Training Manual to Support Country-Driven Gender and Climate Change

Publication | January 2016

ເປັນທີ່ຍອມຮັບກັນວ່າ ການເພີ້ມໂອກາດແກ່ແມ່ຍິງໃນການມີສວ່ນຮ່ວມການຫຼຸດຜ່ອນການປ່ອຍທາດອ້າຍພິດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນການເພິ່ງພາຕົນເອງ, ໂຄງການປ່ຽນແປງດິນຟ້າ ອາກາດ ໄດ້ກາຍເປັນ ຜົນສຳ ເລັດ, ຄວາມຍືນຍົງ ແລະ ຄວາມເທົ່າທຽມກັນຫຼາຍຂື້ນ.

ການຈັດພີມປື້ມຫົວນີ້ ມີຈຸດປະສົງເພື່ອເຮັດໃຫ້ບັນດາຄູຝຶກ, ຜູ້ປະຕິບັດ ແລະ ນັກວາງແຜນດ້ານສິ່ງແວດລ້ອມ ພ້ອມ ທັງບັນດາອົງກອນທີ່ເຮັດໜ້າທີ່ໃນການສົ່ງເສີມບົດບາດຍິງຊາຍ ໃຫ້ມີຄວາມເຂົ້າໃຈພື້ນຖານແນວຄວາມ ແລະ ວິທີການ ໃນການສ້າງມາດຕະການຕອບໂຕ້ການຫຼຸດຜ່ອນຜົນກະທົບດ້ານສິ່ງແວ້ວດລ້ອມທີ່, ຍຸດທະສາດ ແລະ ນະໂຍບາຍທີ່ມີ ສ່ວນຮ່ວມຂອງແມ່ຍິງ. ປື້ມຫົວນີ້ ໄດ້ບັນຈຸເອົາພື້ນຖານແນວຄວາມຄິດ ກ່ຽວກັບ ບົດບາດຍິງຊາຍ ແລະ ການປ່ຽນ ແປງດິນຟ້າອາກາດ ຊຶ່ງລວບລວມເອົາບັນດາຄູ່ມືແນະນຳແຕ່ລະຂັ້ນຕອນ ສຳລັບຜູ້ຕັດສິນໃຈ ແລະນັກວາງແຜນ ໄດ້ນຳ ເອົາບົດບາດຍິງຊາຍເຂົ້າມາເປັນສ່ວນໜຶ່ງຂອງນະໂຍບາຍດ້ານສິ່ງແວດລ້ອມ ແລະ ໂຄງການຕ່າງໆ, ເພື່ອເປັນເຄື່ອງມືປະ ຕິບັດ ແລະ ບົດຮຽນ ໃນການສະໜັບສະໜູນການຝຶກອົບຮົມ ກ່ຽວກັບ ບົດບາດຍິງຊາຍ ແລະ ການປ່ຽນແປງດິນຟ້າ ອາກາດ.

ຄູ່ມືສະບັບນີ້ ໄດ້ສ້າງຂື້ນບົນພື້ນຖານ ການສຳມະນາຫຼາຍໆຄັ້ງ ຢູ່ ກຳປູເຈຍ, ສປປລາວ ແລະ ສສ ຫວຽດນາມ ຊຶ່ງກາຍເປັນຕົວແບບແຜນປະຕິບັດງານຂອງທະນາຄານພັດທະນາອາຊີ ໃນການສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ ການນຳເອົາບົດບາດຍິງ-ຊາຍ ມາມີສ່ວນຮ່ວມ ໃນການສ້າງມາດຕະການຕອບໂຕ້ຮັບມືກັບສະພາບການປ່ຽນ ແປງຂອງດິນຟ້າອາກາດໃນລະດັບປະເທດ. ປື້ມຫົວນີ້ ແນໃສ່ອຳນວຍຄວາມສະດວກ ໃຫ້ແກ່ ນັກອ່ານ ແລະ ຜູ້ເຂົ້າ ຮ່ວມຝຶກອົບຮົມ ທີ່ບໍ່ມີຄວາມຮູ້ດ້ານການປ່ຽນແປງສະພາບດິນຟ້າອາກາດ ຫຼື ແນວຄວາມຄິດ ກ່ຽວກັບບົດບາດຍິງ-ຊາຍ, ພ້ອມດຽວກັນນັ້ນ ບັນດາກໍລະນີສຶກສາທີ່ມາປະກອບໄວ້ໃນປື້ມຫົວນີ້ ຍັງສາມາດດັດປັບ ໃຫ້ມັນສອດຄ່ອງກັບ ເງື່ອນໄຂຂອງແຕ່ລະປະເທດ.

Contents 

  • ສາລະບານ
  • ລາຍການຮູບສະແດງ, ຕາຕະລາງ, ກ່ອງຂໍ້ມູນ, ແລະ ກໍລະນີສຶກສາ
  • ພາກສະເໜີ
  • ບົດຮຽນທີ 1: ບົດບາດຍິງ-ຊາຍ ແລະ ການປ່ຽນແປງ ດິນຟ້າອາກາດ
  • ບົດທີ 2: ສະພາບລວມຂອງນະໂຍບາຍການປ່ຽນແປງດິນຟ້າອາກາດ
  • ບົດທີ 3: ວຽກງານການເງິນເພື່ອອຳນວຍຄວາມສະດວກໃຫ້ເຄື່ອນໄຫວໃນການບັນເທົາໄພພິບັດຈາກການປ່ຽນແປງຂອງດິນຟ້າອາກາດ
  • ບົດທີ 4: ການເຊື່ອມສານບົດບາດຍິງ-ຊາຍ-ຈາກນະໂຍບາຍສູ່ໂຄງການ
  • ເອກະສານຊ້ອນທ້າຍ: ສ້າງບັນຍາກາດ ແລະ ຝຶກສະໝອງ

Additional Details

Type
Subjects
  • Climate change
  • Strengthening policies, governance, and capacities
  • Gender Equality
SKU
  • TIM167944-2
ISBN
  • 978-92-9257-575-5 (Print)
  • 978-92-9257-576-2 (e-ISBN)