ນະຄອນຫຼວງມະນີລາ, ຟີລິບປິນ (21 ກັນຍາ 2022) — ອີງຕາມດັດສະນີໃໝ່ທີ່ພັດທະນາຂຶ້ນໂດຍທະນາຄານພັດທະນາອາຊີ (ADB), ສີ່ສ່ວນຫ້າຂອງເສດຖະກິດປະເທດໃນອາຊີທີ່ກຳລັງພັດທະນາຢູ່ລຸ່ມສຸດຂອງການຈັດລໍາດັບໂລກ ດ້ານສະພາບແວດລ້ອມດິຈິຕັອນແລະລະບົບການສະໜັບສະໜູນຜູ້ປະກອບການ.
ປະເທດສິງກະໂປ ມີສະພາບແວດລ້ອມດີຈິຕັອນແລະລະບົບສະໜັບສະໜູນຜູ້ປະກອບການທີ່ດີທີ່ສຸດໃນໂລກ, ອີງຕາມດັດສະນີໂລກ ກ່ຽວກັບລະບົບຜູ້ປະກອບການດິຈິຕັອນ ທີ່ໄດ້ຖືກເຜີຍແຜ່ມື້ນີ້ ຊຶ່ງເປັນສ່ວນໜຶ່ງຂອງບົດລາຍງານການຄາດຄະເນການພັດທະຂອງນາອາຊີ 2022 ສະບັບປັບປຸງ. ປະເທດສະຫະລັດຖືກຈັດເປັນລໍາດັບສອງ, ໃນຂະນະທີ່ປະເທດສະວີເດັນຖືກຈັດເປັນລໍາດັບສາມໃນບັນດາ 113 ເສດຖະກິດໃນບັນຊີລາຍຊື່ປະເທດ. ແຕ່ວ່າ 17 ໃນຈຳນວນ 21 ເສດຖະກິດຂອງປະເທດທີ່ກຳລັງພັດທະນາໃນອາຊີທີ່ຮວມຢູ່ໃນນັ້ນ ໄດ້ຖືກຈັດລໍາດັບໃນລະດັບຕໍ່າ ເຊິ່ງເປັນການເນັ້ນເຖິງຄວາມຈໍາເປັນ ສຳລັບຫຼາຍໆປະເທດໃນ ບັນດາປະເທດເຫຼົ່ານັ້ນ ຈະຕ້ອງມີການບຳລຸງແລະສ້າງຜູ້ການປະກອບການດ້ານດິຈິຕັອນ.
ໂລກແຫ່ງດີຈິຕັອນໃຫ້ໂອກາດແກ່ການເຕີບໂຕທີ່ຍິ່ງໃຫຍ່ ສໍາລັບພາກທຸລະກິດໃນຂົງເຂດອາຊີແລະປາຊີຟິກ. ມັນເປັນໂຕຂັບເຄື່ອນນະວັດຕະກໍາ, ຊຶ່ງເປັນກະແຈອັນສຳຄັນ ສໍາລັບເສດຖະກິດຂອງປະເທດທີ່ກໍາລັງພະຍາຍາມ ເພື່ອບັນລຸສະຖານະພາບປະເທດທີ່ມີລາຍໄດ້ສູງ. ມັນຍັງສາມາດເຮັດໃຫ້ເສດຖະກິດຂອງປະເທດ ມີຄວາມຜ່ອນຜັນຫຼາຍຂຶ້ນ, ດັ່ງທີ່ເຫັນໄດ້ໃນເວລາທີ່ເຕັກໂນໂລຊີດິຈິຕັອນໄດ້ຊ່ວຍໃຫ້ທຸລະກິດຈໍານວນຫຼາຍລອດວິກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແລະມັນສາມາດຊຸກຍູ້ການເຕີບໂຕໂດຍລວມ ດ້ວຍການຫຼຸດຜ່ອນຄ່າໃຊ້ຈ່າຍໃນການເລີ່ມຕົ້ນເຮັດທຸລະກິດ.
ທ່ານ ອາລເບີດ ພາກຄ໌, ຫົວໜ້ານັກເສດຖະສາດຂອງ ADB ໄດ້ໃຫ້ຮູ້ວ່າ “ຜູ້ປະກອບການທຸລະກິດທາງດ້ານດິຈິຕັອນ ໄດ້ຊ່ວຍໃຫ້ເສດຖະກິດຂອງປະເທດຢູ່ລອດໄດ້ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ແລະມັນສາມາດກາຍເປັນເຄື່ອງຈັກຂັບເຄື່ອນ ການເຕີບໂຕແລະນະວັດຕະກໍາອັນສຳຄັນ ໃນສະພາບການພາຍຫຼັງການລະບາດພະຍາດ,” ທ່ານໄດ້ໃຫ້ຮູ້ຕື່ມອີກວ່າ “ເພື່ອເຮັດໃຫ້ສິ່ງນີ້ເກີດຂຶ້ນໄດ້, ມັນຈຳເປັນຕ້ອງມີສະພາບແວດລ້ອມສະໜັບສະໜູນໃຫ້ສາມາດດໍາເນີນການໄດ້ ດ້ວຍນະໂຍບາຍແລະແຮງຈູງໃຈທີ່ເໝາະສົມ. ໃນຂະນະທີ່ ສະພາບແວດລ້ອມສໍາລັບຜູ້ປະກອບການດ້ານດິຈິຕັອນຂອງອາຊີ ໄດ້ມີຄວາມກ້າວໜ້າຢ່າງຫຼວງຫຼາຍໃນສອງສາມປີທີ່ຜ່ານມາ, ແຕ່ຍັງມີຊ່ອງຫວ່າງຫຼາຍສໍາລັບການປັບປຸງ.”
ດັດສະນີ ວັດແທກຄຸນນະພາບຂອງສະພາບແວດລ້ອມສໍາລັບຜູ້ປະກອບການດ້ານດິຈິຕັອນ ໂດຍເບິ່ງລະດັບຂອງຄວາມເປັນດິຈິຕັອນໃນ 8 ດ້ານຄື: ວັດທະນະທໍາ, ສະຖາບັນ, ເງື່ອນໄຂສະພາບຂອງຕະຫຼາດ, ພື້ນຖານໂຄງລ່າງ, ທຶນມະນຸດ, ຄວາມຮູ້, ການເງິນ, ແລະ ເຄືອຂ່າຍ.
ນອກຈາກການລົງທຶນໃນພື້ນຖານໂຄງລ່າງດິຈິຕັອນເຊັ່ນວ່າ ເຄືອຂ່າຍບຣອດແບນ, ລັດຖະບານຕ້ອງສົ່ງເສີມຄວາມໝັ້ນຄົງທາງດ້ານການເມືອງ, ລະບົບກົດໝາຍທີ່ເຊື່ອຖືໄດ້, ຕະຫຼາດເປີດກ້ວາງແລະມີການແຂ່ງຂັນ, ແລະສິດຄອບຄອງຊັບສິນທີ່ເຂັ້ມແຂງ. ການວິເຄາະຂອງ ADB ສະແດງໃຫ້ເຫັນວ່າ ລະບຽບກົດໝາຍທີ່ເຂັ້ມແຂງ ມີຜົນກະທົບທາງບວກຕໍ່ການປະດິດສ້າງຂອງວິສາຫະກິດ, ໃນຂະນະທີ່ ການສໍ້ລາດບັງຫຼວງມີໜ້ອຍລົງໃນສັງຄົມ ແມ່ນສຳພັນກັບການເພີ່ມຂຶ້ນຂອງຈຳນວນຜູ້ປະກອບການໃໝ່ໃນຕະຫຼາດ.
ສຳລັບຂົງເຂດອາຊີ ແລະ ປາຊີຟິກ ໂດຍລວມແລ້ວ, ວັດທະນະທຳທີ່ສະໜັບສະໜູນຍັງບໍ່ທັນພຽງພໍ ແມ່ນເປັນຈຸດອ່ອນອັນໜຶ່ງໃນບັນດາຈຸດອ່ອນທີ່ສຸດ ເມື່ອເວົ້າເຖິງການບຳລຸງແລະສ້າງຜູ້ປະກອບການດ້ານດິຈິຕັອນ. ຕົວຢ່າງໜຶ່ງແມ່ນ ການຂາດຄວາມຮັບຮູ້ຂອງມວນຊົນໃນທົ່ວສັງຄົມຕໍ່ກັບບົດບາດສໍາຄັນ ທີ່ຜູ້ປະກອບການມີບົດບາດໃນຄວາມກ້າວຫນ້າທາງດ້ານເສດຖະກິດ. ຫົນທາງໜຶ່ງທີ່ຈະປ່ຽນແປງສິ່ງນີ້ໄດ້ແມ່ນ ການຍົກສູງລະດັບຄວາມຮັບຮູ້ຂອງມວນຊົນ ກ່ຽວກັບການເປັນຜູ້ປະກອບການຜ່ານການສຶກສາ.
ADB ມີຄວາມມຸ່ງໝັ້ນເພື່ອໃຫ້ພາກພື້ນອາຊີແລະປາຊີຟິກ ຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບກັບການປ່ຽນແປງ, ແລະ ຍືນຍົງ ໄປພ້ອມກັບ ສຸມຄວາມພະຍາຍາມຂອງຕົນ ເພື່ອຫຼຸດຜ່ອນຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີປະເທດສະມາຊິກທັງໝົດ 68 ປະເທດ ຊຶ່ງໃນນັ້ນມີ 48 ປະເທດມາຈາກພາກພື້ນດັ່ງກ່າວ.
Rank out of 113 global economies | Score (0-100) | |
Singapore | 1 | 81.3 |
United States | 2 | 79.7 |
Sweden | 3 | 79.6 |
Denmark | 4 | 78.8 |
Switzerland | 5 | 76.9 |
Netherlands | 6 | 75.6 |
Finland | 7 | 73.3 |
Norway | 8 | 69.9 |
Luxembourg | 9 | 69.6 |
United Kingdom | 10 | 69.0 |
Republic of Korea | 22 | 54.1 |
Malaysia | 27 | 43.1 |
People's Republic of China | 39 | 35.3 |
Georgia | 50 | 28.3 |
Kazakhstan | 52 | 27.4 |
Armenia | 58 | 26.0 |
Thailand | 59 | 25.9 |
Azerbaijan | 60 | 25.5 |
Viet Nam | 63 | 23.1 |
Indonesia | 71 | 20.4 |
India | 75 | 19.6 |
Philippines | 79 | 18.5 |
Sri Lanka | 82 | 17.5 |
Mongolia | 84 | 17.2 |
Kyrgyz Republic | 88 | 15.2 |
Tajikistan | 95 | 12.8 |
Bangladesh | 96 | 12.5 |
Pakistan | 97 | 12.3 |
Cambodia | 101 | 12.0 |
Nepal | 104 | 11.5 |