ຄຳຖາມທີ່ຖືກຖາມ ເປັນປະຈຳ ກ່ຽວກັບ ການລົງໂທດຂອງ ADB

Publication | February 2022
SHARE THIS PAGE

ຄູ່ມືນີ້ ຕອບຄຳຖາມທີ່ຖືກຖາມເປັນປະຈຳ ກ່ຽວກັບ ມາດຕະການລົງໂທດຂອງ ADB ພ້ອມດ້ວຍ ແນະນໍາຂັ້ນຕອນ ກ່ຽວກັບການເຂົ້າເຖິງ ບັນຊີລາຍຊື່ຖືກລົງໂທດຄົບຖ້ວນທັງໝົດ ຂອງ ADB.

ADB ວາງມາດຕະການລົງໂທດຕໍ່ ນິຕິບຸກຄົນ* ທີ່ມີສ່ວນພົວພັນກັບ ການສໍ້ໂກງ, ການສໍ້ລາດບັງຫຼວງ, ການບີບບັງຄັບ, ການສົມຮູ້ຮ່ວມຄິດ, ແລະ ການຂັດຂວາງ ຫຼື ການລະເມີດຄວາມຊື່ສັດຕ່າງໆ. ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ກັບຄວາມຊື່ສັດໃນການປະຕິບັດງານ, ໜ່ວຍງານຄຸ້ມຄອງ ແລະ ໜ່ວຍງານປະຕິບັດໂຄງການ ຕ້ອງຮັບຮູ້ແລະເຂົ້າໃຈເຖິງບັນຊີລາຍຊື່ຖືກລົງໂທດຄົບຖ້ວນທັງໝົດຂອງ ADB ເພື່ອຊ່ອຍຫຼີກເວັ້ນຈາກການເຂົ້າຮ່ວມຂອງນິຕິບຸກຄົນທີ່ຖືກລົງໂທດ ໃນກິດຈະກຳທີ່ໄດ້ຮັບການສະໜອງທຶນ, ຄຸ້ມຄອງ, ແລະ ສະໜັບສະໜູນຈາກ ADB.

* ນິຕິບຸກຄົນ ໝາຍເຖິງ ບໍລິສັດໃດໜຶ່ງ (ລວມທັງ ແຕ່ບໍ່ຈຳກັດຄວາມເຖິງ ວິສະຫະກິດ, ຫຸ້ນສ່ວນ, ຫຼື ມູນນິທິ) ແລະ ບຸກຄົນໃດໜຶ່ງ.

Additional Details

Type
Subjects
  • ADB administration and governance
  • Anticorruption and integrity in ADB operations
Pages
  • 2
Dimensions
  • 11 x 8.5
SKU
  • ARM220200-3