ການທ່ອງທ່ຽວທີ່ສົດໃສຊ່ວຍສ້າງໂອກາດທາງທຸລະກິດໃນອະນຸພາກພື້ນແມ່ນ້ຳຂອງ | Asian Development Bank

ການທ່ອງທ່ຽວທີ່ສົດໃສຊ່ວຍສ້າງໂອກາດທາງທຸລະກິດໃນອະນຸພາກພື້ນແມ່ນ້ຳຂອງ

Project Result / Case Study | 3 May 2015

ເອດີບີ ໄດ້ຊ່ວຍຫັນປ່ຽນບັນດາປະເທດອະນຸພາກພື້ນແມ່ນ້ຳຂອງທີ່ໄດ້ຮັບຜົນກະທົບຈາກສົງຄາມທຳລາຍໃນເມື່ອກ່ອນດັ່ງ ເຊັ່ນ: ປະເທດກຳປູເຈຍ, ສປປ ລາວ ແລະ ຫວຽດນາມ ໃຫ້ເປັນຈຸດໜາຍປາຍທາງສຳລັບນັກທ່ອງທ່ຽວຢ່າງສົດໃສ.

ໃນຫລາຍປີທີ່ຜ່ານມາ, ສົມຈິດ, ເປັນຄົນລາວຊຶ່ງເປັນແມ່ໜ້າຍພ້ອມດ້ວຍລູກສາວສີ່ຄົນ ໄດ້ຍ້າຍຈາກເຂດ ພາກໃຕ້ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ສປປ ລາວ) ກັບມາຍັງບ້ານເກີດຂອງຕົນທີ່ ບ້ານວຽງເໜືອ. ສົມຈິດ ດຳລົງຊີວິດໄປແຕ່ລະວັນ ດ້ວຍເຂົ້າທີ່ເກັບກ່ຽວໄດ້ກໍ່ເກືອບຈະບໍ່ກຸ້ມກິນສຳລັບ ຄອບຄົວ.

ພາຍຫລັງທີ່ ເອດີບີ ໄດ້ສະໜອງທືນພາຍໃຕ້ໂຄງການອະນຸພາກພື້ນແມ່ນ້ຳຂອງການພັດທະນາທ່ອງ ທ່ຽວແມ່ນ້ຳຂອງ, ຊຶ່ງໂຄງການດັ່ງກ່າວໄດ້ຖືກຈັດຕັ້ງປະຕິບັດໃນເຂດບ້ານວຽງເໜືອ ຊຶ່ງກຳໜົດເປັນເຂດ ບ້ານ “ວັດທະນະທຳ,” ສົມຈິດໄດ້ ຮັບຄ່າຈ້າງຈາກການທີ່ເຮັດວຽກເປັນພະນັກງານທຳຄວາມສະອາດຂອງ ເຮືອນຮັບແຂກ (ບ້ານພັກ) ແຫ່ງໜຶ່ງ. ຕໍ່ມາ, ລາວໄດ້ຮັບການຝຶກອົບຮົມພາຍໃຕ້ໂຄງການກ່ຽວກັບການ ອອກແບບກະເປົາຖື. ດ້ວຍຄວາມເຊື່ອໜັ້ນຂອງລາວທີ່ມີ ເພີ່ມຂື້ນ, ລາວກໍ່ໄດ້ພັດທະນາທັກສະຂອງຕົນຂື້ນ ເປັນຜູ້ຕ່ຳຜ້າ. 

ທັກສະການຕ່ຳຜ້າບວກກັບການອອກແບບລາຍສຳລັບຕ່ຳສີ້ິ້ນ, ຊຶ່ງສີ້ນເປັນເຄື່ອງນຸ່ງປະເພນີທີ່ໄດ້ຮັບ ຄວາມນິຍົມຂອງແມ່ຍີງລາວ, ໄດ້ສ້າງລາຍຮັບເພີ່ມໃຫ້ ສົມຈິດ ສະເລ່ຍປະມານ $340 ຕໍ່ປີ. ລາຍໄດ້ ຈາກການຂາຍແພສີ້ນໄດ້ເຮັດໃຫ້ລາວສາມາດລ້ຽງຄອບຄົວແລະສົ່ງລູກສາວຂອງລາວທັງໜົດເຂົ້າໂຮງຮຽນ. ສົມຈິດເວົ້າວ່າ “ລາງວັນສູງສຸດສຳລັບຂ້ອຍ ແມ່ນໄດ້ຮັບການຍອມຮັບຈາກຄົນໃນໜູ່ບ້ານຂອງຂ້ອຍ ໂດຍສະເພາະລູກສາວຂອງຂ້ອຍ ເພາະວ່າຂ້ອຍສາມາດລ້ຽງດູພວກເຂົາໄດ້”

ການລົງທືນໃສ່ພື້ນຖານໂຄງລ່າງເພື່ອສົ່ງເສີມການທ່ອງທ່ຽວ

ສົມຈິດແມ່ນໜຶ່ງໃນຈຳນວນຫລາຍລ້ານຄົນທີ່ໄດ້ຮັບຜົນປະໂຫຍດໂດຍກົງຈາກໂຄງການດັ່ງກ່າວ ຊຶ່ງເອດີບີ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2003 ໃນປະເທດກໍາປູເຈຍ, ສປປ ລາວ ແລະ ຫວຽດນາມ. ໂຄງການດັ່ງ ກ່າວສີ້ນສຸດລົງໃນປີ 2011.

ເນື່ອງຈາກວ່າອຸດສາຫະກຳການທ່ອງທ່ຽວນຳໃຊ້ແຮງງານຈຳນວນຫລວງຫລາຍ ແລະຜູ້ປະກອບການສ່ວນຫລວງຫລາຍແມ່ນເປັນເຈົ້າຂອງທຸລະກິດຂະໜາດນ້ອຍ, ຜົນກະທົບຂອງອຸດ ສະຫະກຳການທ່ອງທ່ຽວທີ່ສົດໃສຈະເຫັນໄດ້ໂດຍໄວແລະຜົນ ປະໂຫຍດທີ່ໄດ້ຮັບຈາກການ ທ່ອງທ່ຽວກໍ່ຊຶມກະຈາຍໃນທຸກດ້ານຂອງການດຳ ລົງຊີວິດ.

ທັງສາມປະເທດໄດ້ຮັບການຈັດແບ່ງທຶນພາຍໄຕ້ໂຄງການມູນຄ່າ $35 ລ້ານ. ພາຍໄຕ້ໂຄງການດັ່ງກ່າວ, ເອດີບີ ໄດ້ຈັດ ສັນທືນມູນຄ່າ $15,6 ລ້ານສໍາລັບກຳປູເຈຍ, $10,9 ລ້ານສໍາລັບ ສປປ ລາວ ແລະ $8,5 ລ້ານສໍາລັບຫຽດນາມ ຊຶ່ງ ໄດ້ເປັນແບບຢ່າງໃນການສົ່ງເສີມການເຊື່ອມໂຍງແລະການຮ່ວມມືລະດັບ ພາກພື້ນທົ່ວອາຊີແລະປາຊີຟິກຂອງເອດີບີ. ໄປພ້ອມກັບການດຳເນີນງານໃນດ້ານອື່ນໆຂອງເອດີບີ, ມີຈຸດມຸ່ງໝາຍແມ່ນເພື່ອຫລຸດຜ່ອນຄວາມທຸກຍາກ ແລະ ເພີ່ມ ການຈະເລີນເຕີບໂຕທາງດ້ານເສດຖະກິດ ໃນລັກສະນະທີ່ເຄົາລົບຕໍ່ວັດທະນະທຳແລະສິ່ງແວດລ້ອມຢ່າງເຕັມສ່ວນ. ໜາກຜົນຂອງການດຳເນີນງານ ແມ່ນຮູ້ສືກສຳພັດໃນທົ່ວພາກພື້ນໄດ້ຈາກຫລາຍທາງ. ປະຈຸບັນ ນັກທ່ອງທ່ຽວຜູ້ທີ່ ກ້າຫານໃນການຍ່າງ ປ່າຜ່ານພູເຂົາຕ່າງໆໃນ ສປປ ລາວ ສາມາດພັກເຊົາ ຕົວຢ່າງເຊັ່ນ: ໃນເຮືອນຂອງປະຊາຊົນ ຫລື ເຮືອນ ຮັບແຂກທີ່ຊຸມຊົນສ້າງຂື້ນເອງເປັນຕົ້ນ ຫລືຊື້ຜ້າສີ້ນແລະຜ້າແພທີ່ຕ່ຳໂດຍສົມຈິດແລະຊາວບ້ານຜູ້ອື່ນໆ.

ຖ້າຫາກພວກເຂົາຢາກເຮັດໃຫ້ຈຳນວນນັກທ່ອງທ່ຽວຫັນມາສົນໃຈຫລາຍຂື້ນ, ສາມປະເທດອະນຸພາກພື້ນ ແມ່ນ້ຳຂອງຈະຕ້ອງໄດ້ປັບປຸງພື້ນຖານໂຄງລ່າງໃນປະເທດຂອງຕົນ. ສະນັ້ນ, ໃນສປປ ລາວ, ໂຄງການ ໄດ້ຊ່ວຍສ້າງອາຄານຜູ້ໂດຍສານ, ຫໍຄອຍຄວບຄຸມການບີນ ແລະ ທາງແລ່ນຍົນທີ່ມີຄວາມຍາວ 1,600 ແມັດ ເພື່ອສາມາດຮອງຮັບເຮືອບີນຂະໜາດທີ່ໃຫຍ່ຂື້ນ ແລະ ເຮັດໃຫ້ຈຳນວນຜູ້ໂດຍສານມານຳໃຊ້ສະ ໜາມບີນແຂວງຫລວງນ້ຳທາເພີ່ມຂື້ນ. ພ້ອມນັັ້ນ, ໂຄງການຍັງໄດ້ປັບປຸງເສັ້ນທາງທີ່ມີຄວາມຍາວ 26 ກິໂລແມັດ ເພື່ອເຂົ້າຫາຕາດກວາງຊີ ຊຶ່ງເປັນແຫລ່ງທ່ອງທ່ຽວທີ່ສຳຄັນແຫ່ງໜຶ່ງ. 

ຊຶ່ງສະພາບເສັ້ນທາງທີ່ໄດ້ຮັບການປັບປຸງແລ້ວ ໄດ້ຊ່ວຍຫລຸດເວລາໃນການເດີນທາງຫາຕາດດັ່ງກ່າວ ຈາກເຂດຕົວເມືອງຫລວງພະບາງລົງປະມານເຄິ່ງໜຶ່ງ.

ໃນຫວຽດນາມ, ພາຍໃຕ້ໂຄງດັ່ງກ່າວ, ການພັດທະນາທ່າເຮືອສຳລັບນັກທ່ອງທ່ອງໄມໂທ ໄດ້ປັບຂອບ ເຂດບໍລິເວນ ສວນສາທາລະນະທີ່ຕຽນກ່ຽງ, ເສີມແນວປ້ອງກັນຕາຝັ່ງເຈື່ອນດ້ວຍທ່າຈອດເຮືອຟູນ້ຳທີ່ເຮັດ ດ້ວຍໂລຫະ, ແລະ ຕໍ່ເຕີມອາຄານຜູ້ໂດຍສານ.

ການສ້າງວຽກເຮັດງານທຳແລະການເພີ່ມລາຍໄດ້

ການປະກອບສ່ວນດັ່ງກ່າວໄດ້ສ້າງຜົນກະທົບອັນໃຫຍ່ຫລວງຕໍ່ອຸດສະຫະກຳທ່ອງທ່ຽວ. ເຮັດໃຫ້ຈຳນວນ ນັກທ່ອງທ່ຽວ ຕ່າງຊາດທີ່ເຂົ້າມາທ່ຽວໃນສາມປະເທດດັ່ງກ່າວເພີ່ມຂື້ນຫລາຍກ່ວາ 30 ລ້ານເທື່ອຄົນພາຍ ໃນປີ 2010 ຊຶ່ງເພີ່ມຂື້ນຈາກ ຈຳນວນທີ່ຕ່ຳກ່ວາ 17 ລ້ານເທື່ອຄົນໃນປີ 2002. ສາມາດເວົ້າໄດ້ວ່າ ການທ່ອງທ່ຽວສາມາດສ້າງລາຍຮັບມູນຄ່າ $22 ຕື້ ປະກອບສ່ວນໃຫ້ແກ່ເສດຖະກິດໃນປີນັ້ນ ແລະ ໄດ້ສ້າງວຽກເຮັດງານທຳ ພ້ອມທັງສ້າງລາຍຮັບຈາກການຈ້າງງານມູນຄ່າ $4,2 ລ້ານ. ໃນປີ 2015, ຈຳນວນນັກທ່ອງທ່ຽວຈາກຕ່າງປະເທດຄາດວ່າຈະມີສູງເຖິງ 50 ລ້ານເທື່ອຄົນແລະຊ່ວຍຮັບປະກັນການ ຈ້າງງານ 7,3 ລ້ານອັດຕາໃນບັນດາປະເທດທີ່ໄດ້ຮັບໂຄງການ.

ການສົ່ງເງີນກັບບ້ານໃນຊຸມຊົນຊົນນະບົດໄດ້ເພີ່ມຂື້ນ ຈາກເຂດແຫລ່ງທ່ອງທ່ຽວຕ່າງໆ ຊຶ່ງເປັນເຂດທີ່ມີສະ ມາຊິກຄອບ ຄົວຂອງຊຸມຊົນເຫລົ່ານັ້ນເຮັດວຽກຢູ່. ໃນປີ 2010, ຕາມການສຶກສາຂອງເອດີບີໄດ້ພົບວ່າ ທັງແມ່ຍີງແລະຜູ້ຊາຍຫລາຍ ກ່ວາ 75% ທີ່ພວມເຮັດວຽກຕາມໂຮງແຮມຕ່າງໆໃນເຂດສຽມລຽບແລະພະ ນົມເປັນໄດ້ສົ່ງເງີນກັບບ້ານສະເລ່ຍໃນແຕ່ລະເດືອນຫລາຍກ່ວາ $1,2 ລ້ານ. 

ເນື່ອງຈາກອຸດສະຫະກຳການທ່ອງທ່ຽວເປັນອຸດສະຫະກຳທີ່ໃຊ້ແຮງງານຈຳນວນຫລາຍແລະຜູ້ປະກອບການສ່ວນຫລວງ ຫຼາຍແມ່ນເຈົ້າຂອງທຸລະກິດຂະໜາດນ້ອຍ, ຜົນກະທົບຂອງການທ່ອງທ່ຽວທີ່ສົດໃສແມ່ນຮູ້ສຶກ ສຳພັດໄດ້ໄວ ແລະ ຜົນ ປະໂຫຍດຈາກອຸດສະຫະກຳການທ່ອງທ່ຽວກໍ່ແຊກຊຶມໃນທຸກດ້ານຂອງການດຳ ລົງຊີວິດ. 

ຕົວຢ່າງດັ່ງປະຊາຊົນບ້ານທ່າແປ້ນ ຊຶ່ງເປັນບ້ານຂອງຊົນເຜົ່າກຶມມຸ. ກ່ອນທີ່ເສັ້ນທາງໃກ້ບ້ານຊຶ່ງເປັນເສັ້ນ ທາງດຽວກັບທາງເຂົ້າຫາຕາດກວາງຊີຈະໄດ້ຮັບການປັບປຸງ, ບົວພັນ ຈັນທະວີ ອາຍຸ 52 ປີ ຊຶ່ງດຳລົງຊີ ວິດດ້ວຍການເຮັດໄຮ່ພໍແຕ່ກຸ້ມກີນ. ບົວພັນເກີດລູກແປດຄົນໃນເຮືອນຂອງລາວເອງແລະໄດ້ສູນເສຍລູກ ໄປສີ່ຄົນ.

ແຕ່ພາຍຫລັງໄດ້ເປີດນຳໃຊ້ເສັ້ນທາງທີ່ໄດ້ຮັບການປັບປຸງໃໝ່, ລາວໄດ້ເລີ່ມຕົ້ນຂາຍເຂົ້າປຸ້ນແລະໜາກໄມ້ ຢູ່ຕໍ່ໜ້າທາງເຂົ້າຕາດກວາງຊີ. ລາວສາມາດສ້າງລາຍຮັບໄດ້ປະມານ $150 ຕໍ່ເດືອນ, ຊຶ່ງເງີນດັ່ງກ່າວ ເປັນທືນເພື່ອຊື້ບັອກສີມັງແລະກະເບື້ອງມຸງຫລັງຄາ ເພື່ອໃຫ້ສາມີຂອງລາວສ້າງເຮືອນໃໝ່ຂອງພວກເຂົາ. ລາວຍັງສາມາດຈ່າຍ $1 ຕໍ່ເດືອນເພື່ອເປັນທືນ ປະກັນສຸຂະພາບໃຫ້ແກ່ສະມາຊິກຄອບຄົວຂອງລາວ.

ບົວລະພັນເວົ້າວ່າ “ຊີວິດຂອງພວກຂ້ອຍດີຂື້ນ ແລະ ອານາຄົດກໍ່ເບິ່ງສົດໃສ”  

ບົດດັ່ງກ່າວນີ້ແມ່ນຄັດມາຈາກປື້ມທີ່ມີຊື່ວ່າ ພ້ອມກັນເຮົາເຮັດໄດ້ , ປຶ້ມດັ່ງກ່າວໄດ້ຮວບຮວມເອົາບັນ ດາໜາກຜົນທີ່ມີ ຜົນສຳເລັດອັນພົ້ນເດັ່ນຂອງໂຄງການຕ່າງໆ ທົ່ວອາຊີແລະປາຊີຟິກທີ່ ເອດີບີ ສະໜັບ ສະໜູນ ຊຶ່ງມັນໄດ້ໃຫ້ເຫັນເຖິງ ໜາກຜົນຈາກການພັດທະນາ, ບົດຮຽນທີ່ໄດ້ມີຜົນສຳເລັດ ແລະ ການມີຫົວຄິດປະດິດສ້າງສິ່ງໃໝ່ໆ.