການເພີ່ມຂຶ້ນແລະຫລຸດລົງຂອງຊີວະນາໆພັນ. ຊຶ່ງໃນການຝຶກອົບຮົມແຕ່ລະຄັ້ງຈະມີທີມງານລາດຕະເວນ ແລະ ມີແມ່ຍິງທີ່ເປັນສະມາຊິກຂອງທີມງານລາດຕະເວນ ເຂົ້າຮ່ວມຝຶກອົບຮົມ.
ເບື້ອງຕົ້ນພວກເຮົາບໍ່ມີອຸປະກອນ ມີແຕ່ເກັບຂໍ້ມູນຂຽນໃສ່ປື້ມ. ຈາກນັ້ນ ເຮົາມີແທັບເລັດ ແລະ ນໍາໃຊ້ແທັບເລັດ. ພາຍຫລັງ ທີມງານລາດຕະເວນຂອງເຮົາໝົດທຸກຄົນກໍ່ດີອົກດີໃຈ.
ຄວາມພະຍາຍາມໃນການຟື້ນຟູ ປົກປ້ອງ ແລະ ຮັກສາຊີວະນາໆພັນຕາມເຂດແລວເຊື່ອມຕໍ່ ໄດ້ສົ່ງຜົນເຮັດໃຫ້ ເຂດພື້ນທີ່ປ່າໄມ້ມີການຂະຫຍາຍຕົວໃຫ້ກ້ວາງອອກໄປຕື່ມ.
ພ້ອມກັນນັ້ນ ກໍ່ເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ດ້ວຍການຈັດຝຶກອົບຮົມ ກ່ຽວກັບ ການເພີ່ມຜົນຜະລິດທາງດ້ານກະສິກຳ ແລະ ວິທີການຕອບສະໜອງຕໍ່ຄວາມຕ້ອງການຂອງຕະຫຼາດ ສໍາລັັບຜະລິດຕະພັນກະສິກຳ ເພື່ອຈະໃຫ້ໄດ້ລາຍຮັບເພີ່ມຂຶ້ນ.
ເຂດອະນຸລັກຊີວະນາໆພັນຕາມແລວເຊື່ອມຕໍ່ ແມ່ນກະແຈອັນສຳຄັນຕໍ່ກັບລະບົບນິເວດປ່າໄມ້ອັນຍືນຍົງ. ເຂດອະນຸລັກຊີວະນາໆພັນຕາມແລວເຊື່ອມຕໍ່ ສະໜອງສະບຽງອາຫານ ແລະນ້ຳທີ່ປອດໄພສຳຫຼັບສັດຕ່າງໆ. ຊ່ວຍໃຫ້ພວກມັນສາມາດເຄື່ອນຍ້າຍໄປມາຢ່າງປອດໄພ ໂດຍຫຼີກລ່ຽງເສັ້ນທາງຖະໜົນ ແລະ ສິ່ງປຸກສ້າງພື້ນຖານໂຄງລ່າງອື່ນໆ.
ມັນສຳຄັນຫຼາຍທີ່ຈະໃຫ້ທັກສະ ແລະ ປະກອບອຸປະກອນທີ່ທັນສະໄຫມ ໃຫ້ແກ່ທີມງານຄຸ້ມຄອງປ່າໄມ້ໃນທ້ອງຖິ່ນ ເພື່ອເກັບກຳຂໍ້ມູນ ສຳລັບການຕິດຕາມກວດກາ ແລະ ການວາງແຜນໃນຕໍ່ຫນ້າ.
ມັນຍັງຊ່ວຍຍົກລະດັບ ການຕື່ນໂຕຄວາມເປັນເຈົ້າການຂອງຄົນໃນຊຸມຊົນ ໃນການປົກປັກຮັກສາປ່າໄມ້ ແລະ ການຄຸ້ມຄອງ.
ໃນເມື່ອເປັນຈັ່ງຊັ້ນ ເຮົາເອງຜູ້ໜຶ່ງຢາກສະໝັກໃຈ ເພື່ອໃຫ້ໄດ້ຢູ່ໃນທີມງານນີ້ ເພື່ອປົກປັກຮັກສາ ແລະ ກວດກາຄືນ ໃຫ້ເປັນການຟື້ນຟູຄືນປ່າ ໃຫ້ມັນຍືນຍົງໃນອະນາຄົດ. ເພື່ອລູກເພື່ອຫຼານຂອງພວກເຮົາໃນອະນາຄົດ.