ນະຄອນຫຼວງມະນີລາ, ຟີລິບປິນ (25 ເມສາ 2022) — ໃນປີ 2021, ທະນາຄານ​ພັດທະນາ​ອາຊີ (ADB) ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາສຳລັບວົງເງິນ 22,8 ຕື້ໂດລາສະຫະລັດ ​ຈາກ​ແຫຼ່ງທຶນ​ຂອງ​ຕົນ​ ເພື່ອ​ຊ່ວຍພາກພື້ນ​ອາຊີ​ແລະປາຊີ​ຟິກ​ ແກ້​ໄຂ​ຜົນກະທົບໂດຍກົງຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດອັກເສບປອດຈາກເຊື້ອຈຸນລະໂລກສາຍພັນໃໝ່ (ໂຄວິດ-19) ແລະ ສົ່ງເສີມການຟື້ນຟູຕາມທິດສີຂຽວ.

ຜົນໄດ້ຮັບທາງດ້ານການເງິນ ແລະ ການດໍາເນີນງານໄດ້ຖືກເຜີຍແຜ່ໃນ ບົດລາຍງານປະຈໍາປີ 2021 ຂອງ ADB ໃນມື້ນີ້. ບົດລາຍງານໄດ້ສະຫຼຸບໃຫ້ເຫັນເຖິງວ່າ ADB ໄດ້ສະໜັບສະໜູນບັນດາປະເທດສະມາຊິກທີ່ກໍາລັງພັດທະນາ ຜ່ານການປະສົມປະສານທາງດ້ານ ການເງິນ, ຄວາມຮູ້, ແລະ ການຮ່ວມມື ແນວໃດ.

ທ່ານ ມາສະສຸກຸ ອາສະກະວາ, ປະທານ ADB ໄດ້ໃຫ້ຮູ້ວ່າ “ADB ເຊື່ອໝັ້ນຢ່າງໜັກແໜ້ນວ່າ ການແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ ແລະ ການສະໜັບສະໜູນການພັດທະນາໃນໄລຍະຍາວ ບໍ່ຜູກຂາດເຊິ່ງກັນແລະກັນ”, ທ່ານໄດ້ໃຫ້ຮູ້ຕື່ມອີກວ່າ "ການຕອບໂຕ້ ໂຄວິດ-19 ແບບຍືນຍົງຂອງພວກເຮົາ ໄດ້ວາງພື້ນຖານເພື່ອການຟື້ນຟູຢ່າງທົ່ວເຖິງ, ພ້ອມຮັບກັບການປ່ຽນແປງ, ແລະ ຕາມທິດສີຂຽວ ເພື່ອຮັບປະກັນບາດກ້າວໄປສູ່ການບັນລຸເປົ້າໝາຍຍຸດທະສາດ 2030 ຂອງພວກເຮົາ”.

ວົງເງິນມູນຄ່າ 22,8 ຕື້ໂດລາສະຫະລັດທີ່ໄດ້ໃຫ້ສັນຍາໃນປີ 2021 ລວມມີ ເງິນກູ້ແລະການຄໍ້າປະກັນ ທືນຊ່ວຍເຫຼືອລ້າການລົງທຶນໃນຫຸ້ນສ່ວນ, ແລະການຊ່ວຍເຫຼືອທາງດ້ານວິຊາການ ທີ່ສະຫນອງໃຫ້ກັບພາກລັດຖະບານ ແລະ ພາກເອກະຊົນ. ນອກ​ນີ້, ADB ຍັງ​ລະດົມໄດ້​ທຶນ​ມູນຄ່າ 12,9 ຕື້​ໂດ​ລາ​ສະຫະລັດ ຈາກການຮ່ວມ​ທຶນ.

ໃນຄໍາໝັ້ນສັນຍາຂອງ ADB ໃນປີ 2021, ວົງເງິນມູນຄ່າ 13,5 ຕື້ໂດລາສະຫະລັດ ຫຼື 59% ແມ່ນສໍາລັບການຕອບໂຕ້ການລະບາດຂອງພະຍາດ. ເຖິງແມ່ນວ່າ, ຫຼາຍໆຄຳໝັ້ນສັນຍາໃນບັນດາຄໍາໝັ້ນສັນຍາເຫຼົ່ານີ້ ເຊັ່ນວ່າ: ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງສາທາລະນະສຸກ ພາຍຫລັງການລະບາດພະຍາດໄດ້ສິ້ນສຸດລົງ ກໍ່ຍັງຄົງຈະໃຫ້ການຊ່ວຍເຫຼືອແກ່ພາກພື້ນສືບຕໍ່ໄປ.

ການສະໜັບສະໜູນຂອງ ADB ເພື່ອການຕອບໂຕ້ການລະບາດຂອງພະຍາດ ລວມມີທືນມູນຄ່າ 4,9 ຕື້ໂດລາສະຫະລັດ ທີ່ເບີກຈ່າຍດ່ວນໃຫ້ແກ່ລັດຖະບານບັນດາປະເທດຕ່າງໆ ເພື່ອສະໜັບສະໜູນການປະຕິຮູບໂຄງສ້າງ ແລະ ແກ້ໄຂຄວາມຍືນຍົງຂອງໜີ້ສິນ. ເງິນທຶນດັ່ງກ່າວລວມມີ 4,6 ຕື້ໂດລາສະຫະລັດ ເພື່ອການໃຫ້ກູ້ຕາມນະໂຍບາຍ ແລະ 250 ລ້ານໂດລາສະຫະລັດ ຜ່ານທາງເລືອກການຕອບໂຕ້ການລະບາດຂອງພະຍາດໂຄວິດ-19.

ເປັນສ່ວນຫນຶ່ງຂອງການຕອບໂຕ້ການລະບາດຂອງພະຍາດ, ADB ໃຫ້ຄໍາໝັ້ນສັນຍາໃນວົງເງິນມູນຄ່າ 4,1 ຕື້ໂດລາສະຫະລັດ ເພື່ອໃຫ້ສາມາດຈັດຊື້ແລະຈັດສົ່ງວັກຊີນທີ່ປອດໄພ ແລະ ມີປະສິດທິພາບໃຫ້ແກ່ປະເທດສະມາຊິກທີ່ກຳລັງພັດທະນາຂອງຕົນ. ADB ​ຍັງ​ໄດ້​ສະ​ໜອງ​ເງິນທຶນ​ໃຫ້ກັບ​ພາກ​ເອ​ກະ​ຊົນມູນຄ່າ 3,3 ຕື້​ໂດ​ລາສະຫະລັດ ​ເພື່ອ​ເຮັດ​ໃຫ້​ພາກທຸ​ລະ​ກິດສາມາດສືບຕໍ່ເປີດກິດຈະການ, ການ​ຄ້າທີ່ຕໍ່ເນື່ອງ, ແລະ​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນແລະການ​ບໍ​ລິ​ການທາງດ້ານ​ການ​ແພດ​ ມີພ້ອມຕອບສະໜອງ. ການຊ່ວຍສະໜັບສະໜູນດ້ານຄວາມຮູ້ທີ່ກວ້າງຂວາງ ໄດ້ເປັນທິດໃຫ້ແກ່ບັນດາແຜນການຮັບມືກັບພະຍາດໂຄວິດ-19 ແລະ ແຜນການຟື້ນຟູ.

ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ໃນ​ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ຍາວ ດັ່ງເຊັ່ນວ່າ ການ​ປ່ຽນ​ແປງ​​ດິນ​ຟ້າ​ອາ​ກາດ ຍັງແມ່ນ​ຈຸດ​ສຸມ​ທີ່​ສຳ​ຄັນ​ໃນ​ການ​ດຳ​ເນີນ​ງານ​ຂອງ ADB ໃນປີ 2021.

ທ່ານ ອາສະກະວາ ໄດ້ໃຫ້ຮູ້ຕື່ມອີກວ່າ “ການ​ຕໍ່ສູ້​ຕ້ານ​ການ​ປ່ຽນ​ແປງ​​ດິນ​ຟ້າ​ອາ​ກາດ​ ຈະໄດ້ຮັບໄ​ຊຊະ​ນະ ​ຫຼື ​ສູນ​ເສຍ ​ຢູ່ໃນພາກພື້ນ​ອາ​ຊີ​ແລະ​ປາ​ຊີ​ຟິກ. ເພື່ອໃຫ້ປະສົບຜົນສໍາເລັດ, ພາກພື້ນຂອງພວກເຮົາ ຈໍາເປັນຕ້ອງເລັ່ງການຫັນປ່ຽນໄປສູ່ອະນາຄົດທີ່ມີຄາບອນຕ່ໍ່າ,”

ເພື່ອ​ຊ່ວຍ​ຕອບ​ສະໜອງຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ໃໝ່​ຂອງ​ການ​ສະໜອງ​ທຶນ​ດ້ານ​ດິນ​ຟ້າ​ອາກາດ ໃນວົງເງິນສະສົມມູນຄ່າ 100 ຕື້​ໂດ​ລາ​ສະຫະລັດ ຈົນຮອດ​ປີ 2030, ADB ​ໄດ້​ປະກາດ​ຂໍ້​ລິ​ເລີ່​ມທາງດ້ານ​ການ​ເງິນ​ຫຼາຍ​ຢ່າງ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ຄາ​ບອນ​ຕ່ຳ​ຂອງ​ພາກ​ພື້ນ. ຕົວຢ່າງເຊັ່ນ: ADB ໄດ້ເປີດໂຕກົນໄກການຫັນປ່ຽນພະລັງງານທີ່ກະຕຸ້ນການລົງທຶນຂອງເອກະຊົນແລະພາກລັດ ເພື່ອສະຫນອງເງິນທຶນ ເພື່ອຈະຍົກເລີກການນໍາໃຊ້ຊັບສິນພະລັງງານຖ່ານຫີນໄດ້ໄວຂຶ້ນ, ເພີ່ມຂະຫຍາຍທາງອອກທາງດ້ານພະລັງງານສະອາດແລະໜູນວຽນ, ແລະຮັບປະກັນການຫັນປ່ຽນແມ່ນທັນການ ແລະ ໃນລາຄາທີ່ສາມາດຮັບໄດ້.

ຄຳໝັ້ນສັນຍາທັງໝົດຂອງ ADB ໃນປີ 2021 ລວມມີ ອົງປະກອບທີ່ຈະໃຫ້ຜົນປະໂຫຍດ ໂດຍສະເພາະແກ່ແມ່ຍິງແລະເດັກຍິງ. ADB ຍັງ​ເລັ່ງລັດ​ການເພີ່ມ​ທະວີ​ຄວາມ​​ພະຍາຍາມ ​ເພື່ອຊ່ວຍ​ລັດຖະບານ​ໃນ​ການ​ລະດົມ​ແຫຼ່ງທຶນຈາກພາຍ​ໃນ​ປະ​ເທດ​ທີ່ຈໍາເປັນ ເພື່ອ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ​ໃນ​ນັ້ນ​ມີ​ການ​ເປີດ​ໂຕຈຸດສູນກາງ​ພາສີອາກອນ​ອາຊີ​ປາຊີ​ຟິກ ຊຶ່ງ​ເປັນ​ພາຫະນະ​ເພື່ອ​ສະໜັບສະໜູນ​ການ​ປະຕິ​ຮູບ​ພາສີ​ ແລະ ​ການ​ປະຕິ​ຮູບ​ທີ່​ກ່ຽວຂ້ອງ​ໃນທົ່ວ​ພາກ​ພື້ນ.

ຈົນເຖິງປະຈຸບັນ, ຄໍາໝັ້ນສັນຍາຂອງ ADB ໃນປີ 2021 ໄດ້ຮັບການສະໜອງທຶນຈາກໂຄງການກູ້ຢືມຂະໜາດໃຫຍ່ອັນດັບສອງຂອງຕົນ, ເຊິ່ງລະດົມທຶນໄດ້ມູນຄ່າ 35,8 ຕື້ໂດລາສະຫະລັດ ຜ່ານຕະຫຼາດທຶນ. ADB ໄດ້ຂາຍພັນທະບັດຕາມຫົວຂໍ້ ເປັນສະຖິຕິ ໃນປີກາຍນີ້ ແລະ ໄດ້ອອກພັນທະບັດການສຶກສາ ແລະ ພັນທະບັດສີຟ້າ ເພື່ອສຸຂະພາບຂອງມະຫາສະມຸດ ເປັນຄັ້ງທຳອິດ

ບົດ​ລາຍ​ງານ​ປະຈຳ​ປີ​ ຍັງ​ໃຫ້​ລາຍ​ລະ​ອຽດ​ກ່ຽວ​ກັບ​ ການ​ປະຕິ​ຮູບ​ພາຍ​ໃນ​ທີ່​ພວມ​ດຳ​ເນີນ​ໄປ​ ເພື່ອ​ຮັບປະກັນ​ໃຫ້ ADB ມີ​ທັກສະຄວາມສາມາດ ວັດທະນະທຳ ​ໂຄງ​ສ້າງ ​ແລະ​ເຄື່ອງມື​ທີ່​ເໝາະ​ສົມ​ ເພື່ອ​ປະຕິບັດ​ພາລະກິດ​ຂອງ​ຕົນ.

ບົດລາຍງານປະຈຳປີ 2021 ຂອງ ADB ແມ່ນມາໃນຮູບດີຈິຕັອນຢ່າງເຕັມຮູບແບບ ແລະ ຍັງຕອບສະໜອງໃນຮູບແບບດິຈິຕັອນທີ່ເປັນມິດກັບມືຖືທີ່ມີເນື້ອຫາຜ່ານສື່ໃນຫຼາກຫຼາຍຮູບແບບ. ເບິ່ງ www.adb.org/ar2021/digital

ADB ມຸ່ງ​ໝັ້ນ​ທີ່​ຈະ​ບັນລຸໃຫ້ ພາກພື້ນ​ອາຊີ​ແລະ​ປາຊີ​ຟິກ ຈະ​ເລີ​ນຮຸ່ງ​ເຮືອງ ທົ່ວເຖິງ ພ້ອມຮັບກັບການປ່ຽນແປງ ​ແລະ​ຍືນ​ຍົງ ໄປພ້ອມກັບການຮັກສາ​ຄວາມ​ພະຍາຍາມຂອງຕົນ ​ເພື່ອ​ລົບ​ລ້າງ​ຄວາມທຸກ​ຍາກ. ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1966​, ADB ມີ 68 ປະເທດສະມາຊິກ ໃນນັ້ນມີ 49 ປະເທດທີ່ມາຈາກ​ພາກ​ພື້ນດັ່ງກ່າວ.

Media Contact