ໃນປີ 2012, ADB ໄດ້ອະນຸມັດເງິນກູ້ແລະທຶນຊ່ວຍເຫຼືອລ້າມູນຄ່າ 36,5 ລ້ານໂດລາສະຫະລັດໃຫ້ແກ່ ສປປ ລາວ ເພື່ອຍົກລະດັບຄວາມພ້ອມແລະຄວາມອາດສາມາດຂອງປະເທດ ເພື່ອຈັດການແລະຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມແລະແຫ້ງແລ້ງ ຜ່ານໂຄງການຄຸ້ມຄອງແລະຫຼຸດຜ່ອນຄວາມສ່ຽງຈາກ ໄພນຳຖ້ວມແລະແຫ້ງແລ້ງ ອານຸພາກພື້ນແມ່ນໍ້າຂອງ ໃນນະຄອນຫຼວງວຽງຈັນ ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ. ໂຄງການໄດ້ຊ່ວຍສ້ອມແປງ ຄູປ້ອງກັນນໍ້າຖ້ວມ ຊຶ່ງສາມາດນໍາໃຊ້ເປັນຫົນທາງທຽວທີ່ມີຄວາມຍາວເຖິງ 32 ກິໂລແມັດ ປະຕູຄວບຄຸມນໍ້າ 7 ບ່ອນ ແລະ ເຮັດໃຫ້ການຜະລິດກະສິກຳມີຄວາມໝັ້ນຄົງ ດ້ວຍການກໍ່ສ້າງຄອງນໍ້າເບຕົງ ຊຶ່ງເປັນສ່ວນໜຶ່ງຂອງລະບົບຊົນລະປະທານຈັກສູບນໍ້າ. ໂຄງການດັ່ງກ່າວຍັງໄດ້ຊ່ວຍສະໜອງການຝຶກອົບຮົມໃນການເພີ່ມຜົນຜະລິດທາງດ້ານກະສິກຳ. ສິ່ງດັ່ງກ່າວນີ້ ໄດ້ຊ່ວຍຫຼຸດຜ່ອນຜົນເສຍຫາຍທາງເສດຖະກິດ ທີ່ເປັນຜົນມາຈາກນໍ້າຖ້ວມແລະໄພແຫ້ງແລ້ງ ແລະ ພ້ອມທັງປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ອາໄສຢູ່ໃນເຂດໂຄງການໃຫ້ດີຂຶ້ນກ່ວາເກົ່າ.

Transcript

ສາຍນໍ້າໝາກຮຽວໄຫຼຜ່ານຊຸມຊົນຕ່າງໆອອກສູ່ແມ່ນໍ້າຂອງ ໃນເຂດຕອນໃຕ້ຂອງນະຄອນຫຼວງວຽງຈັນ ເຊິ່ງເປັນນະຄອນຫຼວງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ).

ລະດັບນ້ຳໃນເຂດນີ້ ມີຄວາມຜັນຜວນສູງຫຼາຍ ນ້ຳຖ້ວມໜັກແລະເປັນວົງກ້ວາງໃນລະດູຝົນ ແລະ ແຫ້ງແລ້ງຮຸນແຮງໃນລະດູແລ້ງ

ນີ້ເປັນໄພອັນຕະລາຍ ຕໍ່ການຜະລິດກະສິກຳ ກິດຈະກຳທາງເສດຖະກິດ ແລະ ການດຳລົງຊີວິດຂອງປະຊາຊົນຫຼາຍກວ່າ 60.000 ຄົນ.

ທະນາຄານພັດທະນາອາຊີ (ADB) ຊ່ວຍແກ້ບັນຫານີ້ ໃນຂົງເຂດອານຸພາກພື້ນແມ່ນ້ຳຂອງ ເຊິ່ງກວມເອົາ ສປປ ລາວ, ຊຶ່ງໄດ້ສະໜັບສະໜູນເງິນກູ້ ແລະ ທຶນຊ່ວຍເຫຼືອມູນຄ່າລວມ 36,5 ລ້ານໂດລາສະຫະລັດ ເພື່ອພັດທະນາພື້ນຖານໂຄງລ່າງດ້ານນ້ຳ ແລະ ຊ່ວຍເຫຼືອຊຸມຊົນໃຫ້ມີການຮັບມືທີ່ດີຂຶ້ນ ຕໍ່ຜົນກະທົບຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ໃນຂອບເຂດນະຄອນຫຼວງວຽງຈັນ ແຂວງຄຳມ່ວນ ແລະ ແຂວງ ສະຫວັນນະເຂດ.

ການສະໜັບສະໜູນຂອງ ADB ທີ່ສະໜັບສະໜູນເຂົ້າໃນການພັດທະນາວຽກງານດັ່ງກ່າວນີ້ແມ່ນສຳຄັນ. ພາຍຫລັງໂຄງການສຳເລັດແລ້ວ ປະຊາຊົນສາມາດສືບຕໍ່ຈັດຕັ້ງປະຕິບັດໂຄງການ ເພື່ອຜົນສຳເລັດຂອງໂຄງການນີ້ໃຫ້ມີຄວາມຍືນຍົງ.

ຄູປ້ອງກັນນ້ຳຖ້ວມ ຍັງສາມາດນຳໃຊ້ເປັນຫົນທາງ ທີ່ໄດ້ຂະຫຍາຍຍາວກວ່າ 32 ກິໂລແມັດ ແລະ ມີ 7 ປະຕູຄວບຄຸມນ້ຳ.

ໂຄງສ້າງເຫຼົ່ານີ້ ໄດ້ຊ່ວຍປ້ອງກັນໄພນ້ຳຖ້ວມກວມເຖິງ 20.000 ເຮັກຕ້າ ເຊິ່ງເປັນເຂດດິນກະສິກຳ ແລະ ເຂດຊຸມຊົນທີ່ຢູ່ອາໄສອ້ອມຂ້າງ.

ສຳຄັນໄປກວ່ານັ້ນແມ່ນ ໂຄງການໄດ້ຊ່ວຍເຮັດໃຫ້ການຜະລິດກະສິກຳມີຄວາມໝັ້ນຄົງ ໂດຍການກໍ່ສ້າງລະບົບຄອງນ້ຳເບຕົງ ເຊິ່ງເປັນສ່ວນໜຶ່ງຂອງລະບົບຊົນລະປະທານຈັກສູບນ້ຳ.

ລະບົບນີ້ ໄດ້ຊ່ວຍ ໃຫ້ມີນ້ຳຊົນລະປະທານທີ່ພຽງພໍຕໍ່ການນຳໃຊ້ໃນລະດູແລ້ງ ແລະ ປ້ອງກັນນ້ຳຖ້ວມໃນລະດູຝົນ.

ໂຄງການ ຍັງໄດ້ມີການຈັດຝຶກອົບຮົມໃຫ້ແກ່ຊາວກະສິກອນ ຜ່ານການຈັດຕັ້ງກຸ່ມນຳໃຊ້ນ້ຳ ແລະ ສວນປູກສາທິດ, ແລະ ຍັງໄດ້ສອນເຕັກນິກການເພີ່ມຜົນຜະລິດພືດຜັກ.

ໂຄງການໄດ້ຊ່ວຍຝຶກອົບຮົມ ອັນທີຫນຶ່ງຄື ການເຮັດນາແຊງ ອັນທີສອງຄື ການຝຶກອົບຮົມການປູກຜັກ.    

ຜົນຜະລິດມາກໍ່ໄດ້ດີ ເຊັ່ນວ່າ ນາປີໄດ້ 30 ເປົາ ນາແຊງກໍ່ໄດ້ເຖິງ 50-60 ເປົາ.

ຂ້າພະເຈົ້າພູມໃຈແລະສາມາດເວົ້າໄດ້ວ່າ ໂຄງການນີ້ແມ່ນຖືວ່າ ເປັນຫນຶ່ງໃນໂຄງການທີ່ປະສົບຜົນສຳເລັດຫຼາຍທີ່ສຸດ ໃນບັນດາໂຄງການຊ່ວຍເຫຼືອດ້ານຊົນລະປະທານທີ່ໄດ້ຮັບທຶນຈາກ ADB ໃນຂອບເຂດທົ່ວປະເທດ.

ຂອບໃຈຕໍ່ໂຄງການນີ້ ທີ່ຊ່ວຍໃຫ້ສາມາດປູກເຂົ້າໄດ້ໃນລະດູແລ້ງ.

ມັນຊ່ວຍຊຸກຍູ້ຜົນຜະລິດເຂົ້າຕໍ່ປີ ໃຫ້ເພີ່ມສູງຂຶ້ນກວ່າສີ່ເທົ່າໃນເຂດໂຄງການໜຶ່ງ.

ຄວາມສ່ຽງຕໍ່ໄພນ້ຳຖ້ວມ ຫຼຸດລົງຢ່າງຫຼວງຫຼາຍ ຫຼັງຈາກການປັບປຸງຄູກັນນໍ້າຖ້ວມແລະປະຕູຄວບຄຸມນໍ້າ.

ເມື່ອກ່ອນເຮົາເຮັດນາໄດ້ໜ້ອຍ ດຽວນີ້ເຮົາເຮັດນາໄດ້ຫຼາຍ ແລ້ວຄອບຄົວເຮົາກໍ່ດີຂຶ້ນກວ່າແຕ່ເກົ່າ. ເອື້ອຍກໍ່ແບ່ງລາຍໄດ້ໄວ້ ເອົາມາໃຊ້ໃນຄອບຄົວ ເອົາໄວ້ໃຫ້ທຶນລູກເພື່ອເຂົາໃຫຍ່ ເປັນທຶນຮອນໃນການຮ່ຳຮຽນຂອງລູກ.

SHARE THIS PAGE